ເມືອງຊຽງຮ່ອນຈັດພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ປກສ ເມືອງ ລະຫວ່າງຜູ້ເກົ່າກັບຜູ້ໃໝ່



ໃນວັນທີ 14 ມີນາ 2025ນີ້ ຢູ່ສະໂມສອນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ ລະຫວ່າງຜູ້ເກົ່າ ກັບ ຫົວໜ້າຜູ້ໃໝ່. ພິທີໄດ້ຈັດຂື້ນຢ່າງເປັນທາງການພາຍໃຕ້ການເປັນປະທານຂອງສະຫາຍ ພັອ ຄຳສິນ ຜິວວັນນາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ, ມີກຳມະການປະຈຳພັກເມືອງ ຄະນະພັກຄະນບັນຊາ ຫົວໜ້າ,ຮອງຫົວໜ້າຫ້ອງການ, ກົມກອງ ແຂກຖືກເຊີນ ຕະຫຼອດຮອດ ນາຍ ແລະພົນຕຳຫຼວດພາຍໃນກົມກອງເຂົ້າຮ່ວມ.
ໃນພິທີສະຫາຍ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຂື້ນຜ່ານ ຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 283/ປກສ ລົງວັນທີ 12 ກຸມພາ 2025 ວ່າດ້ວຍການຍົກຍ້າຍ ນາຍຕຳຫຼວດທີ່ຂື້ນກັບ ກອງບັນຊາການ ປກສ ແຂວງໄຊຍະບູລີ ກະຊວງປ້ອງກັນຄວາມສະຫງົບ ຕົກລົງຍົກຍ້າຍ ສະຫາຍ ພັທ ໄຊຄຳ ຄອງຕີ ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງໄຊສະຖານ ແລະ ໄດ້ຕົກລົງຍົກຍ້າຍ ສະຫາຍ ພັທ ຄຳເອກ ພູມີພອນ ຫົວໜ້າກອງບັນຊາການ ປກສເມືອງ ໄຊສະຖານ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງຊຽງຮ່ອນ. ຈາກນັ້ນ ສະຫາຍ ພັທ ໄຊຄຳ ຄອງຕີ ໄດ້ຜ່ານບົດບັນທຶກການມອບ-ຮັບໜ້າທີ່ ໂດຍໄດ້ຍົກໃຫ້ເຫັນພາຍໄຕ້ການຊີ້ນຳນຳພາໃນໄລຍະຜ່ານມາ ໄດ້ມີການນຳພາວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ ຂອບເຂດຄວາມຮັບຜິດຊອບຂອງຕົນ ສາມາດຍາດໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານເປັນຕົ້ນແມ່ນຊີ້ນຳໆພາດ້ານຕ່າງໆເຊັ່ນ: ດ້ານການເມືອງ – ແນວຄິດ, ດ້ານວິຊາສະເພາະ, ດ້ານອົງການຈັດຕັ້ງ, ຂະບວນການ, ດ້ານເສດຖະກິດ. ສະແດງອອກໄດ້ສຶກສາອົບຮົມດ້ານແນວຄິດ-ການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານນັກຮົບພາຍໃນຫ້ອງການ ເຊິ່ງເຮັດໃຫ້ສະມາຊິກພັກ ພະນັກງານແຕ່ລະສະຫາຍ ແມ່ນມີແນວຄິດອຸ່ນອຽນທຸ່ນທ່ຽງ ເຮັດສໍາເລັດໜ້າທີ່ຕາມການມອບໝາຍ, ສາມາດເປັນເສນາທິການໃຫ້ແກ່ຂັ້ນເທິງ ແລະ ປົກປັກຮັກສາຊັບສີນ ອາຄານຕ່າງໆ, ແລະ ວັດຖຸອຸປະກອນຕ່າງໆທີ່ຂື້ນກັບກອງບັນຊາການໄດ້ເປັນຢ່າງດີ, ພ້ອມທັງຍົກໃຫ້ເຫັນດ້ານຄົງຄ້າງຈຳນວນໜຶ່ງທີ່ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃນຕໍ່ໜ້າ. ຈາກນັ້ນໄດ້ມີການເຊັນບົດບັນທຶກມອບ-ຮັບ ລະຫວ່າງສະຫາຍ ພັທ ໄຊຄຳ ຄອງຕີ ຫົວໜ້າກອງບັນຊາການປກສເມືອງຊຽງຮ່ອນຜູ້ເກົ່າ ກັບ ສະຫາຍ ພັທ ຄຳເອກ ພູມີທອນ ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນຜູ້ໃໜ່ ຢ່າງເປັນທາງການ.
ຕອນທ້າຍຍັງໄດ້ຮັບຟັງຄໍາໂອ້ລົມຈາກສະຫາຍ ພັອ ຄຳສິນ ຜິວວັນນາ ໂດຍທ່ານໄດ້ກ່າວວ່າ: ການປັບປຸງກົງຈັກການຈັດຕັ້ງ ການຊັບຊ້ອນ ໂຍກຍ້ານໜ້າທີ່ວຽກງານຂອງກຳລັງ ໃນລະບົບການຈັດຕັ້ງຂອງພັກ-ລັດ ແມ່ນວຽກປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງຂອງພັກເຮົາ ກໍ່ເພື່ອແນ່ໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ ໃນໂອການທີ່ເຂົ້າຮ່ວມພິທີມອບ- ຮັບໜ້າທີ່ໃນຄັ້ງນີ້ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຫົວໜ້າຜູ້ເກົ່າທີີ່ໄດ້ນໍາພາຄະນະພັກ-ຄະນະບັນຊາ ແລະ ພະນັກງານພານໃນກົມກອງເຮັດໜ້າທີ່ສໍາເລັດຜົນ ໃນຫຼາຍດ້ານ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງສືບຕໍ່ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ນໍາເອົາຄວາມຮູ້, ຄວາມສາມາດ ມາປັບປຸງ ພັດທະນາການຈັດຕັ້ງ, ຮັກສາຄວາມສາມັກຄີພາຍໃນຫ້ອງການໃຫ້ແໜ້ນແຟ້ນ ແລະ ອີກບັນຫາໜຶ່ງທີ່ຕ້ອງເລັ່ງເອົາໃຈໃສ່ ກໍ່ຄືການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານນັກຮົບ ມີແນວຄິດຫຼັກໜັ້ນຕໍ່ການນຳພາຂອງພັກ ແລະ ເອົາໃຈໃສ່ປັບປຸງວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ມີເຂັ້ມແຂງຂື້ນເລື້ອຍໆ.
ໂດຍ ຖວທເມືອງຊຽງຮ່ອນ.