ກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 5 ໄດ້ຄົ້ນຄວ້າແກ້ໄຂຫຼາຍບັນຫາ

ກົດແຊຣ໌

ກອງປະຊຸມຄົມຄະນະບໍລິຫານງານພັກເມືອງຊຽງຮ່ອນ ຄັ້ງທີ 5 ສະໄໝທີ VII ໄດ້ເປີດຂື້ນໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2021 ທີ່ຫໍປະຊຸມຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ກົງທອງ ສິດທິໄຊ  ວ່າການເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ  ມີສະຫາຍຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ເລຂາໜ່ວຍພັກ ສຳນັກງານຫ້ອງການ ກົມກອງອ້ອມຂ້າງເມືອງ ພະນັກງານບຳນານອາວຸດໂສ  ແລະ ເລຂາໜ່ວຍພັກບ້ານ ນາຍບ້ານເຂົ້າຮ່ວມຢ່າງພ້ອມພຽງ.

     ພາຍຫຼັງທີ່ ສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນບໍລິຫານພັກເມືອງຊຽງຮ່ອນ ໄດ້ກ່າວເປີດເປັນທາງການແລ້ວ ສະຫາຍ ອິນຕາ ນິ້ມນວນ ຮອງເລຂາຄະນະບໍລິຫານງພັກ ເມືອງຊຽງຮ່ອນ ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານ ການຊີ້ນຳ-ນຳພາ ວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໃນໄລຍະ 6 ເດືອນຕົ້ນປີ  ແລະ ກໍານົດທິດທາງແຜນການ 6 ເດືອນທ້າຍປີ 2021  ເປັນຕົ້ນແມ່ນໄດ້ສຸມໃສ່ການນໍາພາສຶກສາອົບບຮົມດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິກພັກພະນັກງານ ລັດຖະກອນ ແລະ ປະຊາຊົນບັນດາເຜົ່າຢ່າງເປັນປົກກະຕິ ດ້ວຍຫຼາຍຮູບການ ເປັນຕົ້ນແມ່ນຊີ້ນຳນຳພາວຽກງານປ້ງກັນຊາດປ້ອງກັນຄວາມສະຫງົບ ລົງສູ່ຮາກຖານ ແກ້ໄຊບັນດາປະກົດການຫຍໍ້ທໍ້ຕ່າງໆ ເຮັດໃຫ້ປະກົດການຫຍໍ້ທໍ້ມີທ່າອ່ຽງຫຼຸດລົງ ແລະ ເຮັດໃຫ້ເມືອງມີຄວາມສະຫງົບສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ  ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 3,25 % ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸ 594,5 ຕື້ກີບ ລາຍຮັບສະເລ່ຍໃສ່ຫົວຄົນເທົ່າກັບ 2.212 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ສາມາດຈັດເກັບລາຍຮັບໄດ້ທັງໝົດ 1.334 ລ້ານກີບ ທຽບໃສ່ແຜນປີເທົ່າກັບ 58,8% ຮັບຈາກສວຍສາອາກອນ 1.271 ລ້ານກີບ ຮັບຈາກສັບສິນຂອງລັດ 63 ລ້ານກີບ ລວມຍອດມູນຄ່າການລົງທຶນພາຍໃນເຂົ້າໃນການພັດທະນາມີທັງໝົດ 26 ໂຄງການ ລວມມູນຄ່າທັງໝົດ 97,12 ຕື້ກີບ  ວຽກງານກະສິກຳໄດ້ສຸມໃສ່ຕິດຕາມ ແລະ ບົວລະບັດພືດລະດູປີ ບັນດາປັດໃຈໃໝ່ກໍ່ໄດ້ເກີດຂື້ນ ເປັນຕົນແມ່ນ ການຜະລິດຕິດພັນກັບການປຸງແຕ່ງ ແລະ ການນຳໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດກໍ່ນັບມື້ນັບເພື່ມຂື້ນ ປະຈຸບັນທົ່ວເມືອງມີເສັ້ນທາງເຂົ້າເຖິງທຸກບ້ານໄດ້ 100 % ບ້ານໄດ້ຊົມໃຊ້ໄຟຟ້າ 100 % ວຽກງານວັດທະນະທໍາສັງຄົມກໍ່ຮັບການພັດທະນາເປັນກ້າວໆເປັນຕົ້ນແມ່ນອັດຕາການເຂົ້າຮຽນຂອງນ້ອງນັກຮຽນຊັ້ນປະຖົມບັນລຸປະຕິບັດໄດ້99,9%, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕົ້ນປະຕິບັດໄດ້ 83,2%, ອັດຕາການເຂົ້າຮຽນຊັ້ນມັດທະຍົມປາຍປະຕິບັດໄດ້ 41,3% . ວຽກງານສາທາລະນະສຸກໄດ້ເປັນເຈົ້າການສົມທົບທຸກພາກສ່ວນ ກວດກາ ເຝົ້າລະວັງການລະບາດຂອງພະຍາດໂຄວິດ 19 ແລະ ຕິດຕາມເຝົ້າລະວັງການລະບາດຂອງພະຍາດຕາມລະດູການ ວຽກງານແຮງງານໄດ້ຕິດຕາມ ເກັບກຳຂໍ້ມູນແຮງງານ ແລະ ກຽມພ້ອມຮັບມືໄພພິບັດທີ່ຈະເກີດຂື້ນໃນຕໍ່ໜ້າ ວຽກງານວັດທະນະທໍາໄດ້ເອົາໃຈໃສ່ອານຸລັກຮັກສາ ແລະ ເສີມຂະຫຍາຍຮິດຄອງປະເພນີ ມູນເຊື້ອວັດທະນະທຳທີ່ເປັນເອກກະລັກຂອງເຜົ່າ ພ້ອມທັງກຳນົດທິດທາງແຜນການ 6 ເດືອນທ້າຍປີເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບການຊີ້ນຳນຳພາຂອງອົງຄະນະພັກເມືອງ ຕໍ່ກັບດ້ານ ດີດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອເປັນທິດທາງໃນຕໍ່ໜ້າ ກອງປະຊຸມແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຂະສຳເລັດ.

ໂດຍ ດອນ ຂຽວພະນາ   020 5544 3362 ຖວທ ເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *