ເມືອງຊຽງຮ່ອນຈັດພິທີປາຖະກະຖາ 5 ວັນປະຫວັດຊາດຂອງຊາດ

ກົດແຊຣ໌

ພິທີປະຖະກະຖາ 5 ວັນປະຫວັດຊາດສຳຄັນຂອງຊາດລາວ ໄດ້ຈັດຂື້ນໃນວັນທີ 15 ສິງຫາ 2023ນີ້ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດປາຖະກະຖາໂດຍທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໆຊຽງຮ່ອນ ມີບັນດາຄະນະພັກເມືອງ, ພະນັກງານ ອາວຸດໂສບຳນານ, ຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມ.

      ໃນພິທີທ່ານ ກົງທອງ ສິດທິໄຊ ໄດ້ປາຖະກະຖາ 5 ວັນປະຫວັດຊາດສຳຄັນຂອງຊາດລາວຄື: ວັນສ້າງຕັ້ງແນວລາວສ້າງຊາດ 13 ສິງຫາ ຄົບຮອບ 73 ປີ, ວັນສ້າງຕັ້ງສື່ມວນຊົນລາວ ແລະ ວັນພິມຈຳໜ່າຍ 13 ສິງຫາ ຄົບຮອບ 73 ປີ, ວັນສ້າງຕັ້ງສານປະຊາຊົນ 15 ສິງຫາ ຄົບຮອບ 41 ປີ, ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ 15 ສິງຫາ ຄົບຮອບ 32 ປີ, ວັນຍຶດອຳນາດທົ່ວປະເທດ 23 ສິງຫາ ຄົບຮອບ 48 ປີ ເຊິ່ງເປັນ 5 ວັນສຳຄັນຂອງຊາດລາວ ຈຸດປະສົງໃນການຈັດພິທີປາຖະກະຖາໃນຄັ້ງນີ້ ກໍ່ເພື່ອໂຄສະນາສຶກສາອົບຮົບໃຫ້ ອົງການປົກຄອງເມືອງ, ສະມາຊິກພັກ ພະນັກງານ ທະຫານ ຕໍ່າຫຼວດ ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງ ເຫັນໄດ້ບົດບາດຄວາມສຳຄັນຂອງ 5 ວັນສຳຄັນດັ່ງກ່າວ ເປັນຕົ້ນແມ່ນ ການກຳເນີດເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ, ພາລະບົດບາດ ແລະ ການເຄື່ອນໄຫວດ້ານຕ່າງໆ. ເພື່ອແນໃສ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ເສີມຂະຫຍາຍມູນເຊື້ອຂອງວັນດັ່ງກ່າວ ພ້ອມກັນນຳເອົາມູນເຊື້ອດັ່ງກ່າວໄປຈັດຕັ້ງປະຕິບັດ ແລະ ເຜືຍແຜ່ເຊືອມຊຶ່ມໃນທ້ອງຖິ່ນຮາກຖານຂອງຕົນເອງໃຫ້ໄດ້ຮັບຮູ້ຢ່າງທົ່ວເຖິງ. ຕອນທ້າຍຍັງໄດ້ນຳເອົາກະຕ໋າຂອງຂວັນ ມອບໃຫ້ພະນັກງານອາວຸດໂສບຳນານອິກດ້ວຍ.

ໂດຍ: ດອນ ຂຽວພະນາ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *