ກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວເມືອງຊຽງຮ່ອນຄັ້ງທີ VI

ກົດແຊຣ໌

ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວເມືອງຊຽງຮ່ອນຄັ້ງທີ VI ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 22 ຕຸລາ 2024ນີ້ ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ວິຊຽນ ຮັກປະດິດ ວ່າການປະທານສະຫະພັນກຳມະບານເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ ມີສະຫາຍ ສຸລິສັກ ຄຳອ່ອນ ຮອງປະທານສະຫະພັນກຳມະບານແຂວງໄຊຍະບູລີ ມີຄະນະບໍລິຫານງານກຳມະບານເມືອງ, ປະທານກຳມະບານເມືອງເງິນ,ເມືອງຄອບ, ແຂກເຊີນ ແລະ ປະທານຮາກຖານກໍາມະບານສໍານັກງານ ຫ້ອງການ ລັດວິສາຫະກິດ ແລະ ເອກກະຊົນ ຕະຫຼອດຮອດພະນັກງານບໍານານອາວຸໂສ ເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ວິຊຽນ ຮັກປະດິດ ວ່າການປະທານສະຫະພັນກຳມະບານເມືອງຊຽງຮ່ອນ ໄດ້ຂື້ນຜ່ານບົດລາຍງານການເມືອງທັງ 2 ພາກ ຄື: ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານເມືອງຊຽງຮ່ອນຄັ້ງທີ V ແລະ ທິດທາງແຜນການ ພັດທະນາກຳມະບານໃນ 5 ປີຕໍ່ໜ້າ ໃນໄລຍະຜ່ານມາຄະນະບໍລິຫານງານສະຫະພັນກໍາມະບານ-ສະມາຊິກກຳມະບານເມືອງ ໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ – ແນວຄິດເປັນກົກ ເພື່ອແນໃສ່ເຮັດໃຫ້ຄະນະບໍລິຫານງານ, ສະມາຊິກກຳມະບານໄດ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຂັ້ນຕ່າງໆ ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ແລະ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ໂດຍຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າ ດ້ວຍຫຼາຍວິທີການ, ຫຼາຍຮູບການເຊັນວ່າ: ຈັດຕັ້ງປາຖະກະຖາເລົ່າຫວນຄືນມູນເຊື້ອວັນສຳຄັນຂອງຊາດຂອງພັກ ໄດ້ 7 ຄັ້ງ, ມີຜູ້ເຂົ້າຮ່ວມ 4.369 ຄົນ ໄດ້ຈັດຕັ້ງປາຖະກະຖາວັນສ້າງຕັ້ງກຳມະບານ ແລະ ວັນກຳມະກອນສາກົນແຕ່ລະປີໄດ້ 5 ຄັ້ງ ມີຜູ້ເຂົ້າຮ່ວມ 5.204 ຄົນ ຍິງ 1.012 ຄົນ ແລະ ເຜີຍແຜ່ເຊື່ອມຊຶມນິຕິກໍາຂອງກຳມະບານລາວເປັນປົກກະຕິ, ລົງຊຸກຍູ້ຕິດຕາມໂຄສະນາຄວາມປອດໄພດ້ານແຮງງານ ແລະ ສຸຂະອານາໄມໃຫ້ກຳມະກອນພາຍໃນເມືອງໄດ້ 8 ຄັ້ງ ມີຜູ້ເຂົ້າຮ່ວມ 1.380 ຄົນຍິງ 651 ຄົນ ແລະ ໄດ້ປະຕິບັດກອງທຶນກຳມະບານເປັນປົກກະຕິ. ທົ່ວເມືອງມີກຳມະບານຮາກຖານທັງໝົດ 29 ຮາກຖານ ມີ 69 ໜ່ວຍຮ່ວມຊິວິດ ມີຄະນະບໍລິຫານງານຊາວໜຸ່ມເມືອງ 15 ສະຫາຍ ຍິງ 2 ສະຫາຍ ທົ່ວເມືອງມີສະມາຊິກກໍາມະບານທັງໝົດ 693 ສະຫາຍ ຍິງ 325 ສະຫາຍ, ຂົງເຂດລັດບໍລິຫານ 27 ຮາກຖານ, ຂົງເຂດລັດວິສາຫະກິດ 1 ຮາກຖານ ແລະ ຂົງເຂດເອກະຊົນ 1 ຮາກຖານ ວຽກງານການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ສຳເລັດ 29 ຮາກຖານ ມີຜູ້ເຂົ້າຮ່ວມ 720 ສະຫາຍ ຍິງ336 ສະຫາຍ ຜ່ານການປະເມີນ ໃນໄລຍະ 5 ປີ ມີຮາກຖານເຂົ້າຮ່ວມ 100% ຜົນການປະເມີນລວມ ປະຕິບັດໄດ້ 96,66% ຂອງໜ່ວຍຮາກຖານ ຈາກນັ້ນ ຄະນະບໍລິຫານງານຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາພ້ອມທັງກ່າວລາໜ້າທີ່ ແລະ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນບໍລິຫານງານຊຸດໃໝ່ ມີຜູ້ອອກຮັບສະມັກຈຳນວນ 17 ສະຫາຍ ເລືອກເອົາ 13 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະພາບເລືອກເອົາ ສະຫາຍ ວິຊຽນ ຮັກປະດິດ ເປັນປະທານສະຫະພັນກຳມະບານເມືອງ, ສະຫາຍ ທອງ ຊົງ ແລະ ສະຫາຍ ນາງ ສັງວຽນ ແກ້ວວົງລັດ ເປັນຮອງປະທານ ເລືອກເອົາຄະນະບໍລິຫານງານຈຳນວນ10 ສະຫາຍ ຍິງ3ສະຫາຍກອງປະຊຸມຍັງໄດ້ເລືອກເອົາປະທານ ແລະ ຮອງປະທານກວດກາຄື ສະຫາຍ ທອງ ຊົງ ເປັນປະທານກວດກາ,ສະຫາຍ ຈຳປາ ທອງເທພາ ເປັນຮອງປະທານກວດກາ ແລະ ສະຫາຍ ໝານ ພຸດທະວົງ ເປັນຊ່ວຍຮອງປະທານກວດກາ. ກອງປະຊຸມໄດ້ເລືອກເອົາ ຜູ້ແທນສົມບູນ 7 ສະຫາຍແລະຜູ້ແທນສໍາຮອງ 3 ສະຫາຍເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວແຂວງໄຊຍະບູລີທີ່ຈະໄດ້ໄຂຂຶ້ນໃນຕໍ່ຫນ້າ ແລະ ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານໃນການປະຕິບັດວຽກງານກຳມະບານໃນໄລຍະ5 ປີ ຈຳນວນ 304 ສະຫາຍ ແລະ ກົມກອງ 16 ຮາກຖານ.

ໃນໂອກາດທີ່ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສະຫາຍຍັງໄດ້ໂອ້ລົມ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີີຍຕໍ່ຜົນງານທີ່ທາງຄະນະບໍລິຫານງານກຳມະບານ ແລະ ສະມາຊິກກຳມະບານພາຍໃນເມືອງຍາດມາໄດ້ເປັນຕົ້ນແມ່ນການເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກກຳມະບານ ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂົ້າໃຈຕໍ່ແນວທາງຂອງພັກ ກົດໝາຍຂອງລັດ ແລະ ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານ ສະມາຊິກກຳມະບານຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເຖິງວ່າພວກເຮົາເຮັດໄດ້ຫຼາຍ ແລະ ຕໍ່ເນື່ອງກໍ່ຕາມ ແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານກຳມະບານໃນໄລຍະໃໝ່ແລ້ວ ກໍຍັງເຫັນວ່າບໍ່ທັນເລິກເຊິ່ງກວ້າງຂວາງ, ວິທີການດຳເນີນກໍ່ບໍ່ທັນຄ່ອງຕົວໂດຍສະເພາະແມ່ນບັນດາສະຫາຍສະມາຊິກກຳມະບານ ທີ່ເປັນພະນັກງານວິຊາການ, ທີ່ສັງກັດຢູ່ບັນດາຮາກຖານທີ່ຢູ່ຫ່າງໄກສອກຫຼີກ ໂອກາດທີ່ຈະໄດ້ຈັດຕັ້ງພົບປະໂອ້ລົມ ຫຼື ເຂົ້າຮ່ວມຮໍ່າຮຽນບັນດາມະຕິແນວທາງນະໂຍບາຍແມ່ນມີໜ້ອຍ, ບັນຫາລວມອັນໜຶ່ງອີກ ຫຼາຍສະຫາຍການນໍາ, ສະມາຊິກກໍາມະບານຈໍານວນບໍ່ໜ້ອຍຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ພາລະບົດບາດ, ໜ້າທີ່ຂອງກຳມະບານ, ນີ້ເປັນບັນຫາທີ່ທ້າທາຍ ພວກເຮົາທັງໝົດ ທີ່ຈະໄດ້ສືບຕໍ່ສຶກສາອົບຮົມໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ບົດບາດ, ສິດ, ໜ້າທີ່ ແລະ ຜົນປະໂຫຍດຂອງສະມາຊິກກຳມະບານຕື່ມອີກ. ຄະນະພັກບາງບ່ອນກໍ່ຍັງບໍ່ທັນເຂົ້າໃຈຕໍ່ວຽກງານກຳມະບານ, ມີທັດສະນະຖືເບົາຕໍ່ອົງການກຳມະບານ ເຊັ່ນ: ຈຳນວນບຸກຄະລາກອນມີໜ້ອຍ ແລະ ຄຸນນະພາບກໍ່ບໍ່ສູງ, ການເອື້ອອຳນວຍຄວາມສະດວກແລະບັນຫາອື່ນໆ ກໍ່ຍັງຈະໄດ້ສຶບຕໍ່ເຮັດໃຫ້ດີຂຶ້ນຕື່ມ ແລະ ການເຄື່ອນໄຫວວຽກງານຂອງກໍາມະບານອາຊີບ, ການຈັດຕັ້ງຮາກຖານ ກໍ່ຍັງບໍ່ທັນໄດ້ດີ ເປັນ ຕົ້ນແມ່ນແບບແຜນນໍາພາ ແລະ ວິທີເຮັດວຽກ, ຍັງບໍ່ທັນເຄື່ອນໄຫວຕາມແບບມະຫາຊົນແທ້. ນີ້ແມ່ນບັນຫາທີ່ພວກເຮົາຈະຕ້ອງໄດ້ພະຍາຍາມຄິດຫງໍາດັດແປງແກ້ໄຂໃຫ້ດີຂຶ້ນຕຶ່ມອີກ. ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ ແລະ ໄດ້ອັດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.

ໂດຍ: ຖວທ ເມືອງຊຽງຮ່ອນ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *