ຝຶກອົບຮົມການສ້າງຄວາມເຂັ້ນແຂງໃຫ້ແກ່ ເລຂາໜ່ວຍພັກບ້ານ 4ເມືອງເໜືອຂອງແຂວງໄຊຍະບູລີ.

ກົດແຊຣ໌

ໃນວັນທີ 9 ພຶດສະພາ2024ນີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ຄະນະຈັດຕັ້ງແຂວງໄຊຍະບູລີໄດ້ຈັດຝຶກອົບຮົມການສ້າງຄວາມເຂັ້ນແຂງໃຫ້ແກ່ ເລຂາ, ຮອງເລຂາ ສຳນັກງານ ຫ້ອງການກົມກອງ ແລະ ເລຂາໜ່ວຍພັກບ້ານ 4ເມືອງເໜືອຂອງແຂວງໄຊຍະບູລີ ເພື່ອເປັນການສ້າງຄວາມເຂັ້ມແຂງໃນການຊີ້ນຳນຳພາ, ປະຕິບັດໜ້າທີ່ຕາມພາລະບົດບາດ, ຮູ້ວິທີວາງແຜນການນຳພາ ແລະ ສ້າງໜ່ວຍພັກກາຍເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜ້ນໃຫ້ເລຂາ ຮອງເລຂາສຳນັກງານຫ້ອງການ ແລະ ເລຂາໜ່ວຍພັກບ້ານ4ເມືອງເໜືອຄື: ເມືອງຊຽງຮ່ອນ ເມືອງຫົງສາ,ເມືອງເງິນ ແລະ ເມືອງຄອບ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ສຳລານ ສຸວັນນະໂຊດ ກໍາມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ, ມີຄະນະປະຈໍາພັກເມືອງ 4 ເມືອງ,ເລຂາໜວ່ຍພັກ ຮອງເລຂາໜ່ວຍພັກສໍານັກງານຫ້ອງການກົມກອງຂອງເມືອງ, ວິທະຍາກອນຈາກຂັ້ນແຂວງ, ເມືອງ ພ້ອມດ້ວຍເລຂາໜ່ວຍພັກບ້ານ4ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ການຈັດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້ດ້ານທິດສະດີການເມືອງ, ຄຸນສົມບັດສິນທໍາປະຕິວັດ, ການກໍ່ສ້າງພັກ ແລະ ປັບປຸງພັກ, ການເປັນເຈົ້າການເຮັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ ແນໃສ່ເພື່ອການບໍລິການ ແລະ ຮັບໃຊ້ປະຊາຊົນຢ່າງສຸດອົກສຸດໃຈ. ບັນຫາສໍາຄັນແມ່ນເຮັດໃຫ້ຄະນະພັກ, ສະມາຊິກພັກເຮົາມີແນວຄິດ, ທັດສະນະຊົນຊັ້ນ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປັບປຸງຄຸນສົມບັດສິນທໍາປະຕິວັດ, ເຫັນແຈ້ງມິດສັດຕູ, ຕ້ານແນວຄິດ ແລະ ປະກົດການຫຍໍ້ທໍ້ອື່ນໆ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ເຊື່ອໝັ້ນຕໍ່ອຸດົມການ ແລະ ຫ້າວຫັນເຮັດວຽກງານຕາມການມອບໝາຍ ຢ່າງມີຜົນສໍາເລັດ.ເຊິ່ງນັກສຳມະນາກອນຈະໄດ້ອົບຮົມ ເປັນຕົ້ນແມ່ນ ຮັບຟັງ ແລະ ເຊື່ອມຊືມເອກະສານຄື: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນ; ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ ເລກທີ01 ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດ ຂອງໜ່ວຍພັກບ້ານຢູ່ທົ່ງພຽງ, ພູດອຍຊົນນະບົດ; ຂໍ້ກໍານົດ ຂອງຄະນະເລຂາທິການສູນກາງພັກ ເລກທີ02ວ່າດ້ວຍການປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່; ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ102 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI; ຄໍາແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ04 ກ່ຽວກັບການຈັດຕັ້ງປະຕິບັດຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການເພີ່ມທະວີການສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ. ນອກຈາກນັ້ນ ຍັງຈະໄດ້ເຊື່ອມຊຶມຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ; ແບບແຜນວິທີເຮັດວຽກ ແລະ ຍົກສູງຄວາມສາມາດນໍາພາຂອງຄະນະພັກຂັ້ນຕ່າງໆ ແລະ

ພ້ອມກັນນັ້ນນັກສຳມະນາກອນ ຍັງຈະໄດ້ແລກປ່ຽນບົດຮຽນ ແລະສົນທະນາກັນໄປຕາມແຕ່ລະຫົວຂໍ້ຄົ້ນຄວ້າເປັນກຸ່ມ ແລະ ລົງປະຕິບັດຕົວຈິງຢູ່ໜ່ວຍພັກບ້ານ ຊຸດຝຶກອົບຮົມຈະໄດ້ດຳເນີນໃນລະຫວ່າວວັນທີ 9-14 ພຶດສະພາ2024 ຈຶ່ງຈະສຳເລັດ.

ໂດຍ: ຖວທ ຊຽງຮ່ອນ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *