ເມືອງຊຽງຮ່ອນ ມອບ-ຮັບ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່

ກົດແຊຣ໌

ໃນຕອນບ່າຍວັນທີ 8 ພຶດສະພາ ປີ 2024ນີ້ເມືອງຊຽງຮ່ອນໄດ້ຈັດພິທີມອບ-ຮັບວຽກລະຫວ່າງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ຜູ້ເກົ່າ ແລະ ຜູ້ໃໝ່ ພິທີໄດ້ຈັດຂື້ນຢ່າງເປັນທາງການຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພາຍໃຕ້ການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ, ມີຫົວໜ້າ,ຮອງຫົວໜ້າຫ້ອງການ, ແຂກຖືກເຊີນ ຕະຫຼອດຮອດ ພະນັກງານຫ້ອງກະສິກໍາ ແລະ ປ່າໄມ້ເມືອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີທ່ານ ສົມບູນ ໄຊວຸດ ຫົວໜ້າຫ້ອງກະສິກຳ ແລະ ປ່າໄມ້ເມືອງຜູ້ເກົ່າໄດ້ຂື້ນຜ່ານບົດບັນທຶກມອບ-ຮັບວຽກງານກະສິກຳ ແລະປ່າໄມ້ໂດຍທ່ານໄດ້ກ່າວວ່າ: ໂດຍໄດ້ນຳພາວຽກງານກະສິກຳແລະປ່າໄມ້ເມືອງຊຽງຮ່ອນຕາມພາລະບົດບາດ ສິດ ແລະຂອບເຂດຄວາມຮັບຜິດຊອບຂອງຕົນ ສາມາດຍາດໄດ້ມີຜົນງານຫຼາຍດ້ານໃນໄລຍະຜ່ານເປັນຕົ້ນແມ່ນຊີ້ນຳໆພາດ້ານຕ່າງໆແຕ່ລະໜ່ວຍພັກ, ຄະນະພັກເຊັ່ນ: ດ້ານການເມືອງ – ແນວຄິດ, ດ້ານວິຊາສະເພາະ, ດ້ານອົງການຈັດຕັ້ງ, ຂະບວນການ, ດ້ານເສດຖະກິດ, ນຳພາປ້ອງກັນພັກ- ພະນັກງານ ແລະວຽກງານປັບປຸງກໍ່ສ້າງຂະຫຍາຍພັກ. ສ້າງ ແລະ ຮັກສາໜ່ວຍພັກ, ຄະນະພັກຮາກຖານປອດໄສເຂັ້ມແຂງໜັກແໜ້ນ. ຄຸ້ມຄອງພະນັກງານຕາມລະບຽບລັດຖະກອນຈັດເກັບລາຍຮັບ – ຄຸ້ມຄອງລາຍຈ່າຍຕາມລະບຽການເງິນວຽກວິຊາສະເພາະດ້ານຕ່າງໆ ຂອງແຕ່ລະໜ່ວຍງານ ວຽກພັດທະນາຫ້ອງການ ຄຸ້ມຄອງ ແລະ ປົກປັກຮັກສາຊັບສີນເຊັ່ນ: ອາຄານຕ່າງໆ, ພາຫະນະ ແລະ ວັດຖຸອຸປະກອນຕ່າງໆທີ່ຂື້ນກັບຫ້ອງການຈາກນັ້ນໄດ້ຈັດພິທີເຊັນບົດບັນທຶກມອບ-ຮັບ ລະຫວ່າງທ່ານ ສົມບູນ ໄຊວຸດຫົວໜ້າຜູ້ເກົ່າ ແລະ ທ່ານ ເບີ້ຍ ເກດສີທອງ ຫົວໜ້າຫ້ອງການກະສິກໍາແລະປ່າໄມ້ ຜູ້ໃໝ່ຢ່າງເປັນທາງການ.
ຕອນທ້າຍໄດ້ຮັບຟັງຄຳເຫັນໂອ້ລົມຈາກທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງ ເຊີ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ຖືກແຕ່ງຕັ້ງ ແລະ ທ່ານຍັງໄດ້ຊີ້ນໍາໃຫ້ບັນດາທ່ານຄະນະນໍາຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຕ້ອງເປັນເອກະພາບນຳຂັ້ນເທິງ, ຕໍ່ການສັບປ່ຽນ ແລະ ແຕ່ງຕັ້ງດັ່ງກ່າວນີ້. ບົນພື້ນຖານນັ້ນຮຽກຮ້ອງໃຫ້ບັນດາທ່ານນຳພາແນວຄິດຂອງສະມາຊິກພັກ, ພະນັກງານພາຍໃນຂະແໜງການກະສິກຳເພື່ອໃຫ້ການຊ່ອຍເຫຼືອ, ໃຫ້ການຮ່ວມມື ແລະ ໃຫ້ການສະໜັບສະໜູນສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ໃນການສືບຕໍ່ນໍາພາ-ຊີ້ນໍາ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໃຫ້ມີການພັດທະນາທີ່ກ້າວໜ້າ ແລະ ມີຜົນສໍາເລັດຍິ່ງໃຫຍ່ຂຶ້ນກວ່າເກົ່າ, ສໍາຫຼັບຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ກໍໃຫ້ສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ນໍາເອົາຄວາມຮູ້, ຄວາມສາມາດ ມາປັບປຸງ, ພັດທະນາການຈັດຕັ້ງ ອັນໃດທີ່ເປັນຜົນສຳເລັດທີ່ດີໃຫ້ພ້ອມກັນນຳພາຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ, ອັນໃດຍັງເປັນດ້ານອ່ອນຂໍ້ຄົງຄ້າງ ກໍຕ້ອງໄດ້ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າຊອກຫາວິທີການເພື່ອແກ້ໄຂ ແລະ ອີກບັນຫາໜຶ່ງທີ່ຕ້ອງເລັ່ງເອົາໃຈໃສ່ ກໍຄືການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານເຊິ່ງຖືເປັນຄວາມຮຽກຮ້ອງຕ້ອງການອັນຈໍາເປັນ ໃນຖານະທີ່ຂະແໜງການກະສິກຳ ເປັນຂະແໜງການຍຸດທະສາດ ເປັນກຳລັງຫຼັກທີ່ີສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ທັງນີ້ກໍເພື່ອເຮັດໃຫ້ທ່ວງທ່າການຂະຫຍາຍຕົວທາງດ້ານກະສິກຳຂອງເມືອງພວກເຮົາ ຕິດພັນກັບເຕັກນິກວິຊາການ ແລະ ຫັນເປັນທັນສະໄໝ.
ໂດຍ: ດອນ ຂຽວພະນາ 55443362.
ความรู้สึกทั้งหมด
ສະໄຫມພອນ ສາມສົມບັດ, To Leusa และ คนอื่นๆ อีก 28 คน


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *