ປີ 2023 ເມືອງ ຊຽງຮ່ອນແຂວງໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ 247.000 ກວ່າໂຕ

ກົດແຊຣ໌

     ໃນວັນທີ13 ກໍລະກົດ2023 ທີ່ຜ່ານມາ ເມືອງຊຽງຮ່ອນໄດ້ຈັດພິທີສະເຫຼີມສະຫຼອງວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ ພິທີໄດ້ຈັດຂື້ນຢູ່ທີ່ ໜອງຊາງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ ມີແຂກຖືກເຊີນຈາກອຳເພີພູຊາງ ຈັງຫວັດພະເຍົາ,ອໍາເພີທົ່ງຊ້າງ,ອໍາເພີສອງແຄ ຈັງຫວັດນ່ານ ລາດສະອານາຈັກໄທ ມີອຳນາດການປົກຄອງເມືອງ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ອຳນາດການປົກຄອງບ້ານ ນັກທຸລະກິດ ແລະ ປະຊາຊົນເຂົ້າຮ່ວມ.

      ໃນພິທີ ທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊຽງຮ່ອນໄດ້ຜ່ານຈຸດປະສົງໃນການຈັດກິດຈະກຳໃນຄັ້ງນີ້ ກໍ່ເພື່ອເປັນການປະຕິບັດເນື້ອໃນຈິດໃຈຂອງກົດໝາຍວ່າດ້ວຍສັດນໍ້າ ສັດປ່າກ່ຽວກັບການເຄື່ອນໄຫວສ້າງຂະບວນການປົກປັກຮັກສາສັດນໍ້າສັດປ່າ ເນື່ອງໃນໂອກາດວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ ເພື່ອປຸກຈິດສຳນຶກໃຫ້ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໄດ້ມີການປົກປັກຮັກສາແນວພັນສັດນໍ້າ-ສັດປ່າ ແລະ ເປັນການກະຕຸກຊຸກຍູ້ໃຫ້ແກ່ການຜະລິດແນວພັນສັດນໍ້າ ການລ້ຽງສັດນໍ້າ ຂອງຊາວກະສິກອນ ຜູ້ປະກອບການທີ່ກ່ຽວຂ້ອງໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ ໂດຍອີງໃສ່ສະພາບແວດລ້ອມ ທ່າແຮງທີ່ອຸດົມສົມບູນຂອງເມືອງ ເພື່ອແນໃສ່ເຮັດໃຫ້ປະຊາກອນສັດນໍ້າ ແລະ ສັດປ່າ ແຜ່ພັນເພີ່ມຂື້ນ ມີຄວາມຫຼາກຫລາຍທາງດ້ານຊີວະນານາພັນສາມາດຕອບສະໜອງຄວາມອຸດົມສົມບູນຄືນໃຫ້ທຳມະຊາດ ແລະ ຈຳກັດການລ່າສັດແບບດັບສູນ ໃນພິທີຍັງໄດ້ມີການປ່ອຍປາຄືນສູ່ທໍາມະຊາດ. ໃນນັ້ນໄດ້ປ່ອຍກ່ອນວັນທີ 13 ກໍລະກົດ ຢູ່ບັນດາ ຊົນລະປະທານ ແລະ ວັງສະຫງວນ ຂອງບ້ານ ຈຳນວນ 167.000 ໂຕ ເຊິ່ງວັນທີ 13ກໍລະກົດນີ້ໄດ້ປ່ອຍປາ ໂດຍແບ່ງອອກເປັນ 3ຈຸດຄື:ໜອງຊາງ, ອ່າງນໍ້າມ່າວບ້ານແກ່ນ,ແລະ ຊົນລະປະທານນໍ້າຄ່ອມ1 , ຝາຍນໍ້າງຶ່ມບ້ານແກສີພົມ, ວັງສະຫງວນບ້ານຄໍ້າ,ບ້ານຂິ່ງ,ບ້ານປ່າຫວ້ານ, ບ້ານດອນໄຈ  ປາທີ່ນໍາມາປ່ອຍໃນຄັ້ງນີ້ປະກອບມີ ປານິນ, ປາໄນ, ປາປາກ ແລະ ປາອິນເດຍ. ລວມປາທີ່ນໍາມາປ່ອຍໃນຄັ້ງນີ້ມີທັງໝົດ 247.000 ໂຕ.

ໂດຍ: ຜາຍ ທາດທາຕີ 59798354


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *