ໃນວັນທີ 14 ກໍລະກົດ 2021ນີ້ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ, ພ້ອມດ້ວຍຮອງເຈົ້າ, ກໍາມະການປະຈໍາພັກເມືອງ ພ້ອມຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ ກອງປະຊຸມທາງໄກ ຜ່ານລະບົບວິດີໂອຄອນເຟີເລັນ (confernce) ໄດ້ຈັດຢູ່ທີ່ ຫ້ອງວ່າການປົກຄອງເມືອງເມືອງຊຽງຮ່ອນ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີບັນດາພະແນກການຂອງແຂວງ ພ້ອມກັບບັນດາ, ອົງການປົກຄອງເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.
ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການທີ່ພົ້ນເດັ່ນຂອງອົງການປົກຄອງແຂວງໄຊຍະບູລີໄລຍະ 6 ເດືອນຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021 ຂອງອົງການປົກຄອງແຂວງ. ຈາກນັ້ນບັນດາພະແນກການຂັ້ນແຂວງ ແລະ ບັນດາເມືອງຍັງຈະໄດ້ປະກອບຄຳຄິດຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດວຽງານຂອງອົງການປົດຄອງແຂວງ ແລະ ວຽກງານພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ວິທີແກ້ໄຂ້ໃນຕໍ່ໜ້າ. ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.