ທົ່ວເມືອງໄດ້ຮັບການເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ

ກົດແຊຣ໌

       ໃນວັນທີ 22 ມິຖຸນາ 2021 ນີ້,​ ສະມາຊິກສະພາແຫ່ງຊາດ​ ຊຸດທີIX​ ແລະ​ ສະມາຊິກສະພາປະຊາ​ຊົນແຂວງ​ ຊຸດທີ​ II​ ໄດ້ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງປະຖົມມະລືກ ມາເຜີຍແຜ່ ແລະ ພົບປະຜູ້ມີສິດເລືອກຕັ້ງຢູ່ 3 ຈຸດ​ຂອງເມືອງຊຽງຮ່ອນ ຄື: ຈຸດສະໂມສອນຂອງເມືອງ,​ ຈຸດບ້ານມົກສະຕຸ, ແລະ ຈຸດບ້ານປົ່ງແປ້ນ ​ ເຊິ່ງນໍາໂດຍ ທ່ານ ບຸນລ້ວນ ຊົມສີຫາປັນຍາ ສະມາ​ຊິກສະພາແຫ່ງຊາດ​ ຊຸດທີ​ IX ຮອງປະທານສະພາປະຊາ​ຊົນແຂວງ​ ຊຸດທີII​ ແຂວງ​ໄຊຍະບູລີ ພ້ອມດ້ວຍຄະນະ ໃຫ້ກຽດເຂົ້າຮ່ວມ ມີບັນດາ ກຳມະ​ການ​ປະຈຳພັກເມືອງ, ກຳມະການພັກເມືອງ, ຫົວ​ໜ້າ​, ຮອງຫົວໜ້າຫ້ອງການ, ພະນັກງານຫຼັກແຫຼ່ງຂອງເມືອງພ້ອມດ້ວຍປະຊາຊົນບັນດາເຜົ່າເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

     ໃນໂອກາດທີ່ທາງຄະນະຍັງໄດ້ຮັບການລາຍງາຍວຽກງານໂດຍຫຍໍ້ຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ ໃນໄລຍະຜ່ານມາຂອງເມືອງຊຽງຮ່ອນ ​ຫຼັງຈານນັ້ນ ສະມາຊິກສະພາແຫ່ງຊາດ​ ກໍໄດ້ຜັດປ່ຽນກັນຂຶ້ນລາຍ​ງານເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ​ ຊຸດທີ IX ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ​ ຊຸດທີI​I ໃນກອງປະຊຸມໄດ້ຮັບຟັງການລາຍ,​ ຄົ້ນຄ້ວາ​ ແລະ​ພິຈາລະນາຮັບຮອງເອົາບັນຫາສໍາຄັນຕ່າງໆ ຄື: ຮັບຮອງເອົາໂຄງປະກອບກົງຈັກ ແລະ​ ບຸກຄະລາກອນ​ຂອງສະພາແຫ່ງຊາດ​ ​ຊຸດທີ​ IX; ຮັບຮອງເອົາການເລືອກຕັ້ງ ປະທານປະເທດ ແລະ​ ຮອງປະທານປະເທດ; ຮັບຮອງເອົາໂຄງປະກອບ ແລະ​ ບຸກຄະລາກອນຂອງລັດຖະບານ; ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງ​ຄົມ​ແຫ່ງຊາດ​ 5 ປີ​ຄັ້ງທີ​ VIII​ (2016-2020) ແລະ​ ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ​ແຫ່ງຊາດ​ 5 ປີ​ ຄັ້ງທີIX (2021-2025); ຮັບຮອງເອົາບົດລາຍງານຂອງລັດຖະບານ​ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດຂອງແຂວງ.​5 ປີ(2016-2020) ແລະ​ ທິດທາງ ແຜນງົບປະມານແຫ່ງລັດ 5 ປີ​(2021-2025); ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ 5 ປີ​ (2016-2020) ແລະ​ ທິດທາງ ແຜນການ​ເຄື່ອນ​ໄຫວ​ວຽກງານ​ 5 ປີ(2021-2025) ຂອງອົງການກວດສອບແຫ່ງລັດ; ​ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວວຽກງານ​ ​5 ປີ(2016-2025) ແລະ​ ທິດທາງ ແຜນການ​ເຄື່ອນໄຫວ​ວຽກງານ​ 5 ປີ​ (2021-2025) ຂອງອົງການກວດກາແຫ່ງລັດ​

ຫຼັງຈາກນັ້ນໃນຕອນທ້າຍກອງປະຊຸມຍັງໄດ້ມີການແລກປຽນຄວາມຄິດເຫັນພ້ອມທັງໃຫ້ຜູ້ມີສິດເລືອກຕັ້ງສະເໜີຕໍ່ຜູ້ແທນ ພ້ອມທັງປັບປຸງແກ້ໄຂຮ່ວມກັນ ອັນໃດທີ່ຍັງເຫັນວ່າບໍ່ສາມາດແກ້ໄຂ້ກັບທີ່ໄດ້ທາງຄະນະຈະນໍາຄໍາສະເໜີດັ່ງກ່າວມາສະເໜີຕໍ່ພາກສ່ວນກຽ່ວຂ້ອງເພື່ອໄດ້ຮັບການປັບປຸງແກ້ໄຂ້ດ້ວຍໄວ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *