ເມືອງຊຽງຮ່ອນຈັດກິລາມິດຕະພາບຄັ້ງທີ1 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ກັບ ອຳເພີທົ່ງຊ້າງແລະອໍາເພີສອງແຄວ ຈັງຫວັດນ່ານ

ກົດແຊຣ໌

ກິລາມິດຕະພາບເມືອງຊຽງຮ່ອນ ແຂວງໄຊຍະບູລີ ກັບ ອຳເພີ ທົ່ງຊ້າງ ແລະອໍາເພີສອງແຄວຈັງຫວັດນ່ານ ລາດສະອານາຈັກໄທ ໄດ້ຈັດຂື້ນໃນວັນທີ 15 ມີນາ2024 ນີ້ ຢູ່ທີ່ເດີ່ນກິລາເມືອງຊຽງຮ່ອນ

ແຂວງໄຊຍະບູລີໂດຍການເປັນປະທານຂອງທ່ານແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີທ່ານ ພອນພິດສະນຸ ຈັນສະວັດ ນາຍອໍາເພີສອງແຄວ,ມີທ່ານ ພິພັດ ເພັດພິພັດ ນາຍອໍາເພີ ທົ່ງຊ້າງ ຈັງຫວັດນ່ານ ລາສະອານາຈັກໄທ ມີອຳນາດການປົກຄອງເມືອງ ຊຽງຮ່ອນ ພ້ອມດ້ວຍນັກກິລາຈາກເມືອງຊຽງຮ່ອນ ນັກກິລາຈາກອຳເພີທົ່ງຊ້າງ,ອໍາເພີສອງແຄວ ແລະ ມວນຊົນເຂົ້າຮ່ວມ

ຊົມຮ່ວມເຊຍຈຳນວນຫຼວງຫຼາຍ.ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ກໍເພື່ອເປັນການຜູກແໜ້ນຄວາມສາມັກຄີດ້ວຍນໍ້າໃຈໄມຕີຈິດມິດຕະພາບ ແລະ ເປັນການແລກປ່ຽນບົດຮຽນດ້ານຕ່າງໆ, ເພີ່ມທະວີສາຍພົວພັນໃຫ້ໜັກແໜ້ນຍິ່ງຂື້ນລະຫວ່າງ ເມືອງຊຽງຮ່ອນ ກັບ ອຳເພີ ທົ່ງຊ້າງ ແລະອໍາເພີສອງແຄວ ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ປະກອບມີ 3 ປະເພດ ກິລາຄື: ບານເຕະVIP,ບານເຕະຊາວໜຸ່ມທົ່ວໄປ, ບານສົ່ງຍິງ ແລະກະຕໍ້ຊາຍ ຜົນປະກົດວ່າ:ກິລາບານເຕະVIPສະເໝີ1ປະຕູຕໍ່1,ບານເຕະຊາວໜຸ່ມທົ່ວໄປແມ່ນອໍາເພີທົ່ງຊ້າງເປັນຝ່າຍຊະນະ,ບານສົ່ງຍິງແມ່ນອໍາເພີສອງແຄວເປັນຝ່າຍຊະນະແລະກະຕໍ້ຊາຍແມ່ນອໍາເພີທົ່ງຊ້າງເປັນຝ່າຍຊະນະຈຸດປະສົງໃນການຈັດການແຂ່ງຂັນໃນຄັ້ງນີ້ ກໍ່ເພື່ອເປັນການ ຜູກແໜ້ນຄວາມສາມັກຄີ ແລກປ່ຽນບົດຮຽນກັນທາງດ້ານກິລາ ແລະ ດ້ານອື່ນໆ ພ້ອມກັນສືບຕໍ່ຮັດແໜ້ນສາຍພົວພັນເຊິ່ງກັນແລະ ກັນ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ ການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ເຊິ່ງເປັນຄັ້ງທີ1 ທີ່ທັງ3ເມືອງໄດ້ເປັນເອກະພາບກັນຈັດຂຶ້ນ ແລະໃນຄັ້ງຕໍ່ໄປແມ່ນອໍາເພີສອງແຄວຈະໄດ້ເປັນເຈົ້າພາບໃນການຈັດການແຂ່ງຂັນກິລາດັ່ງກ່າວ.

ໂດຍ: ຖວທ ຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *