ເຈົ້າແຂວງໄຊຍະບູລີ ເໜັ້ນໜັກ 8 ບັນຫາໃຫ້ຄະນະພັກ-ອຳນາດການປົກຄອງເມືອງຊຽງຮ່ອນ

ກົດແຊຣ໌

         ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໆໄຊຍະບູລີ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ພົບປະໂອ້ລົມອຳນາດການປົກຄອງເມືອງຊຽງຮ່ອນ ແລະ ບ້ານ ໃນວັນທີ 8 ມິຖຸນາ 2021ນີ້  ໂດຍການຕ້ອນຮັບຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ມີການນຳພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ອົງການປົກຄອງຂັ້ນເມືອງ ແລະ ບ້ານເທດສະບ້ານໃຫ້ການຕ້ອນຮັບ.

       ທ່ານ ກົງທອງສິດທິໄຊ ວ່າການເຈົ້າເມືອງໆຊຽງຮ່ອນ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກຮອບດ້ານຂອງເມືອງຊຽງຮ່ອນ ຕະຫຼອດໄລຍະ 5 ເດືອນຜ່ານມາ ຄະນະພັກ ອົງການປົກຄອງເມືອງ ໄດ້ຖືສຳຄັນວຽກງານການເມືອງແນວຄິດ ເປັນກົກສອດຫ້ອຍເຂົ້າທຸກຂົງເຂດວຽກງານ ໃນການຈັດຕັ້ງເຊືອມຊຶ່ມ ແລະ ຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ສາມາດເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ ທົ່ວສັງຄົມມີຄວາມສະຫງົບໂດຍພື້ນຖານ ເຊີ່ງສະແດງໃຫ້ເຫັນທົ່ວເມືອງມີບ້ານປ້ອງກັນຊາດ 40 ບ້ານ ບ້ານປ້ອມໜັ້ນ ແລະ ບ້ານປ້ອງກັນຄວາມສະຫງົບດີ 37 ບ້ານ. ວຽກງານເສດຖະກິດຂອງເມືອງຍັງໄດ້ຮັບການພັດທະນາ ແລະ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຄາດຄະເນການເຕີບໂຕເສດຖະກິດໃນປີ 2021 ຂະຫຍາຍຕົວຢູ່ໃນລະດັບ 7,5 % ລວມມູນຄ່າຜະລິດຕະພັນພາຍໃນ 655 ຕື້ກີບ ສະເລຍໃສ່ຫົວຄົນໃຫ້ໄດ້ 2.292 ໂດລາສະຫະລັດ. ວຽກງານວັດທະນະທໍາສັງຄົມ ໄດ້ຮັບການພັດທະນາຂື້ນເປັນກ່າວໆ ແລະ ພ້ອມລາຍງານທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ

        ໃນໂອກາດດັ່ງກ່າວ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີຍັງໄດ້ ໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາຂອງເມືອງທີ່ໄດ້ຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດວຽກງານຂອງຕົນທີ່ໄດ້ຮັບຜົນສໍາເລັດໃນຫຼາຍດ້ານໃນໄລຍະທີ່ຜ່ານມາ. ພ້ອມດຽວກັນນີ້ຍັງໄດ້ເໜັ້ນໜັກມາຍັງຄະນະພັກ-ຄະນະນໍາຂອງເມືອງ ຕ້ອງໄດ້ສືບຕໍ່ຄື: 1 ຮັບປະກັນໃຫ້ເມືອງມີຄວາມເປັນລະບຽບຮຽບຮ້ອຍສັງຄົມມີຄວາມສະຫງົບໂດຍພື້ນຖານ, 2 ເອົາໃຈໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ນັບມື້ຫຼຸດນ້ອຍຖອຍລົງ, 3 ສືບຕໍ່ຊຸກຍູ້ແຮງການຜະລິດລະດູຝົນໃຫ້ຖ່ວງທັນກັບລະດູການ, 4 ເອົາໃຈໃສ່ເຝົ້າລະວັງການລະບາດຂອງພະຍາດຕາມລະດູການ, 5 ເອົາໃຈໃສ່ສະກັດກັ້ນການປ້ອງກັນການລະບາດຂອງພະຍາດສັດ, 6 ພ້ອມກັນນີ້ຕ້ອງເອົາໃຈໃສ່ເຝົ້າລະວັງການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນຕິດຕາມ ກວດກາແຮງງານລາວທີ່ລັກລອບເຂົ້າມາແຕ່ລະປະເທດເພື່ອນບ້ານຕາມຊ່ອງທາງທຳມະຊາດ 7 ພ້ອມກັນເຂັ້ມງວດໃນການຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງວາງອອກພ້ອມທັງເອົາໃຈໃສ່ຊຸກຍູ້ປະຊາຊົນໄປສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄດ້ຕາມລະດັບຄາດໝາຍ ແລະ 8 ຖືເອົາການດຳລົງຊີວິດແບບໃໝ່ສ້າງໂອກາດໃນການປັບປຸງແບບແຜນການດຳລົງຊີວິດໃຫ້ມີຄວາມເຂັ້ມແຂງໃຫ້ຕົນເອງເປັນຕົ້ນແມ່ນ ການປູກ-ການລ້ຽງ ເພື່ອຫຼີກລ້ຽງການນຳເຂົ້າຈາກຕ່າງປະເທດ.

ໂດຍ ດອນ ຂຽພະນາ ຖວທ ເມືອງຊຽງຮ່ອນ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *