ປະກາດການຈັດຕັ້ງກຳລັງກອງບັນຊາການທະຫານເມືອງຊຽງຮ່ອນ

ກົດແຊຣ໌

ກອງບັນຊາການທະຫານເມືອງຊຽງຮ່ອນໄດ້ຈັດພິທີ ປະກາດການຈັດຕັ້ງ ກໍາລັງທະຫານເມືອງຊຽງຮ່ອນ ໄດ້ຈັດຂື້ນໃນວັນທີ 8 ກລະກົດ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມມຂອງສະຫາຍ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີຄະນະພັກ ຄະນະບັນຊາ ກົມກອງອ້ອມຂ້າງເມືອງ ບັນດາແຂກຖືກເຊີນ ນາຍ ແລະ ພົນທະຫານເຂົ້າຮ່ວມ.

    ໃນພິທີ ສະຫາຍ ພັທ ແສງອຸໄທ ວຸດທິວົງ  ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຂື້ນຜ່ານຄຳສັງຍົກຍ້າຍພະນັກງານ ຂອງກອງບັນຊາການທະຫານແຂວງໄຊຍະບູລີ ສະບັບເລກທີ 457 /ກປຊ ລົງວັນທີ 29 ມິຖຸນາ 2021 ວ່າດ້ວຍການຍົກຍ້າຍກຳລັງທີ່ຂື້ນກັບກອງບັນຊາການ ທະຫານເມືອງ ກອງບັນຊາການທະຫານແຂວງຍົກຍ້າຍ ສະຫາຍ ພັທ ຈັນທອງ ໄຊສົງຄາມ ໄປຮັບໜ້າທີຢູ່ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ຜ່ານຂໍ້ຕົກລົງຊົວຄາວຂອງ ກອງບັນຊາການທະຫານແຂວງໄຊຍະບູລີ  ສະບັບເລກທີ 238/ກປຊ  ລົງວັນທີ 29 ມິຖຸນາ 2021 ວ່າດ້ວຍການ ແຕ່ງຕັ້ງຮອງການເມືອງກອງບັນຊາການທະຫານເມືອງຊຽງຮ່ອນ ໄດ້ແຕ່ງຕັ້ງ ສະຫາຍ ພັຕ ຄຳແກ້ວ ໄຊວຸດ ຂື້ນເປັນເປັນຮອງການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ກອງບັນຊາການທະຫານເມືອງຊຽງຮ່ອນ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ທະຫານ ແຂວງໄຊຍະບູລີ ສະບັບເລກທີ 257/ ກປຊ ລົງວັນທີ 6 ກໍລະກົດ 2021 ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າຂະແໜງການຂອງກອງບັນຊາການທະຫານເມືອງຊຽງຮ່ອນອິກດ້ວຍ.   

       ຕອນທ້າຍສະຫາຍ ພັອ ດາວນ້ອຍ ບຸດບົວທອງ ຄະນະປະຈໍາພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ນາຍ ແລະ ພົນທະຫານກອງບັນຊາການທະຫານເມືອງຊຽງຮ່ອນ ທີ່ໄດ້ຮັບການແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງນີ້ ກໍ່ແມ່ນໝາກຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ແລະ ສະຫາຍ ຍັງໄດ້ເໜັ້ນໜັກໃຫ້ບັນດາສະຫາຍ ຄະນະພັກ ຄະນະບັນຊາ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງຂັ້ນເທິງ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ສູງຂື້ນ ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນບັນດາເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຫັນເອົາວຽກງານການເມືອງແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ແລະ ພ້ອມກັນຈັດຕັ້ງປະຕິບັດວິຊາສະເພາະໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ເຮັດໃຫ້ເມືອງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *