ຄະນະນໍາຂອງເມືອງຊຽງຮ່ອນເຂົ້າຮ່ວມກອງປະຊຸມຜ່ານລະບົບທາງໄກສະຫລຸບຕີລາຄາ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວແຂວງໄຊຍະບູລີປະຈໍາປີ 2021

ກົດແຊຣ໌

ກອງປະຊຸມສະຫລຸບຕີລາຄາ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວແຂວງໄຊຍະບູລີປະຈໍາປີ 2021ໄດ້ໄຂຂຶ້ນ ໃນລະຫວ່າງວັນທີ 29-30 ພະຈິກ 2021 ທີ່ ແຂວງ ໄຊຍະບູລີ,ພາຍໃຕ້ການເປັນປະທານຂອງສະຫາຍ ສໍາລານ ສຸວັນນະໂຊດ,ຄະນະປະຈໍາພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ,ກອງປະຊຸມຄັ້ງນີ້ເປັນກຽດເຂົ້າຮ່ວມຂອງສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຄະນະຈັດຕັ້ງ ບັນດາເມືອງ11ເມືອງທົ່ວແຂວງໄຊຍະບູລີ, ແລະ ຄະນະຈັດຕັ້ງບັນດາເມືອງ ທົ່ວແຂວງ ໄຊຍະບູລີເຂົ້າຮ່ວມ,ເມືອງປາກລາຍນໍາພາໂດຍສະຫາຍບຸນໝັ້ນເສີມມາ ຄະນະປະຈໍາພັກເມືອງ,ຫົວໜ້າຄະນະໂຄສະນາອົບຮົມເມືອງປາກລາຍ,ພ້ອມດ້ວຍບັນດາຫົວໜ້າຫ້ອງການ,ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

      ກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວໄຂກອງປະຊຸມໂດຍຊີ້ໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້,ຈະໄດ້ພ້ອມກັນສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມວຽກງານຈັດຕັ້ງ,ກໍ່ສ້າງພັກ–ພະນັກງານທົ່ວແຂວງປະຈໍາປີ 2016 ແລະ 2020,ພ້ອມທັງຄົ້ນຄວ້າ ກໍານົດທິດທາງວຽກງານຈຸດສຸມໃນປີ2021-2025ພ້ອມນີ້ ກໍ່ໄດ້ເນັ້ນໃຫ້ສືບຕໍ່ສ້າງແຜນກໍານົດພະນັກງານ ແລະ ແຜນບຳລຸງ-ກໍ່ສ້າງພະນັກງານ, ການຄຸ້ມຄອງພະນັກງານ, ການຈັດວາງ- ສັບຊ້ອນພະນັກງານ; ສະຫຼຸບຕີລາຄາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ, ກະກຽມຄວາມພ້ອມໃນການດຳເນີນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ໃນຄວາມຮັບຜິດຊອບທົ່ວຂະແໜງການຂອງຕົນໃຫ້ມີຜົນສຳເລັດ.

        ຈາກນັ້ນສະຫາຍ ສໍາລານ ສຸວັນນະໂຊດ,ຄະນະປະຈໍາພັກແຂວງ,ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີໄດ້ຂຶ້ນຜ່ານຮ່າງບົດສະຫລຸບຕີລາຄາ ສະພາບການຈັດຕັ້ງປະຕິບັດ ວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງຈາກການປະຕິບັດໜ້າທີ່ ວຽກງານຂອງຄະນະຈັດຕັ້ງທົ່ວແຂວງ ໃນໄລຍະ 5 ປີຜ່ານມາ, ຊຶ່ງໄດ້ຫັນເອົາພະນັກງານ ລົງຊ່ວຍບັນດາເມືອງທົ່ວແຂວງ,ເພື່ອນໍາພາ-ຊີ້ນໍາ ກະກຽມກອງປະຊຸມໃຫຍ່ຂັ້ນບ້ານ ແລະ ກອງປະຊຸມອົງຄະນະພັກເມືອງ ທັງ 3 ດ້ານ: ດ້ານຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ,ລາຍງານການປະຕິບັດວຽກງານໃນໄລຍະ ປະຈຳປີ 2016 ແລະ 2020,ພ້ອມທັງຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມໃນປີ 2021 – 2025.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *