ເມືອງຊຽງຮ່ອນປາຖະກະຖາ 4 ວັນປະຫວັດສາດສຳຄັນ

ກົດແຊຣ໌

ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2024ນີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ, ວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ ແລະ ວັນເກີດປະທານໂຮ່ຈີມິນ ຄົບຮອບ 134 ປີ. ຂຶ້ນຢູ່ທີ່ສະໂມສອນເມືອງ ໂດຍການ ເປັນກຽດປາຖະກະຖາຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຕາງໜ້າພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະ ພົນທະຫານ, ນາຍແລະພົນຕໍາຫຼວດ, ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຮັບຟັງ.

ໃນພິທີໄດ້ເລົ່າຄືນມູນເຊື້ອຂອງແຕ່ລະວັນສຳຄັນດັ່ງກ່າວໂດຍໄດ້ຍົກໃຫ້ເຫັນມູນເຊື້ອ, ພາລະບົດບາດ, ຄວາມໝາຍຄວາມສໍາຄັນ ແລະ ຕະຫຼອດເຖິງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອຄຸນງາມຄວາມດີໃນແຕ່ລະໄລຍະຂອງຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜ້ຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທັງເປັນການທົບທວນຫວນຄືນມູນເຊື້ອອົງອາດກ້າຫານຂອງກອງທັບ, ຂອງຜູ້ນໍາພັກ-ລັດ ໂດຍສະເພາະແມ່ນ ການນໍາພາ-ຊີ້ນໍາອັນສະຫຼາດຊ່ອງໃສຂອງພັກໃນການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ໃນການຮ່ວມມືໃນໄລຍະໃຫມ່ໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນ, ນອກນີ້ຍັງເລົ່າຄືນປະຫວັດມູນເຊື້ອອັນກ້າແກ່ນ ຄຸນງາມຄວາມດີຂອງ ປະທານໂຮ່ຈິມິນ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມ ແລະ ວັນໄຊຊະນະດຽນບຽນຟູ ອິກດ້ວຍ. ການປາຖະກະຖາໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອຂອງ 4 ວັນປະຫວັດສາດ.

ໂດຍ: ຖວທເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *