ປະທານສະພາປະຊາຊົນແຂວງໄຊຍະບູລີເຄື່ອນໄຫວຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ໃນວັນທີ 8 ກໍລະກົດ 2021ນີ້້ ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ລົງເຄື່ອນໄຫວພົບປະອົງການປົກຄອງບ້ານ ດອນໄຊ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ພ້ອມດ້ວຍສະມາຊິກສະພາປະຊາຊົນປະຈຳເຂດເລືອກຕັ້ງເມືອງ, ມີທີມງານຂັ້ນແຂວງ, ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

         ໃນການລົງພົບປະອົງການປົກຄອງບ້ານ ດອນໄຊ ຂອງປະທານສະພາປະຊາຊົນແຂວງໄຊຍະບູລີໃນຄັ້ງນີ້ ທ່ານ ກຽນ ແກ້ວມະນີ ນາຍບ້ານບ້ານ ດອນໄຊ ໄດ້ລາຍງານສະພາບຂອງບ້ານ ເຊິ່ງບ້ານດອນໄຊ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງ ຫາງຈາກເທດສະບານເມືອງ 13 ກິໂລແມັດ ປະກອບມີ 12 ໜ່ວຍຄຸ້ມຄອງພົນລະເມືອງ ມີ 150 ຄອບຄົວ, ມີຈຳນວນພົນທັງໝົດ 907 ຄົນ ຍິງ 434 ຄົນ ປະກອບມີຄອບຄົວທຸກຍາກ 14 ຄອບຄົວ ມີຈຳນວນພົນ 65 ຄົນ ດ້ານການຊີ້ນຳນຳພາຂອງອົງການປົກຄອງບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານມີຄວາມສະຫງົບ, ຄວາມສາມັກຄີຊ່ວຍເຫຼືອເຊິງກັນ ແລະ ກັນ ການນຳພາດ້ານວຽກງານເສດຖະກິດ ໄດ້ນຳພາປະຊາຊົນພາຍໃນບ້ານສ້າງເສດຖະກິດຄອບຄົວ ເປັນຕົ້ນແມ່ນ ທຳການຜະລິດ ປູກຝັງ ລຽງສັດ ສ້າງລາຍຮັບເຂົ້າຄອບຄົວໃຫ້ມີຊີວິດການເປັນຢູ່ດີຂື້້ນ ດ້ານວຽກງານວັດທະນະທຳສັງຄົມ ໄດ້ເອົາໃຈໃສ່ໃນຂະແໜງການສຶກສາ, ສາທາ ແລະ ຮັກສາເອກະລັກວັດທະນະທຳເຜົ່າ. ຈຸດປະສົງໃນການລົງພົບປະຂອງປະທານສະພາປະຊາຊົນຂັ້ນແຂວງໃນຄັ້ງນີ້ ແມ່ນການພົບປະຜູ້ມີສິດເລືອກຕັ້ງ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ກວດກາຄືນກ່ຽວກັບການຮັບຜິດຊອບໃນຈັດຕັ້ງແກ້ໄຂຄວາມທຸກຍາກຢູ່ບ້ານດອນໄຊ ແລະ ພ້ອມທັງນຳເອົາເຂົ້າສານ ແລະ ເຄື່ອງໃຊ້ໃນຄົວເຮືອນ ມາມອບໃຫຄອບຄົວທຸກຍາກຢູ່ພາຍໃນບ້ານ ລວມມູນຄ່າ 4.000.000 ກວ່າກີບ.

ຕອນທ້າຍ ທ່ານເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງໄຊຍະບູລີ ຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນໂດຍທ່ານໄດ້ເໜັ້ນໜັກ ໃຫ້ອົງການປົກຄອງບ້ານ ແລະ ຄອບຄົວທຸກຍາກ ຈົ່ງໄດ້ພ້ອມກັນເອົາໃຈໃສ່ໃນການຫັນປ່ຽນຈາກການດຳລົຊີວິດແບບຮິດເກົ່າຄອງເດີມມາເປັນການດຳລົງຊີວິດແບບໃໝ່ຕິດພັນກັບການປູກຝັງ ລ້ຽງສັດປັນສິນຄ້າ, ເອົາໃຈໃສ່ໃນການແກ້ໄຂປະກົດການຕ່າງໆຂອງບ້ານເຮັດໃຫ້ບ້ານມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ສຸມໃສ່ການແກ້ໄຂຄອບຄົວທຸກຍາກທີ່ຍັງເຫຼືອ ດ້ວຍການນຳໃຊ້ທ່າແຮງຂອງບ້ານ ເພື່ອເຮັດໃຫ້ບ້ານກາຍເປັນບ້ານພັດທະນາໃນຕໍ່ໜ້າ.

ໂດຍ: ດອນ ຂຽວພະນາ ຖວທ ມືອງຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *