ກອງບັນຊາການ ປກສ ເມືອງຊຽງຮ່ອນຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການຈຸດສຸມປີ 2025.

ກົດແຊຣ໌

ໃນວັນທີ 13 ກຸມພາ 2025ຜ່ານມາ ກອງບັນຊາການປ້ອງກັນຄວາມສະຫງົບເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການຈຸດສຸມປີ 2025ຂື້ນ ຢູ່ທີ່ຫ້ອງປະຊຸມຂອງກົມກອງ. ໂດຍການເປັນປະທານຂອງທ່ານ ພັທ ໄຊຄໍາ ຄອງຕີ ກໍາມະການປະຈໍາພັກເມືອງ, ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ, ມີຄະນະພັກ-ຄະນະບັນຊາ, ຫົວໜ້າພະແນກ,ຫົວໜ້າ ປກສ ກຸ່ມບ້ານ,ຮອງຫົວໜ້າພະແນກ,ຮອງຫົວໜ້າ ປກສ ກຸ່ມບ້ານ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດພາຍໃນກົມກອງ ເຂົ້າຮ່ວມ. ໃນກອງປະຊຸມທ່ານ ພັທ ໄຊຄໍາ ຄອງຕີ ກໍາມະການປະຈໍາພັກເມືອງ, ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ ກໍ່ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນທ່ານ ພັທ ຈັນທະວົງ ມະນີວັນ ຄະນະພັກຮາກຖານ, ຫົວໜ້າຫ້ອງການ ກອງບັນຊາການກໍ່ໄດ້ຂື້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການຈຸດສຸມປີ 2025. ເຊິ່ງທ່ານໃຫ້ຮູ້ວ່າ: ໃນໄລຍະ01 ປີ ທີ່ຜ່ານມາ ຄະນະພັກ-ຄະນະບັນຊາແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ ແນວຄິດ, ບໍາລຸງສິດໜ້າທີ່, ວຽກງານວິຊາສະເພາະ, ລະບຽບວິໄນຂອງກໍາລັງໃຫ້ນາຍ ແລະ ພົນຕໍາຫຼວດຢ່າງເປັນປົກກະຕິ ພ້ອມດຽວກັນນີ້ກໍໄດ້ລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ປັບປຸງກໍ່ສ້າງກໍາລັງ ປກສ ຢູ່ຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະກໍໄດ້ເອົາໃຈໃສ່ຕິດຕາມກວດກາກຸ່ມຄົນບໍ່ດີທີ່ຈະມີການເຄື່ອນໄຫວກໍ່ຄວາມບໍ່ສະຫງົບພາຍໃນເມືອງ. ໂດຍປະສານສົມທົບກັບອົງການຈັດຕັ້ງພາກສ່ວນທີ່ກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ເພື່ອປ້ອງກັນ,ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ, ການແກ້ໄຂບັນຫາຢາເສບຕິດ,ແກ້ໄຂບັນຫາຂີ້ລັກງັດແງະ ແລະ ອຸປະຕິເຫດຕາມທ້ອງຖະໜົນ.ຜ່ານມາມີຄະດີທີ່ເກີດຂື້ນ 17ກໍລະນີ,ກັກຕົວຜູ້ກະທໍາຜິດມາດໍາເນີນຄະດີໄດ້ 167 ຄົນ,ຍິງ 06 ຄົນ ທຽບໃສ່ປີ 2023ເພີ່ມຂື້ນ 33 ຄົນ,ຍິງ 03 ຄົນ ໃນນີ້ແມ່ນເສບຢາເສບຕິດ 111 ເທື່ອຄົນ,ຍິງ 01 ຄົນ,ຄ້າ – ຂາຍ ຢາເສບຕິດ ປະເພດຢາບ້າ 04 ຄົນ ຂອງກາງຢາບ້າ 558 ເມັດ,ການລັກຊັບພົນລະເມືອງ 11 ຄົນ( ເກັບກູ້ຊັບຄືນໄດ້ລົດໃຫຍ່ 01 ຄັນ,ລົດຈັກ 02 ຄັນ,ເງິນບາດໄທ 21,000 ບາດ,ເງິນກິບ 2,500,000 ກິບ,ແຫວນຄໍາ 01 ວົງ ນໍ້າໜັກ 02 ສະຫລືງ ),ການທໍາຮ້າຍຮ່າງກາຍ 02 ຄົນ,ດື່ມ ແລະ ຄ້າຂາຍສານເສບຕິດ ( ປະເພດຄໍລະເຈນ ) 01 ຄົນ,ຍິງ 01 ຄົນ,ລັກລອບເຂົ້າເມືອງຜິດກົດໝາຍ 04 ຄົນ,ດື້ດານ 03 ຄົນ,ອາລະວາດຄອບຄົວ 06 ຄົນ,ການຄ້າມະນຸດ 03 ຄົນ,ຍິງ 01 ຄົນ,ການທໍາມິດສະຈານ 06 ຄົນ,ຍິງ 03 ຄົນ,ພະຍາຍາມລັກຊັບ 03 ຄົນ,ໃຊ້ເງິນປອມ 01 ຄົນ,ອາລະວາດຕີກັນ 06 ຄົນ,ເກີດອຸປະຕິເຫດແລ້ວເອົາໂຕລົບໜີ 01 ຄົນ ແລະ ການຂົ່ມຂືນທໍາຊໍາເລົາ 01 ຄົນ. ບັນຫາອຸປະຕິເຫດຕາມທ້ອງຖະໜົນ. ມີອຸປະຕິເຫດເກີດຂື້ນທັງໝົດ15 ລາຍ,ມີ 33 ຄົນ,ຍິງ 11 ຄົນ ຜົນເສຍຫາຍ ຄົນໄດ້ຮັບບາດເຈັບເລັກນ້ອຍ 11 ຄົນ,ຍິງ 01 ຄົນ,ຄົນໄດ້ຮັບບາດເຈັບສົມຄວນ 15 ຄົນ,ຍິງ 03 ຄົນ,ຄົນໄດ້ຮັບບາດເຈັບສາຫັດ 06 ຄົນ,ຍິງ 01 ຄົນ,ເສຍຊີວິດ 04 ຄົນ ແລະ ພາຫະນະເປເພສົມຄວນ 20 ຄັນ,ພາຫະນະເປເພເລັກນ້ອຍ 09 ຄັນ. ໂອກາດດັ່ງກ່າວຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາເອກະສານ ແລະ ນິຕິກໍາຂອງຂັ້ນເທິງຈໍານວນໜື່ງໂດຍສະເພາະແມ່ນ ຜ່ານສະຫຼຸບການເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບປະຈໍາປີ 2024 ແລະ ທິດທາງແຜນການຈຸດສຸມປີ 2025 ຂອງກອງບັນຊາການ ປກສ ແຂວງໄຊຍະບູລີ,ຜ່ານບົດສະຫຼຸບຕີລາຄາການເຄື່ອນໄຫວນໍາພາ-ຊີ້ນໍາວຽກງານຂອງກະຊວງປ້ອງກັນຄວາມສະຫງົບ,ຜ່ານລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ,ຜ່ານມະຕິກອງປະຊຸມຄົບຄະນະບໍລິການງານພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ 08 ສະໄໝທີ Vແລະ ຜ່ານມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີVIII. ໃນຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ພັທ ໄຊຄໍາ ຄອງຕີ ກຳມະການປະຈໍາພັກເມືອງ,ເລຂາຄະນະພັກຮາກຖານ,ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນເຊິ່ງທ່ານໄດ້ຊົມເຊີຍຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນໄລຍະຜ່ານມາແລະທ່ານກໍຍັງໄດ້ເນັ້ນໜັກໃຫ້ທຸກພາກສ່ວນຂອງກຳລັງ ຈົ່ງພ້ອມກັນເອົາໃຈໃສ່ສຶບຕໍ່ສະກັດກັ້ນແລະແກ້ໄຂບັນຫາປະກົດການຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແກ້ໄຂທັນກັບສະພາບການ ແລະທັນກັບເວລາແນໃສ່ເຮັດໃຫ້ເມືອງຊຽງຮ່ອນມີສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ. ໂດຍ: ປກສ ເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *