ເມືອງຊຽງຮ່ອນຈັດຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ເຈົ້າກົກ ເຈົ້າເຫຼົ່າ ຫົວໜ້າຊິງຊາວທົ່ວເມືອງຊຽງຮ່ອນ

ກົດແຊຣ໌

      ຊຸດຝຶກອົບຮົມການສຶກສາອົບຮົມການເມືອງແນວຄິດໃຫ້ເຈົ້າກົກເຈົ້າເຫຼົ່າ ຫົວໜ້າຊິງຊາວ ຊຸດຝຶກອົບຮົມໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງເມືອງ ໃນວັນທີ 6 ສິງຫາ 2021ນີ້. ໂດຍການເປັນປະທານຂອງທ່ານ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ ມີບັນດາ ເຈົ້າກົກ ເຈົ້າເຫຼົ່າ ຫົວໜ້າຊິງຊາວທົ່ວເມືອງ ແລະ ຄະນະຈັດຝຶກອົບຮົມເຂົ້າຮ່ວມ.

       ໃນຊຸດຝຶກອົບຮົມຄັ້ງນີ້ ສໍາມະນາກອນຈະໄດ້ຮຽນຮູ້ກ່ຽວກັບ ເສີມຂະຫຍາຍມູນເຊື້ອອັນດີງານຂອງປະຊາຊົນບັນດາເຜົ່າຢູ່ປະເທດເຮົາໃນໄລຍະໃໝ່, ບົດບາດຂອງ ເຈົ້າກົກເຈົ້າເຫຼົ່າ ຫົວໜ້າຊິງຊາວ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ, ປະເທດລາວຄົນລາວເປັນເຈົ້າຂອງ, ຄວາມຫມາຍສໍາຄັນຂອງຄວາມສາມັັກຄີບັນດາເຜົ່າ, ຄວາມທຸກຍາກ ສາເຫດ ແລະ ວິທີແກ້ໄຂແນວໃດ, ການປະຢັດມັດທະຍັດມີຜົນດີຕໍ່ຄອບຄົວແນວໃດ ກຸ່ມທ້ອນເງິນ ແລະ ຈຸດປະສົງຂອງການທ້ອນເງິນແມ່ນເພື່ອຫຍັງ, ການສ້າງບ້ານເປັນຫົວຫນ່ວຍພັດທະນາ ແລະ ການສ້າງບ້ານພັດທະນາແມ່ນແນວໃດ, ຄວາມຫມາຍຂອງການສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ການຜະລິດເປັນສິນຄ້າມີຜົນດີແນວໃດຕໍ່ຄອບຄົວ, ຄອບຄົວວັດທະນະທຳແມ່ນແນວໃດ ແລະ ການສ້າງຄອບຄົວວັດທະນະທຳແມ່ນແນວໃດ, ສິ່ງແວດລ້ອມ ແມ່ນຫຍັງ ແລະ ການປົກປັກຮັກສາສິ່ງແວດລ້ອມແມ່ນຕ້ອງເຮັດແນວໃດ,  ສປປລາວມີເນື້ອທີ່  ແລະ ມີຊາຍແດນຕິດຈອດກັບປະເທດໃດແດ່, ການມີຊາຍແດນຕິດຈອດກັບປະເທດອື່ນມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດຕໍ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການໄປອອກແຮງງານຢູ່ຕ່າງປະເທດ ທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍຈະມີຜົນສະທ້ອນຕໍ່ຕົນເອງ ແລະ ຄອບຄົວແນວໃດ, ເພື່ອຕ້ານການຄ້າມະນຸດ ແຕ່ລະຄອບຄົວຕ້ອງເຂົ້າຮ່ວມແນວໃດ, ຕໍ່ກັບກົນອຸບາຍຕໍ່ສັດຕູ ແລະ ປະກົດການຫຍໍ້ທໍ້ຢູ່ບໍລິເວນຊາຍແດນເຮົາຄວນຈະແກ້ແນວໃດ, ສປປລາວໄດ້ເຂົ້າປະຊາຄົມເສດຖະກິດອາຊຽນຈະໄດ້ຜົນປະໂຫຍດຄືແນວໃດ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມສຳຄັນແນວໃດ ປະຊາຊົນຕ້ອງໄດ້ປະກອບສ່ວນແນວໃດ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບເອກກະສານ ເພື່ອໃຫ້ແທດເໝາະກັບການຈັດຕັ້ງປະຕິບັດຢູ່ໃນທ້ອງຖິ່ນຕົນເອງ.

ຈຸດປະສົງໃນການຈັດຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ເຈົ້າກົກ ເຈົ້າເຫຼົ່າ ຫົວໜ້າຊິງຊາວ ມີຄວາມເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ, ສ້າງຄວາມເອກກະພາບ ຕໍ່ແນວທາງຂອງພັກ ນະໂຍບາຍຂອງລັດ  ແລະ ເພື່ອເຮັດໃຫ້ ເຈົ້າກົກເຈົ້າເຫຼົ່າ ຫົວໜ້າຊິງຊາວ ນຳພາປະຊາຊົນບັນດາເຜົ່າ ເຄື່ອນໄຫວຖືກຕ້ອງກັບແນວທາງ ແລະ ສອດຄ່ອງກັບລະບຽບກົດໝາຍຂອງລັດວາງອອກ.

ໂດຍ: ດອນ ຂຽວພະນາ 55443362 ຖວທ ມ ຊຽງຮ່ອນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *