ເມືອງຊຽງຮ່ອນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງ ຄັ້ງທີVII

ກົດແຊຣ໌

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວເມືອງຊຽງຮ່ອນຄັ້ງທີ VIIໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 3 ຕຸລາ 2024ນີ້ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍໝັ້ນ ຄົງໝັ້ນວ່າການເລຂາຄະນະບໍລິຫານງານ ຊາວໜຸ່ມເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງສະຫາຍ ໜູໄຊ ນໍກີຢາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ມີສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນບໍລິຫານງານພັກເມືອງວ່າການເຈົ້າເມືອງຊຽງຮ່ອນ ມີຄະນະບໍລິຫານງານຊາວໜຸ່ມເມືອງ,ຄະນະຊາວໜຸ່ມເມືອງ ເງິນ,ເມືອງຄອບ, ແຂກເຊີນ ແລະ ເລຂາໜ່ວຍຊາວໜຸ່ມຮາກຖານສຳນັກງານ ຫ້ອງການ ກົມກອງ ແລະ ຮາກຖານຊາວໜຸ່ມບ້ານທົ່ວເມືອງເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ໝັ້ນ ຄົງໝັ້ນວ່າການເລຂາຄະນະບໍລິຫານງານຊາວໜຸ່ມເມືອງຊຽງຮ່ອນ ໄດ້ຂື້ນຜ່ານບົດລາຍງານການເມືອງທັງ 2 ພາກ ຄື: ຕີລາຄາສະພາບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເມືອງຊຽງຮ່ອນຄັ້ງທີ VIຜ່ານມາ ແລະ ທິດທາງແຜນການ ພັດທະນາຊາວໜຸ່ມ5 ປີຕໍ່ໜ້າຄະນະບໍລິຫານງານຊາວໜຸ່ມເມືອງພວກເຮົາໄດ້ຖືເອົາວຽກງານສຶກສາອົບຮົບການເມືອງ – ແນວຄິດເປັນກົກ ເພື່ອແນໃສ່ເຮັດໃຫ້ຄະນະຊາວໜຸ່ມ, ສະມາຊິກຊາວໜຸ່ມ – ໄວໜຸ່ມ, ເຍົາວະຊົນໄດ້ຮັບຮູ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ຂອງຊາວໜຸ່ມຂັ້ນຕ່າງໆ ມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ,ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ແລະ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ, ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກຂອງ ຄຊປປລ ,ຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ ດ້ວຍຫຼາຍວິທີການ, ຫຼາຍຮູບການເຊັນວ່າ: ຈັດຕັ້ງປາຖະກະຖາເລົ່າຫວນຄືນມູນເຊື້ອວັນສຳຄັນຂອງຊາດຂອງພັກ ໄດ້ 169 ຄັ້ງ, ມີ 10,245 ສະຫາຍ ຊຸກຍູ້ສ້າງເງື່ອນໄຂໃຫ້ສະມາຊິກຊາວໜຸ່ມໄດ້ໄປຍົກລະດັບວິຊາສະເພາະ, ຈັດກິດກຳພົບປະຊາວໜຸ່ມໄດ້ 15 ຄັ້ງມີ 1,927 ສະຫາຍ, ໂຄສະນາຜ່ານວິທະຍຸກະຈາຍສຽງຂອງເມືອງໄດ້ 208 ຄັ້ງ. ທົ່ວເມືອງມີຮາກຖານຊາວໜຸ່ມ 3 ຮາກຖານ ມີ 75 ໜ່ວຍຮ່ວມຊິວິດມີຄະນະບໍລິຫານງານຊາວໜຸ່ມເມືອງ 19 ສະຫາຍ ຍິງ 5 ສະຫາຍ ທົ່ວເມືອງມີໄວໜຸ່ມໃນເກນອາຍຸທັງໝົດ 6.175 ຄົນ ຍິງ 3.295 ຄົນ, ສະມາຊິກຊາວໜຸ່ມປະຊົນປະຕິວັດລາວ 2.069 ສະຫາຍ ຍິງ 935 ສະຫາຍ ມີເຍົາວະຊົນທັງໝົດ 2.077 ນ້ອງ, ເຍົາວະຊົນທັນວາ 1,505 ນ້ອງ ຍິງ 773 ນ້ອງ ແລະ ອານຸຊົນ1.033 ນ້ອງ, ຍິງ 535 ນ້ອງ ວຽກງານຜົນການປະເມີນ 4 ບຸກຂອງໜ່ວຍຮາກຖານ:ໜ່ວຍປະເພດແຂງ 71 ໜ່ວຍ, ໜ່ວຍກາງ 4 ໜ່ວຍ, ທົ່ວເມືອງປະກາດເປັນໜ່ວຍ 4 ບຸກແລ້ວ 71 ໜ່ວຍ, ຍັງ 4 ໜ່ວຍ, ຜົນການປະເມີນຂອງສະມາຊິກຊາວໜຸ່ມ:ສະມາຊິກຊາວໜຸ່ມປະເພດແຂງ 1,349 ສະຫາຍ,ຍິງ 683 ສະຫາຍ, ກວມເອົາ 65,20 %, ສະມາຊິກຊາວໜຸ່ມປະເພດກາງ 647 ສະຫາຍ,ຍິງ 223 ສະຫາຍ, ກວມເອົາ 31,27 %, ສະມາຊິກຊາວໜຸ່ມປະເພດອ່ອນ 11 ສະຫາຍ, ຍິງ 1 ສະຫາຍ, ກວມເອົາ 0,53 %, ສະມາຊິກຊາວໜຸ່ມບໍ່ໄດ້ແບ່ງ 62 ສະຫາຍ, ຍິງ 28 ສະຫາຍ, ກວມເອົາ 2,99 % ຈາກນັ້ນ ຄະນະບໍລິຫານງານຊຸດເກົ່າໄດ້ຜ່ານບົດສຳຫຼວດການນຳພາພ້ອມທັງກ່າວລາໜ້າທີ່ ແລະ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນບໍລິຫານງານຊຸດໃໝ່ ມີຜູ້ອອກຮັບສະມັກຈຳນວນ 23ສະຫາຍ ເລືອກເອົາ 19 ສະຫາຍ ແລະໄດ້ເລືອກເອົາສະຫາຍ ໝັ້ນ ຄົງໝັ້ນ ເປັນເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ສະຫາຍ ນາງ ໃຈມາ ໃຈແສນອິນຕະ ເປັນຮອງເລຂາພ້ອມທັງເປັນປະທານກວດກາ ແລະ ສະຫາຍ ສົມສີ ຊົມພູພັນ ເປັນຮອງເລຂາເລືອກເອົາຄະນະປະຈຳ 7 ສະຫາຍ ກອງປະຊຸມຍັງໄດ້ເລືອກເອົາປະທານ ແລະ ຮອງປະທານກວດກາຄື ສະຫາຍ ອິນທອງ ປາລົມ ເປັນຮອງປະທານ,ສະຫາຍ ສຸພິນ ປັນຍາທອງ ເປັນຄະນະ.ກອງປະຊຸມໄດ້ເລືອກເອົາ ຜູ້ແທນສົມບູນ 5 ສະຫາຍແລະຜູ່ແທນສໍາຮອງ 1 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໝຸ່ມແຂວງໄຊຍະບູລີທີ່ຈະໄດ້ໄຂຂຶ້ນໃນຕໍ່ຫນ້າ ແລະ ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານໃນການປະຕິບັດວຽກງານຊາວໜຸ່ມປະຊາຊົນປະຕິວັດລາວໃນໄລຍະ5 ປີ ຈຳນວນ107 ສະຫາຍ ແລະ ກົມກອງ 5 ກົມກອງ
ໃນຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ໜູໄຊ ນໍກີຢາ ເລຂາຄະນບໍລິຫານງານຊາວໜຸ່ມແຂວງໄຊຍະບູລີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີີຍຕໍ່ຜົນງານທີ່ທາງຄະນະບໍລິຫານງານຊາວໜຸ່ມເມືອງຍາດມາໄດ້ເປັນຕົ້ນແມ່ນການເອົາໃຈໃສ່ສຶກສາອົບຮົມແນວຄິດການເມືອງໃຫ້ສະມາຊິກຊາວໜຸ່ມເຍົາວະຊົນ ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມເຂົ້າໃຈຕໍ່ແນວທາງຂອງພັກ ກົດໝາຍຂອງລັດ ແລະ ສະຫາຍຍັງໄດ້ຮຽກຮ້ອງມາຍັງສະມາຊິກຊາວໜຸ່ມ, ໄວໜຸ່ມ – ເຍົາວະຊົນ . ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິຂອງພັກ, ຂອງຄະນະຊາວໜຸ່ມໃຫ້ເຂົ້າໃຈຖືກຕ້ອງ, ເລິກເຊິ່ງທັງເປັນເຈົ້າການໂຄສະນາອະທິບາຍ, ເຜີຍແຜ່ໃຫ້ຊາວໜຸ່ມໃນຄວາມຮັບຜິດຊອບຂອງຕົນໄດ້ຮັບຮູ້ເຂົ້າໃຈ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ປູກຈິດສຳນຶກທີ່ດີໃຫ້ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນໃນທົ່ວເມືອງໃຫ້ມີນ້ຳໃຈຮັກຊາດ,ຮັກທ່ານຜູ້ນຳ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ,ມີຄວາມເຊື່ອໝັ້ນຕໍ່ການນໍາພາ, ສືບຕໍ່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ມີການເຕີບໂຕ ແລະ ຂະຫຍາຍຕົວຕໍ່ເນື່ອງ, ຕັ້ງໜ້າສູມໃສ່ແກ້ໄຂຄວາມທຸກຍາກຂອງຊາວໜຸ່ມ- ເຍົາວະຊົນໃຫ້ໄດ້ຕາມແຜນການທີ່ຄະນະພັກ,ອຳນາດການປົກຄອງວາງໄວ້,ສືບຕໍ່ເປີດຂະບວນການແຂ່ງຂັນດ້ານຕ່າງໆໂດຍສອດຄ່ອງກັບຂໍ້ແຂ່ງຂັນ4 ບຸກຂອງຊາວໜຸ່ມຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ 4 ບຸກທະລຸຂອງພັກໄດ້ວາງອອກຕິດພັນກັບແຜນງານໂຄງການແລະກິດຈະກຳພັດທະນາຊາວໜຸ່ມ-ເຍົາວະຊົນ,ສູ້ຊົນຕ້ານແລະສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ- ເຍົາວະຊົນໃຫ້ໄດ້ໃນນັ້ນຕ້ອງສູ້ຊົນແກ້ໄຂບັນຫາສິ່ງເສບຕິດ,ການລ່ວງລະເມີດລະບຽບກົດໝາຍ, ຕ້ານການມົ້ວສູມຟູມເຟືອຍ,ການປະລະການຮຽນແລະອື່ນໆ ແລະເອົາໃຈໃສ່ກໍ່ສ້າງພະນັກງານຊຶ່ງແມ່ນໜ້າທີ່ການເມືອງໜຶ່ງຂອງຄະນະຊາວໜຸ່ມໃນການ ກໍ່ສ້າງພະນັກງານໜຸ່ມນ້ອຍ, ເປັນກຳລັງໜູນແລະສືບທອດພາລະກິດຂອງພັກ.ກອງປະຊຸມໄດ້ດຳເນີນໄປເປັນເວລາ 1 ວັນ ແລະ ໄດ້ອັດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.
ໂດຍ: ຖວທເມືອງຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *