ອົງການປົກຄອງເມືອງຊຽງຮ່ອນຮ່ວມປະຊຸມທາງໄກອົງການປົກຄອງແຂວງໄຊຍະບູລີ ຜ່ານລະບົບວິດີໂອຄອນເຟີເລັນ (Video Conference)

ກົດແຊຣ໌

ໃນວັນທີ 7 ກັນຍາ 2021ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆຊຽງຮ່ອນ, ພ້ອມດ້ວຍຮອງເຈົ້າເມືອງ, ພ້ອມຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ ກອງປະຊຸມທາງໄກ ຜ່ານລະບົບວິດີໂອຄອນເຟີເລັນ (Video Conference) ຢູ່ທີ່ ຫ້ອງວ່າການປົກຄອງເມືອງເມືອງຊຽງຮ່ອນ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີບັນດາພະແນກການຂອງແຂວງ ພ້ອມກັບບັນດາ, ອົງການປົກຄອງເມືອງ 11 ເມືອງທົ່ວແຂວງເຂົ້າຮ່ວມ.     

  ກອງປະຊຸມທ່ານ ກົງທອງ ສິດທິໄຊ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຮອບດ້ານຂອງເມືອງປະຈຳ 8 ເດືອນຜ່ານມາ ແລະ ທິດທາງແຜນການ 4 ເດືອນທ້າຍປີ 2021. ຕະຫຼອດໄລຍະຜ່ານມາ ສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຊຽງຮ່ອນ ເຖິງແມ່ນວ່າຈະໄດ້ຮັບຜົນກະທົບຈາກປັດໃຈແວດລ້ອມໃນຫຼາຍໆດ້ານ ເປັນຕົ້ນແມ່ນການລະບາດຂອງພະຍາດໂຄວິດ-19, ບັນຫາເງິນກີບອ່ອນຄ່າ, ການລະບາດຂອງພະຍາດສັດ ແລະ ພືດຕາມລະດູການ ລວມເຖິງໄພພິບັດທາງທຳມະຊາດຕ່າງໆ ແຕ່ໂດຍລວມແລ້ວ ເສດຖະກິດ​​ຂອງ​ເມືອງຍັງໄດ້ຮັບການພັດທະນາ ແລະ ສືບຕໍ່ຂະຫຍາຍຕົວ ຜ່ານການຈັດຕັ້ງປະຕິບັດເຫັນວ່າເສດຖະກິດຂະຫຍາຍຕົວໃນລະດັບ 3,25% ລວມຍອດຜະລິດຕະພັນພາຍໃນໄດ້ 549,5 ຕື້ກີບ, ສະເລ່ຍຕໍ່ຫົວຄົນໄດ້ 2.212 ໂດລາສະຫະລັດ/ຄົນ/ປີ ເສດຖະກິດຂະຫຍາຍບໍ່ໄດ້ຕາມແຜນປັດໃຈຫຼັກແມ່ນຍ້ອນການລະບາດຂອງພະຍາດໂຄວິດ-19. ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມຢ່າງເອົາໃຈໃສ່ຜ່ານການຈັດຕັ້ງວຽກງານມີຜົນສໍາເລັດດ້ວຍດີ.ເດືອນສິງຫາຜ່ານມາດ້ານປ້ອງກັນຄວາມສະຫງົບສາມາດກັກຕົວຜູ້ກະທຳຜິດມາເນີນຄະດີ 18 ຄົນ ຍິງ 1 ຄົນ ແລະ ມີອຸບັດຕິເຫດເກີດຂຶ້ນ 2 ຄັ້ງ. ທົ່ວເມືອງແມ່ນມີແຮງງານເຄື່ອນຍ້າຍພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າປະຕິບັດມາດຕະການກັກຕົວແຍກປ່ຽວທັງໝົດ ຈຳນວນ 276 ຄົນ, ຍິງ 132 ຄົນ. ໃນນີ້, ເປັນແຮງງານຕ່າງປະເທດ ຈໍານວນ 162 ຄົນ, ຍິງ 51 ຄົນ, ແຮງງານເຄື່ອນຍ້າຍພາຍໃນທີ່ມາຈາກເຂດສ່ຽງ ຈໍານວນ 162 ຄົນ, ຍິງ 81 ຄົນ, ໄດ້ເກັບຕົວຢ່າງເພື່ອສົ່ງໄປກວດວິເຄາະຫາເຊື້ອພະຍາດໂຄວິດ-19 ທັງໝົດ 148 ເທື່ອຄົນ ຍິງ 72 ເທື່ອຄົນ ສະພາບປັດຈຸບັນຍັງມີຄົນກັກກັ່ນຢູ່ສູນທັງໝົດ 55 ຄົນ ຍິງ 18ຄົນ ສູນທົ່ງກາບ 08 ຄົນ ຍິງ 05 ຄົນ ຕໍ່ກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ນັບແຕ່ວັນທີ 3 ມີນາ 2021 ເປັນຕົ້ນມາ ແມ່ນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 14.576ໂດສ໌ ເຊິ່ງມາຮອດປັດຈຸບັນແມ່ນໄດ້ສັກໃຫ້ກັບກຸ່ມສ່ຽງ ແລະ ປະຊາຊົນໃນກຸ່ມເປົ້າໝາຍ ສໍາເລັດຕາມແຜນການແບ່ງປັນຂອງແຂວງຄົບໂດສ໌ ກວມເອົາ 48,10% ຂອງປະຊາກອນກຸ່ມເປົ້າໝາຍ. ນັບແຕ່ເດືອນ ພຶດສະພາ ຫາ ເດືອນ ສິງຫາ 2021 ເປັນຕົ້ນມາໄດ້ຮັບການລາຍງານຈາກເຈົ້າຂອງສັດ ແລະ ການເກັບກໍາຂໍ້ມູນ ຂອງຂະແໜງການກ່ຽວຂ້ອງ ອາການເປັນພະຍາດຜິວໜັງອັກເສບ ງົວ ຄວາຍມີຢູ່ 28 ບ້ານ, ມີສັດຕິດເຊື້ອພະຍາດ 299 ໂຕ  ປິ່ນປົວຫາຍດີ 287 ໂຕ ແລະ ຕາຍ 10 ໂຕ ປະເມີນມູນຄ່າເສຍຫາຍ 23.900.000 ກີບ.ຕໍ່ກັບວຽກວັດທະນະທຳສັງຄົມ ການກະກຽມກ່ອນການໄຂສົກຮຽນ ແມ່ນໄດ້ອອກແຈ້ງການເຖິງອຳນວຍການ ແລະ ບັນດານາຍບ້ານພາຍໃນເມືອງ ໃຫ້ກະກຽມອານາໄມສະຖານທີ່ການສຶກສາ ທິດທາງແຜນການ4 ເດືອນທ້າຍປີ2021 ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດເປັນບັນຫາສຳຄັນ ຕິດແໜ້ນກັບທຸກຂົງເຂດວຽກງານດ້ວຍ​ການນຳເອົາແນວທາງ, ນະໂຍບາຍ ໄປຈັດຕັ້ງເຊື່ອມຊຶມໃຫ້ທົ່ວເຖິງ.ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້​ຫຼຸດ3%,ລວມຍອດຜະລິດ ແລະກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 2.270 ລ້ານກີບ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ໄດ້ຕາມແຜນການທີ່ວາງໄວ້.ສູ້ຊົນຜະລິດ​ເຂົ້າບໍ່ໃຫ້ຫຼຸດ23.702ໂຕນໃນເນື້ອທີ່3.358 ເຮັກຕາ, ປູກເຂົ້າເນີນສູງ ເນື້ອທີ່່ແຜນການ 800 ເຮັກຕາ ຜົນຜະລິດໃຫ້ໄດ້ 3.919 ໂຕນ; ປູກພືດເສດຖະກິດ ໃຫ້ໄດ້ 600 ເຮັກຕາ,ພືດບໍລິໂພກ89 ເຮັກຕາ,ໄມ້ໃຫ້ໝາກ 225ເຮັກຕາສືບຕໍ່ລົງປະເມີນຜົນການລົງທຶນຂອງບັນດາຈຸລະວິສາຫະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME)ທີ່ຂຶ້ນກັບເມືອງຄຸ້ມຄອງ ເພື່ອຊອກຫາມາດຕະການຊຸກຍູ້-ສົ່ງເສີມ ໃຫ້ມີການເຄື່ອນໄຫວຢ່າງມີປະສິດທິຜົນ. ຈາກນັ້ນບັນດາພະແນກການຂັ້ນແຂວງ ແລະ ບັນດາເມືອງຍັງຈະໄດ້ປະກອບຄຳຄິດຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງອົງການປົດຄອງແຂວງໄຊຍະບູລີອີກດ້ວຍ . ກອງປະຊຸມຈະໄດ້ດໍາເນີນໄປເປັນເວລາ 1 ວັນຈຶ່ງຈະສຳເລັດ.

ໂດຍ: ດອນ ຂຽວພະນາ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *