ພິທີມອບເຄື່ອງຊ່ອຍເຫຼືອໃຫ້ນັກຮຽນທຸກຍາກຢູ່ເມືອງຊຽງຮ່ອນ

ກົດແຊຣ໌

ນວັນທີ 10 ພຶດສະພາ 2024ນີ້ ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຊຽງຮ່ອນ ທີມງານຄອບຄົວຮ່ວມແບ່ງນໍ້າໃຈໃຫ້ນ້ອງນ້ອຍຜູ້ດ້ອຍໂອກາດ ໄດ້ນຳເອົາເຄື່ອງອຸປະກອນການຮຽນ, ອຸປະກອນກິລາ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງນຸ່ງຮົ່ມ ມາມອບໃຫ້ນ້ອງນັກຮຽນທຸກຍາກຢູ່ພາຍໃນເມືອງຊຽງຮ່ອນ ໂດຍການກ່າວຮັບຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມອບໂດຍທ່ານ ນ້ອຍສີ ແສງຍິງຍົດ ຕາງໜ້າທີມງານຄອບຄົວຮ່ວມແບ່ງນໍ້າໃຈໃຫ້ນ້ອງນ້ອຍຜູ້ດ້ອຍໂອກາດ ພ້ອມດ້ວຍທີມງານ ມີການນຳຂັ້ນເມືອງ ຄູອາຈານ,ນ້ອງນັກຮຽນເຂົ້າຮ່ວມ.

ເຄື່ອງທີ່ນໍາມາໃຫ້ຄັ້ງນີ້ປະກອບມີ ອຸປະກອນການຮຽນ, ອຸປະກອນກິລາ, ເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງນຸ່ງຮົ່ມ ມາມອບໃຫ້ຄອບຄົວທຸກຍາກ ແລະ ນ້ອງນັກຮຽນໂຮງຮຽນໃນເຂດກຸ່ມບ້ານປາກເປັດ ແລະ ໂຮງຮຽນເຂດບ້ານ ມົກສະຕຸ ລວມຈຳນວນນັກຮຽນທຸກຍາກທັງໝົດ 473 ນ້ອງ;ຍິງ231ນ້ອງ.

ລວມມູນຄ່າເຄື່ອງທີ່ນຳລົງໄປມອບໃນຄັ້ງນີ້ມູນຄ່າ 50.000.000 ກີບ ຕອນທ້າຍ ທ່ານ ແສງອາທິດ ລາວເບຼຍຢາທໍ່ວ່າການເຈົ້າເມືອງ ຍັງໄດ້ມອບໃບຍ້ອງຍໍ ແລະໄດ້ກ່າວສະແດງຄວາມຂອບໃຈມາຍັງທີມງານຄອບຄົວຮ່ວມແບ່ງນໍ້າໃຈໃຫ້ນ້ອງນ້ອຍຜູ້ດ້ອຍໂອກາດ ທີ່ໄດ້ນຳເອົາເຄື່ອງຊ່ອຍເຫຼືອມາມອບໃຫ້ໃນຄັ້ງນີ້ ເພື່ອເປັນການແກ້ໄຂຄວາມທຸກຍາກຂອງນ້ອງນັກຮຽນໃນເຂດດັ່ງກ່າວໄດ້ມີຊີວິດການເປັນຢູ່ດີຂື້ນ ແລະ ມີກຳລັງໃຈໃນການສຶກສາຮໍ່າຮຽນ.

ໂດຍ: ດອນ ຂຽວພະນາ 020 5544 3362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *