ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຊຽງຮ່ອນຄັ້ງທີ 6 ສະໄໝທີ VII

ກົດແຊຣ໌

       ກອງປະຊຸມຄົມຄະນະບໍລິຫານງານພັກເມືອງຊຽງຮ່ອນ ແຂວງໄຊະຍບູລີ ຄັ້ງທີ 6 ສະໄໝທີ VII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ຕຸລາ 2021ນີ້ ໂດຍການເປັນປະທານຂອງສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງໆຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ຄະນະປະຈຳພັກແຂວງ, ປະທານຄະນະກວດກາພັກ, ຫົວໜ້າອົງການກວດກາລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຂວງໄຊຍະບູລີ ມີສະຫາຍຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ເລຂາໜ່ວຍພັກ ສຳນັກງານຫ້ອງການ ກົມກອງ ອ້ອມຂ້າງເມືອງ ພະນັກງານອາວຸດໂສບຳນານ ແລະ ເລຂາໜ່ວຍພັກບ້ານເຂົ້າຮ່ວມ.

     ພາຍຫຼັງທີ່ ສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນບໍລິຫານພັກເມືອງຊຽງຮ່ອນ ໄດ້ກ່າວເປີດເປັນທາງການແລ້ວ ສະຫາຍ ແສງອາທິດ ລາວເບຍຢາທໍ່ ຄະນະປະຈຳພັກເມືອງ ຮອງເມືອງຊຽງຮ່ອນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນເສດຖະກິດ-ສັງຄົມໃນໄລຍະ 9 ເດືອນ ແລະ ກໍານົດທິດທາງແຜນການ 3 ເດືອນທ້າຍປີ 2021  ເຫັນວ່າໃນໄລຍະ9ເດືອນຜ່ານມາ ເຖິງແມ່ນວ່າໄດ້ຮັບຜົນກະທົບໂດຍກົງ ຈາກພະຍາດໂຄວິດ-19,ສັດຕູພືດທໍາລາຍຜົນລະປູກ, ໄພທໍາມະຊາດ, ການລະບາດຂອງພະຍາດສັດ ຊຶ່ງເປັນອຸປະສັກໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງອັນໄດ້ສົ່ງຜົນຕໍ່ການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງການພັດທະນາເສດຖະກິດ-ສັງຄົມ ແຕ່ພາຍໃຕ້ການຊີ້ນຳ-ນຳພາຂອງອົງຄະນະພັກທຸກຂັ້ນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຮັດໃຫ້ສະພາບໂດຍລວມຂອງເມືອງຍັງຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ; ອົງການປົກຄອງທຸກຂັ້ນກໍ່ໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ສົ່ງ ເສີມການຜະລິດເປັນສີນຄ້າຂອງປະຊາຊົນ ແລະ ບັນດາຫົວໜ່ວຍທຸລະກິດດ້ານຕ່າງໆຢ່າງຕັ້ງໜ້າ, ພ້ອມດຽວກັນນັ້ນບັນດາພື້ນຖານໂຄງລ່າງດ້ານເສດຖະກິດກໍ່ໄດ້ຮັບການປັບປຸງເຮັດໃຫ້ເສດຖະກິດຂອງເມືອງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 3%, ລວມຍອດຜະລິດຕະພັນພາຍໃນບັນລຸ 594,5 ຕື້ກີບ, ລາຍຮັບສະເລ່ຍໃສ່ຫົວຄົນເທົ່າກັບ 2.292 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 2.120 ລ້ານກີບ ລວມຍອດມູນຄ່າການລົງທຶນພາຍໃນເຂົ້າໃນການພັດທະນາມີທັງໝົດ 25 ໂຄງການ ລວມມູນຄ່າທັງໝົດ 57ຕື້ກວ່າກີບ ວຽກງານກະສິກຳໄດ້ສຸມໃສ່ເກັບກ່ຽວພືດລະດູຝົນ ແລະ ການກະກຽມການປູກພືດລະດູແລ້ງ ບັນດາປັດໃຈໃໝ່ກໍ່ໄດ້ເກີດຂຶ້ນ ເປັນຕົ້ນແມ່ນ ການຜະລິດຕິດພັນກັບການປຸງແຕ່ງ ແລະ ການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດກໍ່ນັບມື້ນັບເພື່ມຂື້ນ ໃນໂອກາດທີ່ສະຫາຍ ສົມຫວັງ ແກ້ວວິໄລສັກ ໄດ້ເຂົ້າຮ່ວມກອງປະຊຸມ ສະຫາຍ ຍັງໄດ້ໂອລົມໃຫ້ຄຳຄິດຄຳເຫັນເໜັ້ນໜັກໃຫ້ອົງຄະນະພັກເມືອງພ້ອມກັນສືບຕໍ່ໃຫ້ບັນລຸຕາມລະດັບຄາດໝາຍຄື: ສືບຕໍ່ການເຊື່ອມຊຶມກໍາ    ແໜ້ນແນວທາງ, ມະຕິ, ຄຳສັງ, ກົດລະບຽບ-ກົດໝາຍ ໃຫ້ສະມາຊິກພັກ ພະນັກງານ ແລະ ປະຊາຊົນໃຫ້ໄດ້ຮັບການເຊື່ອມຊຶມຢ່າງທົ່ວເຖິງ, ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຮັດໃຫ້ເມືອງມີຄວາມສະຫງົບເປັນກ້າວໆ, ສືບຕໍ່ຄຸ້ມຄອງວຽກງານເສດຖະກິດ ການເກັບລາຍຮັບເຂົ້າງົບປະມານ ເອົາໃຈໃສ່ການຜະລິດເປັນສິນຄ້າໃຫ້ນັບມື້ນັບຂະຫຍາຍຕົວ, ສືບຕໍ່ເອົາໃຈໃສ່ການສະກັດກັ້ນ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ສືບຕໍ່ເອົາໃຈໃສ່ໃນການກວດກາ ປະເມີນບັນດາຕົວຊີ້ວັດຂອງການພັດທະນາແບບຍືນຍົງ ໃນຂົງເຂດວຽກງານວັດທະນະທຳສັງຄົມວາງອອກ ໃຫ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

ໂດຍ ດອນ ຂຽວພະນາ   020 5544 3362 ຖວທ ເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *