ເຈົ້າແຂວງໄຊຍະບູລີລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ໃນຕອນເຊົ້າຂອງວັນທີ 8 ມິຖຸນາ 2021 ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຊຽງຮ່ອນ, ໂດຍມີ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ພ້ອມດ້ວຍການນໍາຂອງເມືອງ ແລະ ນາຍບ້ານ ອ້ອມຂ້າງ ເມືອງ ຊຽງຮ່ອນ ເຂົ້າຮ່ວມ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງ ໄດ້ລາຍງານວຽກງານຮອບດ້ານທີ່ພົ້ນເດັ່ນໃນໄລຍະ 5 ເດືອນຜ່ານມາ, ໂດຍສະເພາະແມ່ນວຽກງານເສດຖະກິດ ຮອດປະຈຸບັນແມ່ນຂະຫຍາຍຕົວຢູ່ໃນລະດັບ 7,5% ລວມຍອດມູນຄ່າຜົນຜະລິດພາຍໃນ 655 ຕື້ກີບ ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 2.292 ໂດລາສະຫະລັດ, ດ້ານການຜະລິດສະບຽງອາຫານເປັນຕົ້ນແມ່ນການປູກພືດລະດູແລ້ງ ມີເນື້ອທີ່ 1.171 ເຮັກຕາ, ໃນນີ້, ປູກເຂົ້ານາແຊງ ເນື້ອທີ່ 727 ເຮັກຕາ, ຜົນຜະລິດໄດ້ 3.056 ໂຕນ, ດ້ານການເງິນແມ່ນສາມາດຈັດເກັບລາຍຮັບງົບປະມານໄດ້ 1.190 ລ້ານກວ່າກີບ ເທົ່າກັບ 52,4% ຂອງແຜນການ, ດ້ານພື້ນຖານໂຄງລ່າງ ແລະ ລະບົບສາລະນູປະໂພກ ກໍໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນ, ຫຼາຍໆໂຄງການແມ່ນໄດ້ຮັບການຈັດຕັ້ງປະຕິບັດ, ຂົງເຂດວັດທະນະທໍາ-ສັງຄົມແມ່ນໄດ້ເອົາໃຈໃສ່ພັດທະນາການສຶກສາເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກ 5 ປີ ແລະ ຊັ້ນຮຽນຕ່າງໆແມ່ນບັນລຸຕາມແຜນການ, ດ້ານສາທາລະນະສຸກກໍເຫັນວ່າມີຫຼາຍດ້ານບັນລຸເພີ່ມຂຶ້ນ, ພ້ອມດຽວກັນກໍ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດເປັນຕົ້ນ ໄດ້ຕັ້ງຈຸດກວດກາ, ກັ່ນກອງຄົນເຂົ້າ-ອອກເມືອງ, ໄດ້ປິດການເຂົ້າ-ອອກບ້ານ, ຜ່ານມາມີແຮງງານເຂົ້າປະຕິບັດມາດຕະການກັກຕົວແຍກປ່ຽວທັງໝົດ ຈຳນວນ 92 ຄົນ, ຍິງ 39 ຄົນ, ປັດຈຸບັນຍັງສືບຕໍ່ກັກຕົວແຍກປ່ຽວ ຈໍານວນ 18 ຄົນ, ຍິງ 13 ຄົນ, ໂອກາດດັ່ງກ່າວ ທ່ານເຈົ້າແຂວງກໍ່ໄດ້ເນັ້ນໜັກໃຫ້ການນໍາຂອງເມືອງຈົ່ງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການປູກ-ການລ້ຽງເປັນສິນຄ້າ, ສືບຕໍ່ເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ, ສືກສາອົບການເມືອງແນວຄິດໃຫ້ພະນັກງານ ແລະ ປະຊາຊົນ ພ້ອມທັງເພີ່ມຄວາມເປັນແບບຢ່າງທີ່ດີໃຫ້ກັບປະຊາຊົນ, ສືບຕໍ່ປະຕິບັດໃຫ້ເຂັ້ມງວດໃນການປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ກວດກາການລັກລອບເຂົ້າເມືອງແບບບໍ່ຕ້ອງຕາມຊາຍແດນໃຫ້ເປັນປົກກະຕິ, ເຝົ້າລະວັງການລະບາດຂອງພະຍາດໄຂ້ຍຸງລາຍ ແລະ ພະຍາດສັດໂດຍສະເພາະແມ່ນພະຍາດຜີວໜັງງົວ-ຄວາຍ, ເອົາໃຈໃສ່ຕໍ່ບັນຫາປະກົດການຫຍໍ້ທໍ້ຕ່າງໆເປັນຕົ້ນແມ່ນ: ການຄ້າ-ຂາຍ, ການເສບຢາເສບຕິດ ແລະ ອື່ນໆ.
…………….
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *