ທ່ານ ເຈົ້າເມືອງຊຽງຮ່ອນລົງຊຸກຍູ້ວຽກງານຮອບດ້ານຢູ່ເຂດບ້ານທົ່ງກາບ

ກົດແຊຣ໌

ໃນວັນທີ 3 ສິງຫາ 2023ນີ້ ທ່ານ ກົງທອງ ສິດທິໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆຊຽງຮ່ອນ ແຂວງໄຊຍະບູລີ ພ້ອມດ້ວຍຂະແໜງການອ້ອມຂ້າງເມືອງ, ພະນັກງານຊີ້ນຳບ້ານ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເຂດບ້ານທົ່ງກາບ ໂດຍມີອົງການປົກຄອງບ້ານເຂດດັ່ງກ່າວ ພ້ອມດ້ວຍປະຊາຊົນພາຍໃນບ້ານປົ່ງແປ້ນເຂົ້າຮ່ວມ.

  ການລົງເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ເລຂາໜ່ວຍພັກບ້ານແຕ່ລະບ້ານ ເຂດທົ່ງກາບຈຳນວນ 8 ບ້ານໄດ້ຜັດປ່ຽນກັນຂື້້ນລາຍງານວຽກງານຮອບດ້ານຂອງບ້ານໂດຍໄດ້ຍົກໃຫ້ເຫັນສະພາບລວມຂອງບ້ານ ການຈັດຕັ້ງແຜນພັດທະນາຂອງບ້ານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບັນຫາສະເໜີຕໍ່ອົງການປົກຄອງເມືອງ ໃນໄລຍະຜ່ານມາອົງການປົກຄອງບ້ານແລະ ປະຊາຊົນພວມສຸມໃສ່ການປູກພືດລະດູຝົນຢ່າງເປັນຂະບວນການກ້ວາງຂວາງ  ດ້ານໜຶ່ງກໍ່ໄດ້ພ້ອມກັນເອົາໃຈໃສ່ພັດທະນາບ້ານເປັນແຕ່ລະໄລຍະໂດຍໄດ້ຍົກໃຫ້ເຫັນປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂື້ນເປັນກ້າວໆ. ໃນໂອກາດທີ່ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ທີ່ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ບ້ານເຂດບ້ານທົ່ງກາບໃນຄັ້ງນີ້ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບອົງການປົກຄອງບ້ານພາຍໃນເຂດບ້ານທົ່ງກາບ ທີ່ຍັງຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ ແລະປະຊາຊົນເຮັດໃຫ້ວຽກງງານການເມືອງແນວຄິດມີຄວາມໜັກແໜ້ນ ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະເສດຖະກິດໄດ້ຮັບການຂະຫຍາຍຕົວເປັນກ້າວໆ ແລະທ່ານ ຍັງໄດ້ເໜັ້ນໜັກໃຫ້ ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ບັນດາສະມາຊິກພັກອົງການປົກຄອງບ້ານ ແລະ ປະຊາຊົນບັນດາເຜົ່, ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ສ້າງຄວາມສາມັກຄີພາຍໃນສະມາຊິກພັກ ແລະ ປະຊາຊົນພາຍໃນບ້ານ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ ແລະປະກົດການຫຍໍ້ທໍ້ໃຫ້ຫຼຸດນ້ອຍຖອຍລົງ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນຕົ້ນແມ່ນຈະຕ້ອງດຸໝັ່ນຂະຫຍັນພຽນປູກຝັງ ລ້ຽງສັດ, ປູກຢາງພາລາໃຫ້ເປັນອາຊີບໝັ້ນຄົງໃນໄລຍະຍາວ ໃຫ້ເປັນຂະບວນການກ້ວາງຂວາງ ເພື່ອເປັນສິນຄ້າແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ນັບດີຂື້ນເປັນກ້າວໆ.

ໂດຍ: ດອນ ຂຽວພະນາ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *