ກຽມຄວາມພ້ອມ 100% ໃນການສອບເສັງຈົບຊັ້ນ ມ7 ສົກຮຽນ 2020-2021

ກົດແຊຣ໌

       ເມືອງຊຽງຮ່ອນ ແຂວງໄຊຍະບູລີ ກະກຽມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ7  ຢູ່ພາຍໃນເມືອງ ພິທີການກະກຽມໄດ້ຈັດຂື້ນໃນວັນທີ 27 ກໍລະກົດ 2021 ນີ້ ໂດຍການເປັນກຽດເຂົ້າຮ່ວມ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງຊຽງຮ່ອນ ມີທ່ານ ບຸນທະວີ ໂສພາ ຫົວໜ້າຂະແໜງ ກວດກາ ແລະ ປະເມີນຜົນ ພະແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ພ້ອມຄະນະກຳມະການການສອບເສັງຂັ້ນເມືອງເຂົ້າຮ່ວມ.

ການສອບເສັງເຊິ່ງຈະໄດ້ຈັດຂື້ນໃນວັນທີ 28 ກໍລະກົດ 2021ນີ້ ສໍາລັບການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນປາຍ ມ7 ໃນທົ່ວເມືອງຊຽງຮ່ອນໃນຄັ້ງນີ້ ໄດ້ກໍານົດເອົາ 1 ສູນສອບເສັງຄື: ສູນສອບເສັງ ມສຊຽງຮ່ອນ ທົ່ວເມືອງມີໂຮງຮຽນ ມັດທະຍົມສຶກສາສົມບູນ 6 ແຫ່ງຄື: ໂຮງຮຽນ ມສ ຊຽງຮ່ອນ, ມສ ທົ່ງກາບ, ມສ ບ້ານແກ່ນ, ມສ ດອນມູນ, ມສ ມົກສະຕຸ ແລະ ມສ ປາກເປັດ. ມີນັກສອບເສັງ ລວມທັງໝົດ 237 ຄົນ, ຍິງ 106 ຄົນ, ແບ່ງຫ້ອງສອບເສັງອອກເປັນ 13 ຫ້ອງສອບເສັງ, ປະກອບມີ 5 ວິຊາສອບເສັງຄື: ວິຊາ ພາສາລາວ – ວັນນະຄະດີ, ວິຊາ ຄະນິດສາດ, ກຸ່ມວິຊາວິທະຍາສາດທຳມະຊາດ, ກຸ່ມວິຊາວິທະຍາສາດສັງຄົມ ແລະ ວິຊາ ພາສາອັງກິດ.ການສອບເສັງໄດ້ດຳເນີນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 28-29-30 ກໍລະກົດ 2021. ຈາກນັ້ນ ນ້ອງນັກຮຽນ ແລະ ຄະນະກຳມະການການສອບເສັງໄດ້ຮັບຟັງ ນິຕິກຳກ່ຽວກັບການສອບເສັງ ແລະ ກົດລະບຽບການສອບເສັງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

      ຈຸດປະສົງຄາດໝາຍເພື່ອເປັນການປະເມີນຜົນການຮຽນຂອງນັກຮຽນ-ການສອນຂອງຄູ, ເຮັດໃຫ້ການສອບເສັງຈົບຊັ້ນແຕ່ລະວິຊາ ມີຄຸນນະພາບດີຂື້ນ ເປັນການວັດປະເມີນຜົນ. ການຮຽນຂອງນັກຮຽນໃນຊັ້ນມັດທະຍົມສຶກສາຕອນປາຍ ທ້າຍສົກຮຽນ 2020-2021 ເພື່ອສຶບຮຽນຕໍ່ຮຽນວິຊາຊີບຢ່າງມີຄຸນນະພາບ.

ໂດຍ: ດອນ ຂຽວພະນາ 020 55443362 ຖວທ ຊຽງຮ່ອນ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *