ການເກັບກ່ຽວພືດລະດູປີຂອງຊາວກະສິກອນຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ຕາມການລາຍງານຂອງ ທ່ານ ເບີຍ ເກດສີທອງ ຮັກສາການຫົວໜ້າຫ້ອງການກະສິກຳ-ປ່າໄມ້ ເມືອງຊຽງຮ່ອນ ໃຫ້ຮູ້ວ່າ: ການເກັບກ່ຽວພືດລະດູປີຂອງຊາວກະຊິກອນຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເຊິ່ງໃນປັດຈຸບັນຊາວກະສິກອນໃນທົ່ວເມືອງ ແມ່ນໄດ້ເລີ່ມລົງມືເກັບກ່ຽວເຂົ້ານາສຳເລັດແລ້ວ 40%.

ການເກັບກ່ຽວໄດ້ເລີ່ມມາແຕ່ທ້າຍເດືອນ 9 ເປັນຕົ້ນມາ ແລະ ຮອດປັດຈຸບັນສາມາດເກັບກ່ຽວເຂົ້ານາປີ ໄດ້ແລ້ວ 1,343.28 ເຮັກຕາ, ເທົ່າກັບ 40% ຂອງເນື້ອທີ່ປູກເຂົ້ານາປີທັງໝົດ 3,358.20 ເຮັກຕາ, ໃນນັ້ນມີເນື້ອທີ່ເຂົ້ານາດໍທັງໝົດແມ່ນ 1,343.28 ເຮັກຕາ, ສາມາດເກັບກ່ຽວສຳເລັດແລ້ວເທົ່າກັບ 40% ແລະ ສາມາດເກັບກູ້ພືດລະດູຝົນອື່ນໄດ້ແລ້ວເປັນຕົ້ນແມ່ນ: ສາລີ, ຖົ່ວດິນ, ພຶດຜັກ, ຖົ່ວຕ່າງໆ… ໃນເນື້ອທີ່ປູກພືດລະດູຝົນທັງໝົດ 5,540.14 ເຮັກຕາ ລາຍລະອຽດມີດັ່ງນີ້:

  • ເກັບກູ້ສາລີແຂງສຳເລັດແລ້ວ 85% ເທົ່າກັບເນື້ອທີ 167.70 ເຮັກຕາ, ຂອງເນື້ອທີທັງໝົດ 197.30 ເຮັກຕາ, ສະມັດຕະພາບ 4.95 ໂຕນ.
  • ເກັບກູ້ໝາກຖົ່ວດິນສຳເລັດແລ້ວ 65 % ເທົ່າກັບເນື້ອທີ 24.99 ເຮັກຕາ, ຂອງເນື້ອທີທັງໝົດ 38.45 ເຮັກຕາ, ສະມັດຕະພາບ 3.00 ໂຕນ.
  • ເກັບກູ້ສາລີຫວານສຳເລັດແລ້ວ  65% ເທົ່າກັບເນື້ອທີ 94.57 ເຮັກຕາ, ຂອງເນື້ອທີທັງໝົດ 145.50 ເຮັກຕາ, ສະມັດຕະພາບ 4.38 ໂຕນ.
  • ເກັບກູ້ຂ່າ( ແກ່ນ) ສຳເລັດແລ້ວ  85% ເທົ່າກັບເນື້ອທີ 38.76 ເຮັກຕາ, ຂອງເນື້ອທີທັງໝົດ 45.60ເຮັກຕາ, ສະມັດຕະພາບ 3.8 ໂຕນ.
  • ພຶດບໍລິໂພກ ເກັບກູ້ຖົ່ວຕ່າງໆສຳເລັດແລ້ວ  50% ເທົ່າກັບເນື້ອທີ 28.6 ເຮັກຕາ, ຂອງເນື້ອທີທັງໝົດ 57.20 ເຮັກຕາ, ສະມັດຕະພາບ 5.1 ໂຕນ.
  • ເກັບກູ້ຖົ່ວຝັກຢາວສຳເລັດແລ້ວ  70% ເທົ່າກັບເນື້ອທີ 26.95 ເຮັກຕາ, ຂອງເນື້ອທີທັງໝົດ 38.50 ເຮັກຕາ, ສະມັດຕະພາບ 4.9 ໂຕນ.
  • ເກັບກູ້ເຜືອກ-ມັນສຳເລັດແລ້ວ  50% ເທົ່າກັບເນື້ອທີ 23.75 ເຮັກຕາ, ຂອງເນື້ອທີທັງໝົດ 47.50 ເຮັກຕາ, ສະມັດຕະພາບ 7.2 ໂຕນ.
  • ເກັບກູ້ຜັກກາດຕ່າງໆສຳເລັດແລ້ວ  65% ເທົ່າກັບເນື້ອທີ 37.37 ເຮັກຕາ, ຂອງເນື້ອທີທັງໝົດ 57.50 ເຮັກຕາ, ສະມັດຕະພາບ 4.6 ໂຕນ.
  • ເກັບກູ້ໝາກເຂືອສຳເລັດແລ້ວ  70% ເທົ່າກັບເນື້ອທີ 31.74 ເຮັກຕາ, ຂອງເນື້ອທີທັງໝົດ 45.35 ເຮັກຕາ, ສະມັດຕະພາບ 5.8 ໂຕນ.

        ໄລຍະຜ່ານມາ ທາງຫ້ອງການກະສິກຳ-ປ່າໄມ້ກໍ່ໄດ້ນຳວິຊາການລົງຕິດຕາມຢ່າງໃກ້ຊິດ ພ້ອມທັງໄດ້ແນະນຳວິທີບົວລະບັດຮັກສາຊ່ວຍພໍ່ແມ່ປະຊາຊົນ ແລະ ຊຸກຍູ້ໃຫ້ເກັບກ່ຽວເຂົ້ານາປີ ແລະ ພືດຜັກຕ່າງໆໃຫ້ທ່ວງທັນຕາມລະດູການ ແລະໄດ້ຮັບຜົນຜະລິດເຕັມເມັດເຕັມໜ່ວຍ, ເພື່ອຄ້ຳປະກັນສະບຽງອາຫານຂອງພໍ່ແມ່ປະຊາຊົນໃຫ້ກຸ້ມກິນ, ມີສ່ວນແຮໄວ້ ແລະ ຂາຍເປັນສິນຄ້າສ້າງລາຍໄດ້ອີກຕື່ມ.

ໂດຍ: ດອນ ຂຽວພະນາ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *