ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງ ຄົບຮອບ 66 ປີ

ກົດແຊຣ໌

ເມືອງຊຽງຮ່ອນ ແຂວງໄຊຍະບູລີ ຈັດພິທີປາຖະກະຖາລະນຶກ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2021 ຂື້ນ ໃນວັນທີ 19 ກໍລະກົດ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນກຽດປາຖະກະຖາຂອງ ທ່ານ ທອງຂາວ ສຸດຈະລິດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ຜູ້ຊີ້ນຳຂົງເຂດວຽກງານອົງການຈັດຕັ້ງມະຫາຊົນ ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າຫ້ອງການ ປະທານສະຫະພັນແມ່ຍິງເມືອງ, ຄະນະບໍລິຫານງານ ຫົວໜ້າໜ່ວຍຮາກຖານແມ່ຍິງສຳນັກງານຫ້ອງການ, ບ້ານ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວເມືອງເຂົ້າຮ່ວມ. ຈຸດປະສົງໃນການຈັດພິທີປະຖະກະຖາໃນຄັ້ງນີ້ ກໍ່ເພື່ອເປັນການເລົ່າຄືນມູນເຊື້ອ 66 ປີແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ, ທິດທາງເສີມຂະຫຍາຍທາດແທ້ ລັກສະນະດີເລີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວບັນດາເຜົ່າ, ທີ່ໄດ້ອຸທິດຕົນເຂົ້າໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງການຈັດຕັ້ງເຄື່ອນໄຫວ 66 ປີ ຂອງວຽກງານຂອງສະຫະພັນແມ່ຍິງແຂວງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງເມືອງຊຽງຮ່ອນ. ເພື່ອໃຫ້ຜູ້ເຂົ້າຮ່ວມ ແລະ ສະມາຊິກແມ່ຍິງພາຍໃນເມືອງໄດ້ຮັບຮູ້ ແລະ ເຊືອມຊຶມ ເປັນຕົ້ນແມ່ນສຶກສາອົບຮົມແນວຄິດການເມືອງໃຫ້ແກ່ສະມາຊິກ, ເອົາໃຈໃສ່ປັບປຸງລະບົບການຈັດຕັ້ງ, ສືບຕໍ່ປົກປ້ອງສິດຜົນປະໂຫຍດ, ເພີ່ມທະວີຄວາມສາມັກຄີເປັນເອກກະພາບຕໍ່ແນວທາງຂອງພັກ ແລະ ເພີ່ມທະວີ ຍູ້ແຮງ ຂະບວນການ 3 ດີຂອງສະຫະພັນແມ່ຍິງ ວາງອອກໃຫ້ປະກົດຜົນເປັນຈິງ. ຕອນທ້າຍຍັງໄດ້ມີກິດຈະກຳ ຮັບບໍລິຈາກເລືອດນໍາເອື້ອຍນ້ອງແມ່ຍິງທີ່ເຂົ້າຮ່ວມປາຖະກະຖາ ໄດ້ຈຳນວນ 11 ຖົງ ເພື່ອນຳໄປໃຫ້ຜູ້ປ່ວຍທີ່ຕ້ອງການເລືອດທີ່ກຳລັງປິ່ນປົວຢູ່ໂຮງໝໍຊຸມຊົນຂອງເມືອງອິກດ້ວຍ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *