ປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ

ກົດແຊຣ໌

        ພິທີປິດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນ ໃຫ້ອົງການປົກຄອງບ້ານເຂດທົ່ງກາບ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ປະຈຳປີ 2021 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 3 ພະຈິກ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຖາວອນ ເລື່ອນແກ້ວ ຮອງເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ປະທານຄະນະກວດກາພັກ,ຫົວໜ້າອົງການກວດກາລັດ, ປະທານຄະນະຈັດຊຸດອົບຮົມກົດໝາຍຂັ້ນພື້ນຖານລະບົບບໍາລຸງ 45 ວັນຂັ້ນເມືອງ ມີບັນດາທ່ານ ຫົວໜ້າຫ້ອງການ ຄະນຮັບຜິຊອບຈັດຊຸດອົບຮົມ ແລະ ຕະຫຼອດຮອດ ສຳມະນາກອນ ທີ່ມາຈາກອົງການປົກຄອງບ້ານເຂດທົ່ງກາບເຂົ້າຮ່ວມ.

     ໃນພິທີທ່ານ ອ່ອນແກ້ວ ພອນໄຊ ກໍາມະການພັກເມືອງ, ຫົວໜ້າຫ້ອງການຍຸຕິທຳເມືອງຊຽງຮ່ອນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຝຶກອົບຮົມກົດໝາຍຂັ້ນພື້ນຖານ ລະບົບບໍາລຸງ 45 ວັນ ເຊິ່ງຊຸດອົບຮົບດັ່ງກ່າວໄດ້ເປີດຂຶ້ນໃນວັນທີ 1 ກັນຍາ 2021 ຜ່ານມາ ມີສໍາມະນາກອນມາຈາກຄະນະພັກອົງການປົກຄອງບ້ານເຂດບ້ານທົ່ງກາບເຂົ້າຝຶກອົບຮົມ ຈຳນວນ 31 ທ່ານ ຍິງ 2 ທ່ານ ໄລຍະການອົບຮົມ 45 ວັນ ສຳມະນາກອນໄດ້ຮັບຮູ້ກົດໝາຍປະກອບມີຈຳນວນ 32 ວິຊາ.

    ຈຸດປະສົງໃນການຈັດຊຸດຝຶກອົບຮົມກົດໝາຍ 45 ວັນ ໃນຄັ້ງນີ້ ແມ່ນອີງຕາມ ຄຳແນະນຳຂອງລັດຖະມົນຕີ ກະຊວງຍຸຕິທຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ, ເພື່ອເປັນການຄຸ້ມຄອງລັດຄຸ້ມຄອງສັງຄົມເຂົ້າສູ່ລະບຽບກົດໝາຍ, ເຮັດໃຫ້ວຽກງານຍຸຕິທຳເປັນຂອງທົ່ວປວງຊົນ ແລະ ເພື່ອນຳເອົາບົດຮຽນທີ່ໄດ້ຮຽນມາໃນຄັ້ງນີ້ນຳໄປຈັດຕັ້ງປະຕິບັດ, ໂຄສະນາເຜີຍແຜ່ໃນຮາກຖານບ້ານທີ່ຕົນເອງສັງກັດຢູ່ໄດ້ຮັບຮູ້ ແລະ ເຂົ້າໃຈກົດໝາຍໃຫ້ນັບມື້ນັບສູງຂື້ນ.

ໂດຍ ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *