ສະພາປະຊາຊົນແຂວງໄຊຍະບູລີ ລົງຕິດຕາມກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ວັນທີ 9 ມິຖຸນາ2023ນີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງຊຽງຮ່ອນ ທ່ານ ເພັງນິລັນ ຄໍາພັນເພັງຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7 ແຂວງໄຊຍະບູລີ ພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາເສດຖະກິດການເງິນໂດຍມີທ່ານ ກົງທອງ ສິດທິໄຊ ເລຂາພັກເມືອງ ເຈົ້າເມືອງຊຽງຮ່ອນ ພ້ອມດ້ວຍການນໍາຂອງເມືອງ,ບັນດາຫົວໜ້າຫ້ອງການທີ່ມີລາຍຮັບພາຍໃນເມືອງ ແລະປ້ອງກັນຄວາມສະຫງົບເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ກົງທອງ ສິດທິໄຊ ເລຂາພັກເມືອງເຈົ້າເມືອງຊຽງຮ່ອນ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງເມືອງຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍຫຍໍ້ ຜ່ານການຈັດຕັ້ງປະຕິບັດໃນປີ2022ເຫັນວ່າເສດຖະກິດຂອງເມືອງໄດ້ຂະຫຍາຍຕົວຕໍ່ເນື່ອງໃນລະດັບ7,07%ລວມຍອດມູນຄ່າຜົນຜະລິດພາຍໃນບັນລຸໄດ້845,07ຕື້ກີບ ທຽບໃສ່ປີ2021ແມ່ນເພີ່ມຂື້ນ141,13ຕື້ກີບ ສະເລ່ຍໃສ່ຫົວຄົນໄດ້24.044.000ກີບຕໍ່ຄົນຕໍ່ປີ ຜະລິດເຂົ້າໃນເນື້ອທີ່4.938.8ເຮັກຕ້າ ຜົນຜະລິດໄດ້20.039,91ໂຕນນອກຈາກນີ້ທາງເມືອງກໍໄດ້ຊຸກຍູ້ສົ່ງເສີມສ້າງພື້ນຖານເສດຖະກິດຂອງເມືອງໃຫ້ເຂັ້ມແຂງຕົ້ນຕໍແມ່ນປູກໝາກເດືອຍ,ສາລີແຂງ,ມັນຕົ້ນແລະອື່ນໆພ້ອມນີ້ກໍດຶງດູດນັກລົງທຶນປູກໝາກໂມ,ຖົ່ວເຫຼືອງເພື່ອສ້າງວຽກເຮັດງານທໍາກໍຄືການສ້າງລາຍຮັບໃຫ້ປະຊາຊົນ ອັນພົ້ນເດັ່ນແມ່ນປູກຢາງພາລາໃນເນື້ອທີ່5.988,91ເຮັກຕ້າ ມີເງິນສໍາພັດໃນແຕ່ລະອາທິດຈາກການຊື້-ຂາຍຢາງພາລາປະມານ1.750-2.220ລ້ານກີບ.ໃນໂອກາດດຽວກັນ ທ່ານປະທານກໍໄດ້ມີຄໍາເຫັນເຈາະຈິ້ມບັນດາຂະແໜງການເສດຖະກິດເປັນຕົ້ນຂະແໜງການເງິນ,ອຸດສາຫະກໍາ ແລະການຄ້າ,ກະສິກໍາແລະປ່າໄມ້,ໂຍທາທິການ ແລະຂົນສົ່ງ,ຊັບພະຍາກອນທໍາມະຊາດແລະສິ່ງແວດລ້ອມ,ແຜນການ ແລະການລົງທຶນ. ບັນດາຂະແໜງການກໍໄດ້ຖັດປ່ຽນກັນຂຶ້ນລາຍງານດ້ານດີທີ່ຕັ້ງໜ້າ ແລະດ້ານອ່ອນທີ່ຈະຕ້ອງແກ້ໄຂໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.ພ້ອມດຽວກັນນີ້ຄະນະປະທານ,ບັນດາຜູ້ເຂົ້າຮ່ວມກໍຍັງໄດ້ປະກອບຄໍາເຫັນຕໍ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດທີ່ເປັນບັນຫາກົດໜ່ວງທ່ວງດຶງຕໍ່ກັບການສ້າງສາພັດທະນາເສດຖະກິດສັງຄົມ.

ໃນໂອກາດດຽວກັນ ທ່ານ ເພັງນິລັນ ຄໍາພັນເພັງຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ7 ແຂວງໄຊຍະບູລີ ພ້ອມດ້ວຍທີມງານ ແລະການນໍາຂອງເມືອງກໍຍັງໄດ້ໄປເບິ່ງຜົນສໍາເລັດຂອງປະຊາຊົນບ້ານແກສີພົມໃນການກໍ່ສ້າງປູຢາງເສັ້ນທາງພາຍໃນບ້ານ,ເບິ່ງໂຮງງານປຸງແຕ່ງຊາໝ້ຽງທີ່ບ້ານດອນຕັນ,ເບິ່ງການກໍ່ສ້າງຫ້ອງການຄ້າຍຄຸມຂັງດັດສ້າງ,ເບິ່ງໂຮງງານປຸງແຕ່ງຢາງພາລາລາວ ຈູນທົງ,ເບິ່ງການກໍ່ສ້າງຕາຝັ່ງເຈື່ອນຢູ່ນໍ້າງຶ່ມບ້ານດອນໄຊແລະເບິ່ງສະຖານທີຕັດຜັງບ້ານເພື່ອຍົກຍ້າຍປະຊາຊົນທີ່ມີຄວາມສ່ຽງຈາກໄພພິບັດທາງທໍາມະຊາດທີ່ບ້ານຫ້ວຍຢວກອີກດ້ວຍ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *