ຫຼາຍພາກສ່ວນຍັງສືບຕໍ່ຊ່ວຍເຫຼືອເມືອງຊຽງຮ່ອນໃນການປ້ອງກັນພະຍາດໂຄວິດ 19

ກົດແຊຣ໌

ວັນທີ 10 ພຶດສະພາ 2021ນີ້  ຢູ່ທີ່ເມືອງຊຽງຮ່ອນ ບໍລິສັດ ທໍ່ນໍ້າລາວ  ໄດ້ນໍາເອົາວັດຖຸປັດໃຈເປັນເງິນມາມອບໃຫ້ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ ເພື່ອນຳໃຊ້ເຂົ້າໃນ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ເງິນທີ່ນໍາມາມອບໃນຄັ້ງນີ້ຈຳນວນ  10.000.000 ກີບ ແລະ ທ່ານ ນາງ ຄຳເພັນ ເງິນງາມ ມອບເງິນຈຳນວນ 2.000.000 ກີບ ມູນນິທິ ອິດມິດເວດ (East meets west) ມອບເງິນຈຳນວນ 200.000 ກີບ ຮັບໂດຍ ທ່ານ ບຸນຈັນ ແກ້ວວິຊາ ຮອງເຈົ້າເມືອງ ຫົວໜ້າຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ຂັ້ນເມືອງ ພ້ອມດ້ວຍຄະນະ ແລະ ທ່ານ ຮອງເຈົ້າເມືອງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດ ແລະ ພາກສ່ວນຕ່າງໆ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອເມືອງ ໃນຊ່ວງວິດກິດຂອງການລະບາດພະຍາດໂຄວິດ-19 ແລະ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ ເປັນຕົ້ນແມ່ນນຳໄປຊ່ວຍເຫຼືອໃຫ້ແກ່ພະນັກງານວິຊາການທີ່ປະຈຳຢູ່ດ່ານຕ່າງໆ ແລະ ພາກສ່ວນອື່ນໆທີ່ຈຳເປັນ.

ໂດຍ:ດອນ ຂຽວພະນາ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *