ຊຸດຝຶກອົບຮົມການສ້າງຄວາມເຂັ້ນແຂງໃຫ້ແກ່ ເລຂາ ແລະ ຄະນະໜ່ວຍພັກບ້ານ ໃຫ້ເມືອງຊຽງຮ່ອນ ແລະ ເມືອງຄອບ

ກົດແຊຣ໌

ເພື່ອເປັນການສ້າງຄວາມເຂັ້ມແຂງໃນການຊີ້ນຳນຳພາ, ປະຕິບັດໜ້າທີ່ຕາມພາລະບົດບາດ, ຮູ້ວິທີວາງແຜນການນຳພາ ແລະ ສ້າງໜ່ວຍພັກກາຍເປັນໜ່ວຍພັກປອດໃສ,ເຂັ້ມແຂງໜັກແໜນ ໃຫ້ເລຂາໜ່ວຍພັກບ້ານ ແລະ ຄະນະພັກບ້ານ 2 ຄື: ເມືອງຊຽງຮ່ອນ ແລະ ເມືອງຄອບ ແຂວງໄຊຍະບູລີ ໄດ້ເປີດຂື້ນໃນວັນທີ 7 ເມສາ 2022ນີ້ ຢູ່ທີ່ສະໂມສອນຂອງເມືອງຊຽງຮ່ອນ ໂດຍການເປັນກຽດເຂົ້າຮ່ວມ ຂອງສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ ມີສະຫາຍ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ, ມີວິທະຍາກອນຈາກຂັ້ນແຂວງ,ເມືອງ ພ້ອມດ້ວຍເລຂາໜ່ວຍພັກບ້ານ ແລະ ຄະນະໜ່ວຍພັກບ້ານ 2 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນຊຸດຝຶກອົບຮົມຄັ້ງນີ້ສຳມະນາກອນຈະໄດ້ອົບຮົມ ເປັນຕົ້ນແມ່ນ ​ຮັບຟັງ ແລະ ເຊື່ອມຊືມເອກະສານ: ຄຳສັ່ງແນະນໍາສະບັບເລກທີ 01/ກມສພ, ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳແນະນໍາຂອງຄະນະປະຈຳພັກແຂວງ ສະບັບເລກທີ 04/ຄພຂ ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັັກ ວ່າດ້ວຍການເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ, ຄຳສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 064/ກມສພ, ວ່າດ້ວຍການຂະຫຍາຍພັກ, ຄຳແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 102/ຄຈສພ, ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂໍ້ກຳນົດ ສະບັບເລກທີ 01/ຄລສພ, ວ່າດ້ວຍພາລະບົດບາດ, ໜ້າທີ່, ສິດຂອງໜ່ວຍພັກບ້ານຢູ່ທົ່ງພຽງ, ພູດອຍຊົນນະບົດ, ຂໍ້ກໍານົດ ສະບັບເລກທີ 02/ຄລສພ ວ່າດ້ວຍການປ້ອງກັນພັກ-ພະນັກງານ ໃນໄລຍະໃໝ່, ອົບຮົມການຂຽນສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ ແລະ ທິດທາງແຜນການປີຂອງໜ່ວຍພັກບ້ານ ແລະ ຮ່າງເອກະສານກ່ຽວກັບວຽກງານຂະຫຍາຍພັກ ພ້ອມກັນນັ້ນສຳມະນາກອນຍັງຈະໄດ້ ຄົ້ນຄວ້າເປັນກຸ່ມ ແລະ ລົງປະຕິບັດຕົວຈິງຢູ່ໜ່ວຍພັກບ້ານ ຊຸດຝຶກອົບຮົມຈະໄດ້ດຳເນີນໄປເວລາ4ມື້ຈືງຈະສຳເລັດ.

ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 020 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *