ເມືອງຊຽງຮ່ອນຮັບຮອງ7 ບ້ານເປັນບ້ານພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມ

ກົດແຊຣ໌

      ພິທີປະກາດຮັບຮອງ 7 ບ້ານຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເປັນບ້ານພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມ ພິທີໄດ້ຈັດຂື້ນໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ບ້ານ ຫ້ວຍຕອງ ເມືອງຊຽງຮ່ອນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ມີຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ອົງການປົກຄອງບ້ານ 7 ບ້ານ ແລະ ປະຊາຊົນບ້ານຫ້ວຍຕອງເຂົ້າຮ່ວມ.

      ໃນພິທີທ່ານ ພິນ ຫອມດອກ ນາຍບ້ານໆ ຫ້ວຍຕອງ ໄດ້ລາຍງານການຈັດຕັ້ງປະຕິບັດການສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຈຳນວນ 7 ບ້ານຄື: ບ້ານແກສີພົມ, ບ້ານປົ່ງແປ້ນ, ບ້ານຫ້ວຍຮາກ, ບ້ານພູລ້ານ, ບ້ານສີນົກໄຊ້, ບ້ານນໍ້າຄ່ອມ ແລະ ບ້ານຫ້ວຍຕອງ ໂດຍໄດ້ປະຕິບັດຕາມເປົ້າໝາຍ ແລະ ມາດຕະການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ເພື່ອໃຫ້ປະກົດຜົນເປັນຈິງ ຄະນະຮັບຜິດຊອບ ໄດ້ສຸມໃສ່ສ້າງຂະບວນການແຂ່ງຂັນ ບັນດາມາດຖານ ເງື່ອນໄຂການສ້າງ ຄອບຄົວ ແລະ ບ້ານພັດທະນາທາງດ້ານແຮງງານແລະ ສະຫວັດດີການສັງຄົມ. ພາຍໃນ7 ບ້ານມີ ຫົວໜ່ວຍການຜະລິດທັງໝົດ 88 ຫົວໜ່ວຍ ມີ 1.207 ຄອບຄົວ ມີພົນລະເມືອງທັງໝົດ 6.486 ຄົນ ຍິງ 3.268 ຄົນ ມີກຳລັງແຮງງານທັງໝົດ 4.886 ຄົນ ຍິງ 2.316 ຄົນ ເທົ່າກັບ 75%. ການປະກອບອາຊີບຂອງປະຊາຊົນໂດຍສ່ວນໃຫຍ່ 76% ມີອາຊີບເປັນຊາວໄຮ່ນາ, ປູກຝັງລ້ຽງສັດ, ເຮັດທູລະກິດສ່ວນຕົວ 18%, ເຮັດວຽກນຳເອກກະຊົນ 2,39%, ພະນັກງານລັດ 2% ແລະ ອັດຕາສ່ວນຫວ່າງງານຢູ່ທີ່ 1,02%. ຜ່ານການປະເມີນຕາມມາດຖານເງື່ອນໄຂ ການສ້າງບ້ານພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມທັງ 7 ບ້ານສາມາດຕີລາຄາໄດ້ຄື: ຄອບຄົວທີ່ບັນລຸຕາມມາດຖານເງື່ອນໄຂທາງດ້ານ ແຮງງານ ແລະ ສະຫວັດດີການທັງໝົດ 1.173ຄອບຄົວ ໃນຈຳນວນຄອບຄົວທັງໝົດ 1.207 ຄອບຄົວ ເທົ່າກັບ 97% ສາມາດປະກາດເປັນບ້ານພັດທະນາທາງດ້ານແຮງງານແລະ ສະຫວັດດີການສັງຄົມຂື້ນຢ່າງເປັນທາງການ.

ໃນໂອກາດທີ່ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ເຂົ້າຮ່ວມຄັ້ງນີ້ ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນ 7ບ້ານທີ່ຍາດໄດ້ນາມມະຍົດດັ່ງກ່າວ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນ 7 ບ້ານຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອນາມມະຍົດບ້ານດັ່ງກ່າວໄວ້ໃຫ້ໝັ້ນຄົງ.

ໂດຍ: ດອນ ຂຽວພະນາ 0205544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *