ທ່ານເຈົ້າເມືອງລົງເຄື່ອນໄຫວພົບປະອ້າຍນ້ອງທະຫານຢູ່ບັນດາປ້ອມລຽມຕາມຊາຍແດນ

ກົດແຊຣ໌

        ໃນວັນທີ 26 ພະຈິກ 2021ນີ້ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງໆ ເມືອງຊຽງຮ່ອນໄດ້ລົງພົບປະໂອ້ລົມອ້າຍນ້ອງທະຫານທີ່ປະຈຳຢູ່ປ້ອມລຽບຕາມຊາຍແດນ ທີ່ຂື້ນກັບ ກອງຮ້ອຍທະຫານຊາຍແດນ 151 ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍມີບັນດາຄະນະພັກຄະນະບັນຊາ ກອງຮ້ອຍຊາຍແດນ 151 ອົງການປົກຄອງເມືອງ ແລະ ອ້າຍນ້ອງທະຫານທີ່ປະຈຳຢູ່ປ້ອມເຂົ້າຮ່ວມ.

      ໃນການລົງພົບປະໂອ້ລົມອ້າຍນ້ອງທະຫານທີ່ປະຈຳຢູ່ປ້ອງລຽບຕາມຊາຍແດນໃນຄັ້ງນີ້ທ່ານ ໄດ້ສະແດງຄວາມຢື້ຢາມຖາມຂ່າວອ້າຍນ້ອງທະຫານທີ່ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ແລະ ສະແດງຄວາມຍ້ອງຍໍຊົມເຊີຍອ້າຍນ້ອງທະຫານຍັງຮັກສາໄດ້ຄວາມອຸ່ນອ່ຽງທຸ່ນທ່ຽງ ຕັ້ງໜ້າປະຕິບັດໜ້າທີ່ຈົນໄດ້ຮັບຜົນສຳເລັດ ທີ່ທາງຄະນະພັກ ກໍ່ຄືການຈັດຕັ້ງມອບໝາຍ ເຊິ່ງສະແດງອອກວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມກໍ່ຄືເມືອງມີຄວາມສະຫງົບໂດຍພື້ນຖານ ແລະ ທ່ານຍັງເໜັ້ນໜັກໃຫ້ອ້າຍນ້ອງທະຫານທະຫານທີ່ປະຈຳຢູ່ປ້ອມດັ່ງກ່າວສືບຕໍ່ເອົາໃຈໃສ່ປ້ອງກັນເຂດຄວາມຮັບຜິດຊອບຕົນ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຫຼາຍກວ່າເກົ່າ, ມີສະຕິກຽມພ້ອມສູ້ຮົມຕະຫຼອດເວລາ ມີຄວາມວອງໄວໃນການລາຍງານສະພາບທີ່ເກີດຂື້ນໃນແຕ່ລະໄລຍະໃຫ້ທັນການ ເພື່ອເຮັດໃຫ້ເຂດທີ່ຕົນເອງຮັບຜິດຊອບມີຄວາມສະຫງົບປອດໄພຮັບປະກັນໃຫ້ໄດ້ 100% ໃນໂອກາດລົງເຄື່ອນໄຫວໃນຄັ້ງນີ້ທ່ານຍັງໄດ້ນຳເອົາເຄື່ອງຊ່ວຍເຫຼືອຈຳນວນໝຶ່ງມອບໃຫ້ອ້າຍນ້ອງທີ່ພວມປະຕິບັດໜ້າທີ່ອິກດ້ວຍ.

ໂດຍ: ດອນ ຂຽວພະນາ 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *