ກອງປະຊຸມວຽກງານ ກວດກາທົ່ວເມືອງຊຽງຮ່ອນ ປະຈຳປີ 2020 ແລະ ທິດທາງແຜນການ ປີ 2021

ກົດແຊຣ໌

ກອງປະຊຸມວຽກງານ ກວດກາທົ່ວເມືອງຊຽງຮ່ອນ ປະຈຳປີ 2020  ແລະ ທິດທາງແຜນການ ປີ 2021 ໄດ້ຈັດຂື້ນໃນວັນທີ 7 ກໍລະກົດ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສົມຫວັງ

ແກ້ວວິໄລສັກ ຄະນະປະຈຳພັກແຂວງ ປະທານກວດກາພັກ ປະທານອົງການກວດກາລັດ ແຂວງໄຊຍະບູລີ ມີ ທ່ານ ກົງທອງ ສິດທິໄຊ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ມີບັນດາສະຫາຍ ເລຂາ ແລະ ຮອງເລຂາໜ່ວຍພັກສຳນັກງານ ຫ້ອງການ ກົມກອງ ເລຂາໜ່ວຍພັກບ້ານເທດສະບ້ານເຂົ້າຮ່ວມ

ໃນກອງປະຊຸມ ຍັງໄດ້ຍົກໃຫ້ເຫັນວຽກງງານກວດກາໃນໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າການເຄື່ອນໄຫວວຽກງານກວດກາແຕ່ລະດ້ານຄື: ວຽກງານຄົ້ນຄວ້າເຊື່ອມຊຶມແລະ ຜັນຂະຫຍາຍມະຕິ,ຄຳສັ່ງຕ່າງໆ ໄດ້ເອົາໃຈໃສ່ໃນຫຼາຍຮູບການ ເປັນຕົ້ນແມ່ນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ແຕ່ລະຂັ້ນ, ລະບຽບຂອງພັກ ກົດໝາຍຂອງລັດ ໃຫ້ສະມາຊິກພັກພະນັກງານໄດ້ຮັບຮູ້ແລະ ເຊື່ອມຊຶມ ເພື່ອໃຫ້ມີຄວາມຕື່ນຕົວເປັນເອກກະພາບສູງຕໍ່ແນວທາງການປ່ຽນແປງໃໝ່ຂອງພັກ, ວຽກງານ ຕິດຕາມກວດກາພັກໄດ້ເອົາໃຈໃສ່ຕິດຕາມກວດກາພັກຢ່າງເປັນປະຈຳ ທົ່ວເມືອງມີ 6 ຄະນະພັກຮາກຖານ ມີ 102 ໜ່ວຍ, ສໍານັກງານຫ້ອງການ 28 ໜ່ວຍ, ຮາກຖານບ້ານ 43 ໜ່ວຍ ໂຮງຮຽນໂຮງໝໍ 19 ໜ່ວຍ ປກສ ປກຊ  9 ໜ່ວຍ ແລະ ລັດວິສາຫະກິດ 4 ໜ່ວຍ ໄດ້ກວດກາຕີລາຄາແບ່ງປະເພດ ໜ່ວຍພັກແຂງ 87 ໜ່ວຍ ປະເພດກາງ 9 ໜ່ວຍ ບໍ່ແບ່ງ 6 ໜ່ວຍ. ທົ່ວເມືອງມີສະມາຊິກພັກ 1.420 ສະຫາຍ,ເພດຍິງ 406 ສະຫາຍ ສຳຮອງ 74 ສະຫາຍ ແບ່ງປະເພດສະມາຊິກພັກ ປະເພດແຂງ 1.329 ສະຫາຍ ປະເພດກາງ 28 ສະຫາຍ ບໍ່ແບງ 39 ສະຫາຍ, ວຽກງານກວດກາລັດ ໄດ້ຕິດຕາມກວດກາການລົງທຶນຂອງລັດທັງໝົດ 57 ໂຄງການ ມູນຄ່າ 36 ຕື້ກີບ ໄດ້ຕິດຕາມກວດກາການລັກລອບຖາງປ່ານອກເຂດກຳນົດ ພົບເຫັນເນື້ອທີ່ເສຍຫາຍ 110,47 ເຮັກຕາ ມີຈຳນວນ 301 ຄອບຄົວ ວຽກງານການຕ້ານການສໍ້ລາດບັງຫຼວງ ໄດ້ຕິດຕາມກວດກາແກ້ໄຂຕໍ່ສະມາຊິກພັກພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງ 1 ເປົ້າໝາຍ ໄດ້ພົບເຫັນເງິນຕົກເຫ່ຍເສຍຫາຍ 24 ລ້ານກວ່າກີບ ວຽກງານຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ໃນ 1 ປີຜ່ານມາໄດ້ຮັບຄຳຮ້ອງ-ຄຳສະເໜີ 56 ເລື່ອງ ແລະ ຍັງໄດ້ກຳນົດທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບວຽກງານກວດກາ ເພື່ອເປັນທິດໃນການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງຂື້ນເປັນກ້າວໆ. ຕອນທ້າຍຍັງໄດ້ຮັບຟັງການໂອລົມຂອງ ທ່ານ ສົມຫວັງ ແກ້ວວິໄລສັກ ປະທານກວດກາພັກ ປະທານ ອົງການກວດກາລັດ ແຂວງໄຊຍະບູລີ ທ່ານໄດ້ເໜັ້ນໜັກໃຫ້ຄະນະພັກ ແລະ ຄະນະກວດກາຂັ້ນເມືອງຈົ່ງໄດ້ພ້ອມກັນເອົາໃຈໃສ່ ວຽກງານຕິດຕາມກວດກາພັກ-ລັດ ກໍຄືການກວດກາການປະຕິບັດກົດລະບຽບຂອງສະມາຊິກພັກພະນັກງານແລະຕິດຕາມກວດກາບັດດາໂຄງການຕ່າງໆພາຍໃນເມືອງເພື່ອເຮັດໃຫ້ມີຄວາມໂປ່ງໃສ,ຖືກຕ້ອງຕາມລະບຽບການ ເພື່ອບໍ່ໃຫ້ມີຜົນກະທົບແລະສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງປະຊາຊົນແລະຜົນປະໂຫຍດລວມຂອງຊາດ.

ໂດຍ: ດອນ ຂຽວພະນາ 020 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *