ທ່ານເຈົ້າເມືອງຊຽງຮ່ອນລົງເຄື່ອນໄຫວພົບປະອຳນາດການປົກຄອງບ້ານເຂດມົກສະຕຸ

ກົດແຊຣ໌

ໃນວັນທີ 4 ສິງຫາ 2021ນີ້ ຢູ່ທີ່ບ້ານມົກສະຕຸ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ ໄດ້ລົງເຄື່ອນໄຫວ ພົບປະ ແລະ ຊຸກຍູ້ ອົງການປົກຄອງບ້ານເຂດບ້ານມົກສະຕຸ ໂດຍມີຂະແໜງການອ້ອມຂ້າງເມືອງ, ອົງການປົກຄອງບ້ານ 6 ບ້ານ ແລະ ປະຊາຊົນບ້ານມົກສະຕຸເຂົ້າຮ່ວມ.

        ໃນການລົງພົບປະໃນຄັ້ງນີ້ ທ່ານ ຕຸ້ຍ ຫອມດອກ  ເລຂາພັກບ້ານ ນາຍບ້ານບ້ານມົກສະຕຸ ໄດ້ຂື້ນລາຍງານສະພາບລວມຂອງ ບ້ານພາຍໃນເຂດມົກສະຕຸ ເຂດດັ່ງກ່າວປະກອມມີ 6 ບ້ານ ດ້ານການເມືອງແນວຄິດອົງການປົກຄອງບ້ານ, ສະມາຊິກພັກ ແລະ ປະຊາຊົນພາຍໃນເຂດບ້ານດັ່ງກ່າວໄດ້ມີການສຶກສາອົບບຮົມດ້ານການເມືອງແນວຄິດ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫົງບ ໄດ້ມີການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ປະກົດການຫຍໍ້ທໍ້ມີທ່າອ່ຽງລຸດລົງ ແລະ ເຮັດໃຫ້ບ້ານ ຄວາມສະຫງົບສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ  ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວຽກງານວັດທະນະທໍາສັງຄົມ ກໍ່ຮັບການພັດທະນາເປັນກ້າວໆ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດຜ່ານມາ ແລະ ພ້ອມທັງກຳນົດທິດທາງແຜນການ 6 ເດືອນທ້າຍປີເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

        ຕອນທ້າຍທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ຍັງໄດ້ໂອ້ລົມຕໍ່ອຳນາດການປົກຄອງບ້ານ ແລະ ປະຊາຊົນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງບ້ານ ແລະ ປະຊາຊົນທີ່ຍາດມາໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານມາ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງອຳນາດການປົກຄອງບ້ານ ແລະ ປະຊຊາຊົນພາຍໃນຂອບເຂດບ້ານມົກສະຕຸ ຕ້ອງໄດ້ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນ ເພື່ອເຮັດໃຫ້ເຂົາເຈົ້າຮູ້ສິດເປັນເຈົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໃຫ້ມີປະສິດທິຜົນສູງຂື້ນ, ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເປັນຂອງມວນຊົນ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ, ສຸມໃສ່ການຜະລິດ ປູກຝັງ ລ້ຽງສັດ ໃຫ້ເປັນຂະບວນຢ່າງກ້ວາງຂວາງ ໂດຍນໍາໃຊ້ທ່າແຮງບົ່ມຊ້ອມຂອງເຂດດັ່ງກ່າວ ໃຫ້ມີການພັດທະນານັບມື້ນັບດີຂື້ນເປັນກ້າວໆ, ສືບຕໍ່ຍູ້ແຮງສ້າງຂະບວນການດ້ານຕ່າງໆເພື່ອຊຸກຍູ້ຂະບວນການແກ້ໄຂຄວາມທຸກຍາກ, ສືບຕໍ່ເອົາໃຈໃສ່ເປັນເຈົ້າການຊ່ວຍກັນທຸກວິທີທາງເພື່ອແກ້ໄຂບັນຫາຢາເສບທີ່ເປັນພິດໄພຄຸກຄາມຕໍ່ບ້ານເມືອງ,ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມເວົ້າລວມ ເວົ້າສະເພາະແມ່ນຕໍ່ກັບການສ້າງສາພັດທະນາບ້ານ ແນໃສ່ເຮັດໃຫ້ບັນຫາສິ່ງເສບຕິດຫຼຸດໜ້ອຍຖອຍລົງ ແລະ ພ້ອມກັນເປັນເຈົ້າການໃນຕ້ານ ແລະ ການປ້ອງກັນການລະບາດຂອງພະຍາດ ໂຄວິດ 19 ໂດຍການປະຕິບັດມາດຕະການທີ່ທາງຄະນະສະເພາະກິດວາງອກໃຫ້ເຂັ້ມງວດ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *