ເຄື່ອນໄຫວສຸຂະສືກສາວຽກງານສາທາລະນະສຸກຢູ່ເຂດປາກເປັດ

ກົດແຊຣ໌

ເພື່ອປະຕິບັດຕາມແຜນຂອງກະຊວງສາທາລະນະສຸກ ສປປລາວໄດ້ກຳນົດໄວ້ເພື່ອເຮັດໃຫ້ວຽກງານສາທາ ລະນະສຸກ ດ້ານການບໍລິການໃຫ້ຂະຫຍາຍຕົວທົ່ວເຖີງຮາກຖານຊົນເຜົ່າເຂດຫ່າງໄກສອກຫຼິກໂດຍຖືເອົາການກັນພະຍາດແລະສົ່ງເສີມ ສຸຂະພາບເປັນຕົ້ນຕໍໄປພ້ອມກັບການປິ່ນປົວທີມີຄຸນນະພາບ ແລະ ສະໜອງການບໍລິການດ້ານສາທາລະນະສຸກຢ່າງທົ່ວເຖີງ ສະນັ້ນຫ້ອງການສາທາລະນະສຸກເມືອງຊຽງຮ່ອນຈື່ງໄດ້ປະຕິບັດຕາມແຜນຂອງຕົນເພື່ອລົງໂຄສະນາເຜີຍແຜ່ໃຫ້ຄວາມຮູ້ຂໍ້ມູນຂ່າວສານທາງດ້ານວຽກງານສາທາລະນະສຸກເຊັ່ນ: ການປ້ອງກັນພະຍາດຮັກສາສຸຂະພາບໃຫ້ການບໍລິການສຸຂະພາບແມ່ ແລະ ເດັກເປົ້າໝາຍໃຫ້ພໍ່ແມ່ປະຊາຊົນເຂດບ້ານປາກເປັດໃນລະຫວ່າງວັນທີ່ 12-26 ຕຸລາ 2021 ທີຜ່ານມາ ໂດຍການຊີ້ນໍານໍາພາຂອງ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທຳ- ສັງຄົມ ມີທີມງານຫ້ອງການສາທາເມືອງ ເຊິ່ງເຂດດັ່ງກ່າວເປັນເຂດໜຶ່ງເຊີ່ງແມ່ນຈຸດສຸມຂອງເມືອງຊຽງຮ່ອນກ່ຳລັງເລັ່ງໃສ່ພັດທະນາ, ມີໄລຍະທາງຫ່າງຈາກເທດສະບານເມືອງປະມານ 48 ກິໂລແມັດ, ປະກອບມີ 08 ບ້ານ, ມີ 800 ຄອບຄົວ, ພົນລະເມືອງ 4,884 ຄົນ, ຍິງ 2,292 ຄົນ, ແມ່ຍິງອາຍຸ 15 – 45 ມີ1,197 ຄົນ, ເດັກນ້ອຍຕ່ຳກົ່ວ 5 ປີ 414 ຄົນ, ເດັກນ້ອຍຕ່ຳກົ່ວ 1 ປີ 99 ຄົນ, ແມ່ມານ 99 ຄົນ, ການດຳລົງຊີວິດຂອງປະຊາຊົນສ່ວນຫຼາຍແມ່ນເຮັດສວນປູກເຂົ້າພຶດພັນຕ່າງໆ, ລ້ຽງສັດ ແລະ ຄ້າຂາຍຈຳນວນໜຶ່ງ, ການບໍລິການສຸຂະພາບຂື້ນກັບໂຮງໝໍນ້ອຍ ປາກເປັດ ແລະໂຮມໄຊ.

        ການລົງເຮັດວຽກໃນເທື່ອນີ້ແມ່ນໄດ້ຕິດຕາມສະພາບໂພສະນາການຂອງເດັກຕ່ຳກວ່າ 5 ປີໃຫ້ໄດ້ມາດຕະ ຖານບັນລຸຕາມລະດັບຄາດໝາຍ, ການສັກຢາກັນພະຍາດຕາມເກນອາຍຸເປົ້າໝາຍ, ຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ພະນັກງານໂຮງໝໍນ້ອຍ, ແພດບ້ານ ແລະ ອສບ ບ້ານໃຫ້ເຄື່ອນໄຫວວຽກງານສາທາລະນະສຸກ ແລະ ສາມາດປະຕິບັດໄດ້ຄື: ຄອບຄົວບໍ່ມີວິດຖ່າຍ  295     ຄອບຄົວ ,ຄອບຄົວວິດຖ່າຍເປ່ເພ  68  ຄອບຄົວ, ຄອບຄົວມີວິດຖ່າຍແຕ່ບໍ່ນຳໃຊ້   75 ຄອບຄົວ, ຄອບຄົວທຸກຍາກບໍ່ມີເງື່ອນໄຂເຮັດວິດຖ່າຍ  67   ຄອບຄົວ, ຊັ່ງນ້ຳໜັກ ແລະ ສັກຢາເດັກນ້ອຍລຸ່ມ 01 ປີໄດ້   287   ເທື່ອຄົນ, ກວດພະຍາດໄດ້   32  ເທື່ອຄົນ, ກວດທ້ອງແມ່ມານໄດ້   38  ເທື່ອຄົນ, ຢາຍອາຫານເສີມ ແລະ ວິຕາມິນ A    287   ເທື່ອຄົນ, ສາຍແອວຊີດີ  08   ຄັ້ງ, ສັກຢາກັນພະຍາດແມ່ຍິງ  15  – 45  ປີໄດ້   19  ເທື່ອຄົນ.

ຂ່າວ:ດິ່ງ ໄທແກ່ນ ຖວທ ຊຽງຮ່ອນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *