ກົດແຊຣ໌

ປະຫວັດເມືອງຊຽງຮ່ອນ

ກົດແຊຣ໌

ປະຫວັດຄວາມເປັນມາຂອງເມືອງຊຽງຮ່ອນ

ຕອນທີ 1: ການກຳເນີດເມືອງຊຽງຮ່ອນ ຫຼືຊຽງລົມ.

       ບົນດິນແດນແຫ່ງອານາຈັກລາວລ້ານຊ້າງຫຼືປະເທດລາວຂອງພວກເຮົາໄດ້ມີຄົນລາວພາກັນສ້າງຕັ້ງຖິ່ນຖານບ້ານ,ເຮືອນມາແຕ່ດຶກດຳບັນຈາກບັນພະບູລຸດຂອງລາວຫຼາຍຕໍ່ຫຼາຍຊົ່ວເຊັນຄົນແລ້ວເຊິ່ງມີການປົກຄອງກັນແບບເຈົ້າກົກ,ເຈົ້າເລົ່າ.

        ບັນດາເຈົ້າກົກ, ເຈົ້າເລົ່າໄດ້ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາສືບຕໍ່ກັນມາຫຼາຍຍຸກຫຼາຍສະໄໝ. ລຳດັບກະສັດລາວ ນັບຕັ້ງແຕ່ປີ ຄສ 1353 (ສະຕະວັດທີ (XIV) ເຈົ້າຟ້າງຸ່ມມະຫາລາດໄດ້ທ້ອນໂຮມເອົາຕົວເມືອງຕ່າງໆຂອງລາວບູຮານມາເປັນເອກະລາດລັດທຳອິດຂອງລາວນັບແຕ່ບັດນັ້ນເປັນຕົ້ນມາ.

      ເມືອງຊຽງຮ່ອນຫຼືເມືອງຊຽງລົມ ໃນຫຼັກຖານອ້າງອີງທີ່ໄດ້ບັນທຶກ ຈົດກ່າຍໄວ້ໃນໜັງສືໃບລານມີບາງຕອນທີ່ໄດ້ກ່າວເຖິງຊ່ວຍເປັນຂໍ້ມູນນຳມາຂຽນເພື່ອເຮັດໃຫ້ຄົນຮຸ້ນຕໍ່ໄປໄດ້ຮັບຮູ້ ແລະ ເຂົ້າໃຈຄວາມເປັນມາຂອງປະຫວັດສາດຕົນ.ເມືອງຊຽງຮ່ອນກໍ່ນອນຢູ່ໃນແຜນທີ່ຂອງປະເທດລາວ ທີ່ພວກເຮົາເຈົ້າຂ້ອຍໄດ້ເພິ່ງພາອາໃສ ດຳລົງຊີວິດສືບຖອດກັນມາເຖິງເທົ້າທຸກວັນນີ້ ແມ່ນສ່ວນໜຶ່ງ ຂອງອານາຈັກລາວລ້ານຊ້າງທີ່ບັນພະບູລຸດໄດ້ແບ່ງເຂດການປົກຄອງເຊິ່ງຕັ້ງຢູ່ທາງຝັງຂວາຂອງແມ່ນ້ຳຂອງ ເປັນສ່ວນໜຶ່ງຂອງອານາຈັກລາວລ້ານຊ້າງ. ໃນຂໍ້ມູນທີ່ເປັນໜັງສືໃບລານມີບາງຕອນໄດ້ກ່າວເຖິງ ແລະ ເອີ້ນຊື່ເມືອງນີ້ວ່າ: ຈຽງກາຍ ຈຽງເວັ້ນອັນເນື່ອງມາຈາກພະພຸດທະເຈົ້າ ໄດ້ສະເດັດຜ່ານຂົງເຂດນີ້ເພື່ອຈະເລີນທຳ ຜ່ານກາຍໄປເມືອງພະເຍົາ ( ຈ ຫວັດພະເຍົາ ) ລາຊະອານາຈັກໄທປະຈຸບັນ.ພະອົງຈຶ່ງໄດ້ນາມເຂດແຄວ້ນນີ້ຈາກເມືອງຈຽງກາຍ ມາເປັນເມືອງ ກູກຸຕະນະຄອນໝ່ອນດອຍເຕົ່າວຽງດິນ. ທີ່ມາຂອງຊື່ເອີ້ນນີ້ຕາມການສັນນິຖານວ່າ:

      ຄຳວ່າ:“ກຸກຸ”ມີຄວາມໝາຍວ່າ “ ໄກ່ “ ກຸກຸຕະນະຄອນ ຫຼືຮ້ອງຕາມຄວາມເປັນບູຮານ, ປະຖົມປະຖານບໍ່ໄດ້ຮັບການພັດທະນາ ເປັນດິນແດນ ອາໃສຢູ່ກິນກັນໄປວັນໆ ແບບໂຕໄກ່.ມີຄວາມຄາດຫວັງວ່າຈະສ້າງໃຫ້ເປັນອີກຕົວເມືອງໜຶ່ງ ຫຼືອີກນະຄອນໜຶ່ງຢູ່ທີ່ນີ້.

      ຄຳວ່າ:“ໝ່ອນດອຍເຕົ່າ” ແມ່ນຊື່ເອີ້ນຂອງພູໜ່ວຍໜຶ່ງທີ່ຕັ້ງຢູ່ເທິງໜອງຊາງເອີ້ນກັນວ່າດົງໜອງຊາງ ທາງທິດຕາເວັນຕົກສ່ຽງເໜືອຂອງບ້ານທາດລະຫວ່າງບ້ານທາດ ແລະ ບ້ານຊ້າງທີ່ນັ້ນແມ່ນບ່ອນທີ່ພະພຸດທະເຈົ້າເຄີຍສະເດັດມາປະທັບ.

      ຄຳວ່າ:“ວຽງດິນ” ໝາຍເຖິງອານານິເຂດທີ່ຈະກໍ່ສ້າງ ປົວແປງໃຫ້ເປັນທີ່ຢູ່ອາໃສ ຂອງຄະລຶຫັດ ແລະ ພະສົງ ຕໍ່ມາວຽງດິນກໍ່ໄດ້ຖືກຂຸດຮ່ອງເປັນຄອງອ້ອມຮອບຕົວເມືອງໄວ້ເພື່ອ ປ້ອງກັນສັດຕູ ແລະ ສັດຮ້າຍທີ່ຈະມາທຳລາຍຜູ້ຄົນ ຮ່ອງຄູວຽງດິນປະຈຸບັນຍັງມີຮ່ອງຢູ່ເຂດບ້ານແນ່ນເກົ່າ ບ້ານຊ້າງປະຈຸບັນ ເນັ່ງທອດຍາວຂຶ້ນໄປທາງທິດຕາເວັ້ນຕົກຂອງບ້ານແກ່ນ ເອີ້ນກັນວ່າຄື ຫຼືຮ່ອງຄື. ( ຖ່າຍຮູບເອົາສ່ວນໜຶ່ງຂອງຮ່ອງຄູນັ້ນໃສ່).ຫຼັກຖານທີ່ເປັນໜັງສືທຳລື້ຢູ່ໃນໃບລານເຫັນຈະເປັນຕົວທຳປົນເປກັບໜັງສືຂອມບູຮານບາງຄຳບໍ່ສາມາດອ່ານແລະແປໄດ້.(ຄົນຊາດຂອມແມ່ນຄົນຊາດແຂກອິນເດຍບູຮານທຸກວັນນີ້ກາຍມາເປັນມອນ, ຂະເມນ, ເມັງ, ຂ້າຫຼືຂະມຸແລະມາລາຢູ)ໃນລະຫວ່າງຄສ 1300ຈູນລະສັກກະລາດ 861.ກ່ອນພະເຈົ້າຟ້າງຸ່ມມະຫາລາດທ້ອນໂຮມອານາຈັກລາວລ້ານຊ້າງ.

       ກ່າວເຖິງການສ້າງພະເຈດີ ສະໄໝພຸດທະການ ຄືພະພຸດທະເຈົ້າຍັງຕົນຢູ່ນັ້ນ ພະອົງໄດ້ສະເດັດກາຍມາບໍລິເວນອານາເຂດແຫ່ງນີ້ ຕາມດ້ວຍພະມະຫາອະນັນຕະເຖຣະ ເມື່ອສະເດັດມາເຖິງພູໜ່ວຍໜຶ່ງຢູ່ທາງທິດຕາເວັນຕົກ ພະອົງກໍ່ເນທິຖະຕິ (ນັ່ງລົງ) ແລ້ວປິ່ນພະຫັດໄປຍັງທິດຕາເວັນອອກ ພາບທິວທັດທີ່ພະອົງຊົງຖອດພະເນດນັ້ນ ເຫັນຄວນວ່າດິນແດນແຫ່ງນີ້ເປັນທົ່ງພຽງ, ປ່າຕຶບດົງໃຫຍ່, ດິນດຳນ້ຳໃສ່ໄຫຼຜ່ານບໍ່ຂາດສາຍຄົງເໝາະແກ່ການພຳນັກ ຈະເລີນພະພຸດທະສາສະໜາ ແລະ ຄວນແກ່ການດຳລົງຊີບໃນອະນາຄົດພາຍຂ້າງໜ້າ.  ພະອົງໄດ້ພິຈາລະນາດ້ວຍພະປັນຍາແຫ່ງຕົນ ສົມຄວນແກ່ການປະດິດຮ່ອງຮອຍເປັນຫຼັກຖານເກີດສັນຍາລັກເອົາໄວ້ ແລ້ວທົງໄດ້ຍົກພະຫັດຂວາລູບຍັງສີຊະສ່ວນຕົນ ແລ້ວທົງເອົາເກສາ ໜຶ່ງເສັ້ນ ໃສ່ໄວ້ຍັງບັ້ງໄມ້ຮວກ ແລ້ວຂຸດ ອຸໂມງກໍ່ດ້ວຍດິນຈີ່ຄຳ 7 ກ້ອນ, ຖານຮອງພະເກສາດ້ວຍແຜ່ນຄໍາ 1 ແຜ່ນກວ້າງ 7 ນິ້ວ, ສູງ 15 ນິ້ວ, ປັ້ນຮູບສິງ 7 ໂຕລຽນໄວ້ຕີນທາດ ໃນອຸໂມງບູຊາດ້ວຍດອກໄມ້ຄຳ 9 ດອກທຽນຄຳ 9 ເຫຼັ້ມ, ຄ້ອງຄຳກວ້າງ 5 ກຳໜຶ່ງໜ່ວຍ ແລະ ເຕົ່າຄຳ 1 ໂຕ ພະອົງທົງໄດ້ຕັດສັ່ງໄວ້ວ່າ: ເມື່ອສະເດັດປາລິນິພານແລ້ວ ຂໍໃຫ້ພະມະຫານັນຕະເຖຣະ ບູຊາດ້ວຍເຄື່ອງຫອມ ພ້ອມເຄື່ອງອັດຕະນິລັງ (ເຄື່ອງຂຽວ)ທົງຂຽນຄໍາໄຫວ້ພະທາດໄວ້ດັ່ງນີ້:

        -ນະໂມຕັດສະ ພະຄະວະໂຕ ອະລະຫະໂຕ ສຳມາ ສຳພຸດທັດສະ ( 3 ຄັ້ງ ).

        – ອະຫັງວັນທາມິສິລະສາ ອິມາສະໝິງຖາເນ ເກສາທາຕຸໂນ ອັດທິຈັກຂຸ ທັກຂິນັງ ທາຕຸໂຍ ພຸດໂທໂຄຕະໂມ ຊິນະທາຕຸ ຈະຖະເປຕວາ ອະຫັງວັນທາມີສັບພະທາ ອັງຫັງວັນທາ ມິທາຕຸໂຍ ( 3 ຄັ້ງ ).

ຍັງດອນແຫ່ງນັ້ນເຖີນ.ຈາກນັ້ນມາໄດ້ຍາມເມື່ອ ປີຈຸລະສັງກາດ (ຈສ 669), ພສ 1847 ປີລວດເສັດ ກົງກັບເດືອນ 4 ຂຶ້ນ 11 ຄ່ຳ, ວັນໄຕຣເປິກສະງ້າ ( ປີມະເສັງ) ຄສ 1304ຈຶ່ງແມ່ນໄດ້ຍາມພະທາດຊຽງລົມໄດ້ກໍ່ສ້າງຂຶ້ນ ໄລຍະທີ 1 ທີ່ແຫ່ງນີ້ແມ່ນວັດພະທາດຊຽງລົມປັດຈຸບັນ. ( ຖ່າຍຮູບໜັງສືໃບລານໃສ່ ).

        ເຫດການຕ່າງໆທາງປະຫວັດສາດໃນອະດີດທີ່ໄດ້ເກີດຂຶ້ນແລະສິ້ນສຸດລົງຕາມການເວລາຂອງມັນລ້ວນແລ້ວແຕ່ມີຄວາມໝາຍ, ຄວາມສຳຄັນທາງປະຫວັດສາດຈົນບໍ່ສາມາດບັນທຶກຈົດກ່າຍໄວ້ເປັນລາຍລັກອັກສອນໄດ້. ຜ່ານການຄົ້ນຄວ້າ, ສຶກສາຮໍ່າຮຽນ, ຫາແຫຼ່ງຂໍ້ມູນຕ່າງໆເພື່ອມາອ້າງອີງຈາກໜັງສືໃບລານແຜ່ນຫີນສີລາຈາລຶກ, ພົງສາວະດານ (ມະຫາສີລາວິລະວົງ ), ຂໍ້ມູນຈາກພະຄູ ມົງຄຸນ ສຸທະພັນ ແຫ່ງວັດຖ້ຳອຸຕຸມຄຳ, ຈາກການເລົ່າປາກຕໍ່ປາກຂອງຜູ້ເຖົ້າຜູ້ແກ່ສືບຕໍ່ກັນມາແລະແຫຼ່ງທີ່ມາຈາກເອກະສານຕ່າງໆນັ້ນຂ້າພະເຈົ້າຈຶ່ງຂໍສະເໜີທີ່ມາຂອງຄົນເຜົ່າຍວນ, ການກໍ່ສ້າງພະທາດຊຽງລົມແລະ ຄວາມເປັນມາຂອງເມືອງຊຽງຮ່ອນ ຊຽງລົມ.ແຂວງໄຊຍະບູລີໄດ້ດັ່ງນີ້.

       ປີຄສ 1479 ຈູລະສັກກະລາດ 841 ເມືອເຈົ້າແຜ່ນດິນແຄວ້ນສິບສອງປັນນາໄດ້ຊາບຂ່າວເຖິງພະຍາປາຕະລິບຸດເຈົ້າເມືອງແກ່ນທ້າວຄ້ອງຊ້າງເຜືອກໄດ້ຕົວໜຶ່ງສູງ7ສອກແລ້ວໄດ້ນຳຊ້າງເຜືອກຕົວນັ້ນໄປຖະຫວາຍໃຫ້ແກ່ສົມເດັດພະເຈົ້າໄຊຍະຈັກກະພັດແຜ່ນແຜ້ວທີ່ຄອງລາດຢູ່ນະຄອນຊຽງທອງພະອົງກໍ່ສົນພະໄທແລະສະແດງຄວາມຍິນດີດອມຈຶ່ງໄດ້ທົງແຕ່ງໃຫ້ ສອງຂະບວນເປັນຕົວແທນໃນພະອົງສົ່ງມອບເຄື່ອງມົງຄຸນລາຊບັນນາການອັນມີແກ້ວປະກາຍແສງ 1 ດວງ, ປອກຄຳປະດັບຕີນຊ້າງ 2 ຄູ່, ພະລາຊະສານສົ່ງພອນຕີກາໄປຈຳເລີນພຣະລາຊຖະຫວາຍແດ່ ສົມເດັດພະເຈົ້າໄຊຍະຈັກກະພັດແຜນແຜ້ວ ແລະຊ້າງເຜືອກທີ່ປະທັບຢູ່ນະຄອນຊຽງທອງ ໃນປີ ຄສ 1481 ຈຸນລະສັກກະລາດ 843.

ນຳພາຂະບວນທີໜຶ່ງມອບໃຫ້.ແສນຫຼວງເກົ້າປູ່ພ້ອມຄອບຄົວ 9 ຄົນ.ຮ່ວມການເດີນທາງມີ.

  1. ທ້າວ ຂາກ່ານ (ສັນນິຖານເປັນຄົນເຜົ່າຍວນ) ພ້ອມຄອບຄົວ 4 ຄົນ
  2. ທ້າວເກົ່າເວົາ ( ສັນນິຖານວ່າເປັນຄົນເຜົ່າມົ້ງ) ພ້ອມຄອບຄົວ 7 ຄົນ.
  3. ທ້າວ ກໍ່ (ສັນນິຖານວ່າເປັນຄົນເຜົ່າກຶມມຸ) ພ້ອມຄອບຄົວ 5 ຄົນ
  4. ທ້າວ ຊ່ຽວອ່ອນ (ສັນນິຖານເປັນຄົນເຜົ່າລື້) ພ້ອມຄອບຄົວ 9 ຄົນ.
  5. ທ້າວໜໍ່ແກ້ວ (ສັນນິຖານເປັນຄົນເຜົ່າຍວນ) ພ້ອມ ຄອບຄົວ 7 ຄົນ.

ປະກອບດ້ວຍຊາຍສະກັນ ແລະ ສາວໃຊ້ອີກຈໍານວນໜຶ່ງລວມມີ 100 ກວ່າຄົນ.

      ການອອກເດີນທາງຈາກແຄວ້ນສິບສອງປັນນາລື້ ປະເທດຈີນ ອັນມີຊ້າງແລະມ້າເປັນພາຫະນະນຳທາງຜ່ານປະເທດພະມ້າ ຜ່ານເມືອງຊຽງຮາຍ, ເມືອງພະເຍົາ, ເມືອງຊຽງຄຳ (ລາຊະອານາຈັກໄທ) ເມືອງຂອມໄຂ (ເມືອງຄອບປະຈຸບັນ)ພໍເມື່ອມາຮອດເມືອງແຫ່ງນີ້ສະບຽງອາຫານເພື່ອລ້ຽງໄພພົນບົກແຫ້ງລົງພະຍາເກົ້າປູ່ຈຶ່ງໄດ້ພາໄພພົນພັກຄ້າງແຮມແລະອາໃສເຂດນິ້ເປັນບ່ອນທຳມາຫາກິນເສຍກ່ອນ.ສ່ວນຂະບວນທີສອງແມ່ນທົງແຕ່ງຕັ້ງໃຫ້ລັດລ່ອງລົງຕາມລຳແມ່ນໍ້າຂອງເພື່ອຕິດຕາມການເດີນທາງຂອງຂະບວນທີໜຶ່ງ. ພໍເມື່ອໄປຮອດນະຄອນຊຽງທອງ.ກໍ່ໄດ້ຊາບຂ່າວວ່າຢູ່ທີ່ນະຄອນຊຽງທອງໄດ້ເກີດສົງຄາມລະຫວ່າງລາວແລະແກວສູ້ຮົບກັນຢ່າງດຸເດືອດຍ້ອນເຫດຜົນທີ່ພະເຈົ້າໄຊຍະຈັກກະພັດແຜນແຜ້ວເຈົ້າແຜ່ນດິນນະຄອນຊຽງທອງໄດ້ເອົາຂີ້ຊ້າງຍັດໃສ່ບັ້ງພະລາຊະສານຕີກາໄປຖະຫວາຍໃຫ້ເຈົ້າແຜ່ນດິນແກວ. ເຈົ້າແຜ່ນດິນແກວກໍທົງພະພິໂລດໂກດເຄືອງເປັນອັນມາກຈຶ່ງໄດ້ມີພະລາຊາໂອວາດເກນໃຫ້ພົນຄົນເສິກມາຕີພະນະຄອນຊຽງທອງໃນປີຄສ 1483ຂະບວນດັ່ງກ່າວກໍ່ໄດ້ເດີນທາງກາຍນະຄອນຊຽງທອງໄປພັກຢູ່ບ້ານປາກແວດເມືອງຊຽງເງິນ ແຂວງຫຼວງພະບາງປະຈຸບັນຄົນບ້ານປາກແວດກໍ່ຍັງແມ່ນຄົນຍວນວິຖີຊີວິດ, ການປາກເວົ້າ ແລະ ຮີດຄອງປະເພນີກໍ່ຍັງແມ່ນປະຕິບັດແບບເດີມຂອງຄົນຍວນ.ໃນຂະບວນທີສອງນີ້ໃນໜັງສືອ້າງອີງບໍ່ໄດ້ລະບຸລະອຽດ.

        ຄສ 1483 ຈູລະສັກກະລາດ 845 ປີນີ້ເອງ ຂ່າວດັ່ງກ່າວມາຮອດພະຍາເກົ້າປູ່ໄດ້ຊາບ ເພື່ອຮັກສາກຳລັງພົນ, ຮັກສາຊັບສົມບັດທີ່ມີຄ່າແລະ ຄຳສາບານຕໍ່ພະເຈົ້າແຜ່ນດິນທີ່ຈະຮັກສາເຄື່ອງຂອງສ່ວນຫຼວງນີ້ບໍ່ໃຫ້ຕົກເຮ່ຍເສຍຫາຍ. ພະຍາເກົ້າປູ່ ຈຶ່ງໄດ້ນຳເອົາແກ້ວ, ປອກຄຳປະດັບຕີນຊ້າງ ແລະ ເຄື່ອງມີຄ່າຈຳນວນໜຶ່ງໄປມ້ຽນໄວ້ທີ່ດົງແຫ່ງໜຶ່ງຕິດກັບທົ່ງເຫຼັ້ມ, ທົ່ງກວ້ານ ( ທົ່ງເຫຼັ້ມແມ່ນສະຖານທີ່ມ໊ຽນເຄື່ອງເອິີ້ນວ່າສາງ, ທົ່ງກວ້າວໝາຍເຖິງ ກວ້ານສານສະຖານທີ່ໄກ່ເກ່ຍກໍ່ລະນີທຸຈະລິດ) ປະຈຸບັນຍັງເອີ້ນຊື່ດົ່ງນີ້ວ່າ ດົງຂຸມປູ່. ຂຸມປູ່ຫ່າງຈາກບ້ານຊ້າງປະຈຸບັນໄປທາງທິດຕາເວັນຕົກປະມານ 200 ກວ່າແມັດ, ຄວາມກ້ວາງຂອງຂຸມມີເສັ້ນຜ່າກາງກວ້າງປະມານ 5 ແມັດ, ເລິກປະມານ 3 ແມັດ. ອ້ອມຮອບຂຸມມີຮ່ອງເປັນຮູບວົງມົນ ຫ່າງຈາກຂອບປາກຂຸມປະມານ 5 ແມັດ, ປາກຮ່ອງ ກ້ວາງປະມານ 5 ແມັດ ແລະ ເລິກປະມານ 5 ແມັດ. ຕາມການບອກເລົ່າຂອງເຖົ້າແກ່ໃຫ້ຮູ້ວ່າ: ແຕ່ໃດໆມາ ຂຸມປູ່ຈະບໍ່ມີຕົ້ນໄມ້ອອກ, ບໍ່ມີດິນມູນ ແລະ ຍາມຝົນຕົກຈະບໍ່ມີນ້ຳອັ່ງຂັງຄືກັບບວກໜອງອື່ນໆ.(ຖ່າຍຮູບຂຸມເປັນຫຼັກຖານ) ພໍເມື່ອໄດ້ຈັດແຈງແຕ່ງມ້ຽນຊັບສົມບັດອັນມີຄ່າເປັນທີ່ຮຽບຮ້ອຍແລ້ວຈຶ່ງໄດ້ພາເສນາອາມາດພັກພົນເພື່ອສືບຕໍ່ກໍ່ສ້າງບ້ານເຮືອນເປັນຫຼັກ ເປັນຖານຢູ່ນະທີ່ນີ້ນັບຕັ້ງແຕ່ ປີ ຄສ 1484 ຈູນລະສັກກະລາດ 844 ເປັນຕົ້ນມາ. ຄັນໄດ້ທົງຈັດແຈ່ງແຕ່ງຕັ້ງລະບຽບລະຊະການ ບ້ານເມືອງໃຫ້ເຂົ້າທີ່ເຂົ້າທາງແລ້ວພະອົງຈຶ່ງໄດ້ແຕ່ງເສນາອາມາດຂຶ້ນຊ່ວຍປົກຄອງບ້ານເມືອງ ຕາມລະບຽບການອັນໄດ້ ທົງແຕ່ງໃຫ້ ທ້າວ ຂາກ່ານ ເປັນແສນເມືອງຊ່ວຍເບິ່ງແຍງເມື່ອເກີດອຳນາດທຸຈະລິດ ແລະ ເປັນຜູ້ເກັບຊ່ວຍຈາກພົນລະເມືອງ, ທົງແຕ່ງຕັ້ງທ້າວ ກໍ່ ເປັນທ້າວຂຸນ ທົງແຕ່ງຕັ້ງທ້າວ ເກົາເວົາ ເປັນເຈົ້າກວ້ານ ເຈົ້າຫໍ, ທົງແຕ່ງຕັ້ງໃຫ້ທ້າວ ໜໍ່ແກ້ວ ເປັນ ເສນາ ຊ້າຍ ແລະ ທົງແຕ່ງຕັ້ງທ້າວ ຊ່ຽວອ່ອນ ເປັນເສນາຂວາ ແລະ ໄດ້ກຳນົດເອົາບ້ານແນ່ນໃຫ້ເປັນບ່ອນເຮັດວຽກຂອງລາຊະການເພື່ອນໍາພາປະຊາລາຊະດອນທໍາມາຫາກິນໃຫ້ບ້ານເມືອງມີຄວາມສະຫງົບຮົ່ມເຢັນ. ນັບຕັ້ງແຕ່ ປີ ຄສ 1484 ຈຸນລະສັກກະລາດ844 ນັບແຕ່ນັ້ນເປັນຕົ້ນມາ. ດັ່ງນັ້ນ, ບ້ານແນ່ນຈຶ່ງເປັນບ້ານທຳອິດຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ. ບ້ານແນ່ນ ເອີ້ນຊື່ຕາມແມ່ນ້ຳເນື່ອງຈາກວ່າມີແມ່ນ້ຳແນ່ນປັນສາຍນ້ຳໃສໄຫລເຢັນຕະຫຼອດປີເໝາະແກ່ການອາໃສທຳມາຫາກິນ ເພື່ອເຮັດສວນ, ເຮັດນາ

ຕອນທີ 2: ກ່າວເຖິງພະຍາເຈົ້າເມືອງ ເກົ້າປູ່ ນຳພາກໍ່ສ້າງພະເຈດີ ພະທາດຊຽງລົມໄລຍະທີ ສອງ.

        ພາຍຫຼັງທີ່ການປົກຄອງບ້ານເມືອງໄດ້ດຳເນີນໄປຕາມລະບຽບການ ປະຊາລາສະດອນ ກໍ່ໄດ້ມີຄວາມເຕີບໃຫຍເຂັ້ມແຂງ ບ້ານເມືອງບໍ່ມີເສີກເສືອ ປົກຄອງກັນດ້ວຍຄວາມຮົ່ມເຢັນເປັນສຸກ ມາຮອດປີຄສ 1492 ຈູນລະສັກກະລາດ 852 ພະຍາເກົ້າປູ່ກໍ່ໄດ້ມີແຜນນໍາພາປະຊາລາສະດອນກໍ່ສ້າງພະເຈດີຂຶ້ນ ພະທາດຊຽງລົມ ອັນໜຶ່ງກໍ່ເພື່ອເປັນບ່ອນສັກກາລະບູຊາອັນໜຶ່ງເພື່ອເກັບຮັກສາເຄື່ອງຂອງທີ່ມີຄ່າຂອງຫຼວງໄວ້ ແລະ ອັນໜຶ່ງເພື່ອສືບຕໍ່ປັບປຸງພະທາດນ້ອຍ ທີ່ໄດ້ກໍ່ໄວ້ເປັນບ່ອນເກັບຮັກສາເກສາ, ອັດທິ ຂອງພະພຸດທະເຈົ້າການກໍ່ສ້າງພະທາດໄດ້ແບ່ງອອກເປັນສາມໄລຍະລວມທັງໄລຍະທີ 1 ໄລຍະການກໍ່ສ້າງທາດນ້ອຍກວມເອົາເກສາຂອງພະພຸດທະເຈົ້ານັ້ນ. ໄລຍະທີ 2 ແຕ່ປີ ຄສ 1492 ຈູນລະສັກກະລາດ 852 ຫາປີ ຄສ 1517 ຈູນລະສັກກະລາດ 876.ການສືບຕໍ່ກໍ່ສ້າງພະເຈດີນີ້ຂຶ້ນເຊິ່ງເປັນໄລຍະທີ່ນະຄອນຊຽງທອງເປັນຊ່ວງເວລາທີ່ພະພຸດທະສາສະໜາໃນປະເທດລາວພວມຮຸ່ງເຮືອງເຫຼືອງເຫຼື້ອມລະຫວ່າງລັດຊະການພະເຈົ້າວິຊູນນະລາດ ຂຶ້ນຄອງລາຊະບັນລັງຈົນເກີດມີນັກປາດຜູ້ມີຄວາມຮູ້ແຕກສານຊຳນານໃນພະໄຕປິດົກ ໜັງສືຄຳພີເປັນສຳຄັນນັບແຕ່ບາດນັ້ນເປັນຕົ້ນມາ ແລະ ພະອົງເອງກໍ່ໄດ້ອັນເຊີນເອົາພະບາງຂຶ້ນເມືອເມືອງຊຽງທອງໂດຍທາງບົກ ແລ້ວອັນເຊີນໄປປະດິດສະຖານໄວ້ທີ່ວັດມະໂນລົມ ຄັນເຖິງປີ ຄສ 1503(ຈູນລະສັກກະລາດ 865) ປີວອກ ເດືອນ 6 ອອກໃໝ່ 2 ຄໍ່າ ວັນເສົາ ຈຶ່ງໄດ້ສ້າງວັດວິຊູນນະລາດ ແລະ ພະເຈດີພະທາດວິຊູນຂຶ້ນມີລວງສູງ 23 ວາ ສຳເລັດລົງ( ພົງສາວະດານມະຫາສີລາວິລະວົງ ໜ້າທີ 97). ພະທາດຊຽງລົມ ໄດ້ປະຕິສັງຂອນກໍ່ແມ່ນນອນຢູ່ໃນໄລຍະນີ້ທັງໄດ້ຮັບອິດຕິຜົນຈາກກະແສຄວາມຈະເລີນຮຸ່ງເຮືອງທາງດ້ານພະພຸດທະສາສະໜາ ຄັນເຖິງປີ ຄສ 1503 ( ຈູນລະສັກກະລາດ 865) ປີ ວອກ ເດືອນ 5 ເພັງ, ກົງກັບວັນ ເສົາພະທາດຊຽງລົມຈຶ່ງໄດ້ຮັບການກໍ່ສ້າງປະຕິສັງຂອນໃຫ້ພະທາດໃຫຍ່ຂຶ້ນ ມີຮຸບຮ່າງ, ຮູບຊົງງົດງາມກວ່າເກົ່າ ແລະ ສຳເລັດລົງ. ລວມໄລຍະການກໍ່ສ້າງ 12 ປີ. ການກໍ່ສ້າງໄດ້ມີການອອກແບບກຳນົດລາຍລະອຽດ ແລະ ໄດ້ ແບ່ງໜ້າທີ່ໃນຄວາມລັບຜິດຊອບໃຫ້ແກ່ເສນາອາມາດຄົບຖ້ວນບໍລິບູນ. ຕີນທໍລະນີຂອງພະທາດຂະຫຍາຍອອກ ເປັນຮູບຈະຕຸລັດ ກວ້າງ 17 ແມັດ, ສູງ 27 ແມັດ, ໄດ້ແບ່ງອອກເປັນ 7 ຖ້ານ, ຈອມຂອງພະທາດເປັນຮູບຈວຍແຫຼມ ຕົບແຕ່ງດ້ວຍລວດລາຍ ສີມືທີ່ປານີດ ສຸດປາຍຈອມທາດໄດ້ປະດັບດ້ວຍແກ້ວປະກາຍແສງ. ແກ້ວດັ່ງກ່າວມີຂະໜາດເສັ້ນຜ່າສູນກາງ 20 ເຊັນຕີແມັດ, ເປັນຮູບມົນກົມ ຕົກຕອນກາງຄືນຈະມີແສງຮຸ່ງອອກມາເປັນສີຂຽວປົນແດງ. ປະຈຸບັນແກ້ວໜ່ວຍດັ່ງກ່າວໄດ້ຖືກຄົນຂະໂມຍເອົາໄປ ຕາມການບອກເລົ່າໃຫ້ຮູ້ວ່າ ເມື່ອມີທະຫານແກວກອງໜຶ່ງແຕກເສິກຢູ່ຫຼວງພະບາງແລ້ວຫຼົງທິດມາເມືອງຊຽງຮ່ອນ ພວກເຂົາໄດ້ມາພັກຢູ່ດົ່ງທາງທິດຕາເວັນອອກຫ່າງຈາກພະທາດຊຽງລົມປະມານ 300 ກວ່າວາ ເຫັນຈະເປັນບ້ານກູກແກ້ວປະຈຸບັນ ທະຫານກອງດັ່ງກ່າວໄດ້ຕາກເສື້ອຜ້າໄວ້ຢູ່ດອນນັ້ນ ຢູ່ໆຈະຖືກໄຟໄໝ້ ເຄື່ອງນຸ່ງທີ່ຕາກໄວ້ ເຂົາຈຶ່ງໄດ້ຕິດຕາມ ປະກົດເຫັນແສງປະກາຍສົ່ງມາຈາກປາຍພະທາດ ເປັນແປວລຸກໄໝ້ເຄື່ອງຂອງທີ່ຕາກໄວ້ ເຂົາມີຄວາມຮູ້ສຶກໂກດແຄ້ນ ຈຶ່ງໄດ້ພ້ອມກັນເອົາທະນູຍິງແກ້ວໜ່ວຍນັ້ນຕົກເສຍ. ຕໍ່ມາຈຶ່ງໄດ້ຮັບຂ່າວບໍ່ເປັນທາງການ ແກ້ວໜ່ວຍນັ້ນແມ່ນປະຊາຊົນຄອບຄົວໜຶ່ງເກັບຮັກສາໄວ້ ສະພາບການບ້ານເມືອງບໍ່ມີຄວາມສະຫງົບ ຈຶ່ງໄດ້ພາກັນອົບພະຍົກໜີ ແກ້ວດັ່ງກ່າວພວກເຂົາກໍ່ໄດ້ເອົາໜີໄປນຳ ເປັນການສູນເສຍແກ້ວໜ່ວຍນັ້ນນັບແຕ່ບັດນັ້ນເປັນຕົ້ນມາ.ສ່ວນການກໍ່ສ້າງ (ໃນແຜ່ນຫີນສີລາຈາລຶກບໍໄດ້ບອກຊື່ຊ່າງຜູ້ອອກແບບ). ການຈັດແຈງແບ່ງໜ້າວຽກໄດ້ມອບໃຫ້ແສນເມືອງ ຂາກ່ານນຳພາຂຸດດິນມາປັ້ນ ແລະ ເຜົາ ພ້ອມການຂົນສົ່ງຈາກໜອງຊາງ (ແຕ່ກ່ອນເອີ້ນວ່າໜອງສ້າງ) ຫ່າງຈາກຈຸດພະທາດປະດິດສະຖານ  700 ວາ. ທົງແຕ່ງໃຫ້ ທ້າວ ກໍ່ ຂຸນເມືອງ ນຳພາການຕົ້ມໜັງຄວາຍ, ປະສົມເປືອກຢາງບົງ, ນ້ຳອ້ອຍດິບ, ຊາຍອ່ອນ ແລະ ປູນຂາວປະສົມເຂົ້າກັນ. ທົງປະກອບຊ້າງ 17 ເຊືອກ, ກວຽນ 70 ຄັນ ແລະ ປະຊາລາຊະດອນ 150 ຄົນ ເປັນພາຫະນະ ໄຕ້ການນໍາພາກໍ່ສ້າງໂດຍກົງຈາກ ພະຍາ ເກົ້າປູ່. ລວມໄລຍະການກໍ່ສ້າງເທື່ອທີ່ສອງນີ້ເປັນເວລາ 12 ປີ. ພໍມາຮອດ ປີ ຄສ 1519 (ຈູນລະສັກກະລາດ877) ພະຍາເກົ້າປູ່ກໍ່ໄດ້ສີ້ນພະຊົນ. ແສນເມືອງ ຂາກ່ານ ຈຶ່ງໄດ້ໃສ່ ຊື່ພະເຈດີດວງນີ້ວ່າພະທາດຊຽງລົມ. ຊຽງ ໝາຍເຖິງ ເມືອງ ສ່ວນ ລົມ ກໍ່ໝາຍເຖິງບັນຍາກາດ ການຢູ່ເຢັນເປັນສຸກ ມີສາຍລົມພັດຜ່ານບໍ່ຂາດສາຍແລະຕໍ່ມາໄດ້ປ່ຽນຊື່ເມືອງນີ້ວ່າເມືອງຊຽງຮ່ອນກໍດ້ວຍເຫດຜົນກ່ອນການສ້າງພະທາດຊຽງລົມ ພະຍາເມືອງ ເກົ້າປູ່ ໄດ້ອອກເດີນທາງຊອກຫານາຍຊ່າງຜູ້ຊໍານານໃນການອອກແບບ, ກໍ່ສ້າງ ແລະ ໄດ້ນຳພາປະຊາລາຊະດອນທຽວຂົນດິນຈີ່ໄດ້ສ້າງພະທາດຈາກໜອງສ້າງ (ໜອງຊາງປະຈຸບັນ) ໄປຫາສະຖານທີ່ພະທາດປະດິດສະຖານຢູ່ວ່າກັນວ່າເຫາະໆຮ່ອນໆລົບໄປລົບມາຈຶ່ງນາມຊື່ວ່າເມືອງຈຽງຮ່ອນ ຫຼືຊຽງຮ່ອນເທົ້າທຸກວັນນີ້.

        ພາຍຫຼັງພະທາດຊຽງລົມສຳເລັດເພື່ອສະດວກແກ່ການປົກຄອງນັ້ນ ພະຍາເຈົ້າເມືອງ ເກົ້າປູ່ ກໍໄດ້ຈັດແບ່ງໃຫ້ເປັນສອງເຂດການຄຸ້ມຄອງເຊິ່ງຖືເອົາແມ່ນ້ຳຄ່ອມເປັນການແບ່ງເຂດ ຟາກແມ່ນ້ຳຄ່ອມໄປທາງທິດເໜືອ ພະທາດຊຽງລົມປະດິດສະຖານເອີ້ນວ່າ ຈຽງຮ່ອນ ປົກຄອງດ້ວຍ ພະຍາເຈົ້າເມືອງເກົ້າປູ່ ແລະ ຂາກ່ານ ແລະ ຝາກແມ່ນ້ຳຄ່ອມໄປທາງທິດໄຕ້ ເປັນເຂດຊຽງຮ່ອນ ສຳນັກງານຕັ້ງຢູ່ບ້ານດອນໄຈ ທ້າວ ໜໍ່ແກ້ວ ແລະ ທ້າວ ຊ່ຽວອ່ອນ ນຳພາ.

ຕອນທີ 3: ພະທາດຊຽງລົມ ແລະ ການກໍ່ສ້າງພະວິຫານໄລຍະທີສາມ.

       ການອຸປະຊານຸເຄາະທັງກຳລັງກາຍກຳລັງຊັບເພື່ອກໍ່ສ້າງພະທາດຊຽງລົມໃຫ້ປະດິດສະຖານໄວ້ແກ່ການເປັນທີ່ສັກກາລະບູຊາເປັນບ່ອນເຕົ້າໂຮມຄວາມສາມັກຄີແລະທີ່ເພິ່ງທາງໃຈ ແຕ່ການມີພຽງພະທາດນັ້ນ ພັດຂາດປັດໃຈສິ່ງອຳນວຍໃຫ້ແກ່ພະພິຂຸສາມະເນນແລະອອກຕົນຍາດຍົມໃນເວລາປະຕິບັດທຳ. ໄດ້ຍາມປີຄສ 1520 ແສນເມືອງຂາກ່ານກໍໄດ້ມອບໝາຍໜ້າທີ່ສຳຄັນໃຫ້ແກ່ເສນາ. ກ່ອນຈະກັບເມື່ອໄປແຄວ້ນສິສອງປັນນາເພື່ອຖວາຍເລື່ອງລາວທັງໝົດໃຫ້ແກ່ເຈົ້າແຜ່ນດິນທົງຊາບແຕ່ການເດີນທາງບໍ່ທັນຮອດກໍໄດ້ຊາບຂ່າວພະວິຊູນນະລາດເຈົ້າໄດ້ສະຫວັນນະຄົດເສຍຢູ່ທີ່ນະຄອນຊຽງທອງລວມພະຊົນໄດ້ 55 ປີ.

           ມາຮອດປີ ຄສ1527ການກໍ່ສ້າງພະອາຣາມຂື້ນໜື່ງຫຼັງຫ່າງພະທາດໄປທາງທິດຕາເວັນຕົກ500ວາທີ່ຕິດກັບແມ່ນໍ້າຄ່ອມ ພະອາຣາມຫຼັງນີ້ກໍ່ສ້າງແບບປະຖົມປະຖານ ເສົາເຮັດດ້ວຍໄມ້ດູ່ແກນຫຼ້ອນ ແອ້ມດ້ວຍໄມ້ຝາກ ມຸງດ້ວຍຫຍ້າຄາ ກວ້າງ 6 ເມັດ, ຍາວ 12 ເມັດ ພື້ນຊູດິນ. ການສ້າງພະອາຣາມຂຶ້ນກໍ່ເພື່ອສະດວກແກ່ການປະຕິບັດທຳຂອງພະພິຂຸ ແລະ ອອກຕົນຍາດຍົມໄວ້ຕິດກັບແມ່ນໍ້າ ສະດວກແກ່ການດຳລົງຊີບ. ( ປະກອບຮູບພາບ).

ຕອນທີ 4: ວິຖີຊີວິດ, ຮີດຄອງປະເພນີ ແລະ ຄວາມເຊື່ອຂອງຄົນເຜົ່າຍວນ.

       ຄົນເຜົ່າຍວນສັນນິຖານວ່າ ແມ່ນກຸ່ມຄົນເຜົ່າໜຶ່ງເຊິ່ງໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນປະເທດອິນດູຈີນພາກເໜືອກ່ອນຄົນຊາດຂອມ ໃນລະຫວ່າງສະຕະວັດທີ 13 ຄືຕັ້ງແຕ່ອານາຈັກລ້ານນາ, ອານາຈັກຊຽງແສນຕໍ່ດິນແດນເມືອງຍຸນານຂອງຈີນ ແຕ່ພວກຍວນເດີມບໍ່ມີຄວາມຈະເລີນເທົ່າຄົນຊາດຂອມ. ດັ່ງນັ້ນ, ເມື່ອຄົນຊາດຂອມແຜ່ອຳນາດຂຶ້ນມາທາງພາກເໜືອ ພວກຂອມຈຶ່ງຍາດເອົາດິນແດນເຮັດໃຫ້ຄົນເຜົ່າຍວນອົບພະຍົກຍ້ານຖິ່ນຖານແຈກຢາຍກັນຫົນລະຫົນແຫ່ງ ພົນລະເມືອງຂອງເຜົ່າຍວນຈໍານວນຫຼາຍຍັງອາໃສຕັ້ງພູມລຳເນົາຢູ່ບັນດາແຂວງພາກເໜືອຂອງລາວເຮົາເຊັ່ນ: ແຂວງ ບໍ່ແກ້ວ, ແຂວງ ໄຊຍະບູລີ, ແຂວງ ອຸດົມໄຊ, ແຂວງ ຫຼວງພະບາງ ແລະ ແຂວງ ຜົງສາລີ. ເທົ້າທຸກວັນນີ້.

        “ ຍວນ” ມີທີ່ມາຈາກຄໍາວ່າ “ ຍົນ “ ຫຼືໂຍນົກ ຍົນແມ່ນລວມຍອດຂອງຄາຖາໃສ່ໄວ້ໃນແປ້ນຕິດໄວ້ເທິງປະຕູເຮືອນເປັນຄຳເວົ້າທີ່ສັກສິດເໜືອທຳມະຊາດ ຕໍ່ມາຈຶ່ງປ່ຽນເປັນ “ ຍັນ ” ຍັນແມ່ນການສະລັກຕົວອັກສອນທໍາ ເອີ້ນວ່າ ຄາຖາ ໃສ່ໄວ້ໃນແຜ່ນແຜສີແດງແລ້ວນໍາແຜນັ້ນໄປໃສ່ໄວ້ຫົວເສົາເຮືອນ ເວລາປຸກເຮືອນໃໝ່ ເພື່ອເປັນການຂົ່ມຂູ່ຜີສາງນາງໄມ້ ແລະ ປົກປັກຮັກສາຄົນໃນເຮືອນໃຫ້ຮົ່ມເຢັນເປັນສຸກ ຄົນເຜົ່າຍັນທຽບຕົນເອງວ່າເປັນຜູ້ເກັ່ງກ້າ. ຕໍ່ມາຄົນຊາດຂອມຕ້ອງການເອົາຊະນະຄົນ ເຜົ່າຍັນ ຈຶ່ງໄດ້ຂົ່ມຂູ່ດ້ວຍການເຮັດໄມ້ຫຳຍົນໃສ່ໄວ້ເທິງກາແລເຮືອນເພື່ອເຮັດໃຫ້ຍັນໝົດລິດເດດລົງ ຫຼັງຈາກນັ້ນຈຶ່ງປ່ຽນຄຳວ່າ ຍົນ, ຍັນມາເປັນ ຍວນ.ເຊິ່ງປະກອບມີ 2 ແຊງຄື ຍວນກະລອມ ແລະ ຍວນງ້ຽວ.

  • ເຄື່ອງແຕ່ງກາຍຊາຍ.

ນຸ່ງຜ້າຕ້ອຍ ຄ້າຍຄືຜ້າສະໂລ່ງ ແຕ່ມີແຜ່ນຄ່ຽນແຕ່ທາງໜ້າໃສ່ລົງໄປວ່າງຂາ ແລ້ວເໜັບໄວ້ທາງຫຼັງ, ເສື້ອຂາວມີຄໍໍ ແອວຄ່ຽນດ້ວຍຜ້າຕາໂກ້ງ (ຜ້າກາມ້າ) ອາວຸດປະຈຳຕົວແມ່ນມີດຫຼູບ ມີສາຍສະພາຍດ້ວຍຜ້າສີແດງ.ຫຼືຕໍ່ມານຸ່ງໂສ້ງ 3 ດູກ ເສື້ອສີດຳ.

  •        + ລັກສະນະການແຕ່ງກາຍຜູ້ຍິງ.

         ນຸ່ງສິ້ນມຸກຕໍ່າລາຍດອກ ຕີນແດງ ຫົວສີດຳ, ນຸ່ງເສື້ອສີດຳ ມີແຜສີແດງຊ້ອນທາງໃນປະດັບດ້ວຍເງິນ, ປີ້ເກົ້າຜົມປັກດ້ວຍປິ່ນ ທີ່ເຮັດກ້ວຍກົ່ວ ຫຼື ເງິນ.

  •        + ປະເພນີແຕ່ງດອງ.

        ຜູ້ສາວ ແມ່ຮ້າງ ແມ່ໝ້າຍ ມີການຄົບກັບຜູ່ຊາຍທີ່ຍັງບໍ່ທັນແຕ່ງດອງແມ່ນບໍ່ຜິດປະເພນີການສູ່ຂໍ

  •  + ປະເພນີແຕ່ງດອງ.

     ຜູ້ສາວ ແມ່ຮ້າງ ແມ່ໝ້າຍ ມີການຄົບກັບຜູ່ຊາຍທີ່ຍັງບໍ່ທັນແຕ່ງດອງແມ່ນບໍ່ຜິດປະເພນີການສູ່ຂໍ

      ເມື່ອທັງສອງຝ່າຍຮັກ ມັກກັນ ທາງຝ່າຍຍິງຈະເປັນຜູ້ໄປຂໍເອົາຝ່າຍຊາຍ. ກ່ອນການສູ່ຂໍທາງຝ່າຍຊາຍຈະໄດ້ແຕ່ງເອົາຍາດພີ່ນ້ອງສອງຄົນ ເອີ້ນວ່າ(ຄົນໃຊ້) ໄປຫາຝ່າຍຍິງເພື່ອຊັກຖາມ ຄວາມຮັກ ມັກ ແລະ ຫຼັງຈາກນັ້ນອີກ 3-7ວັນຕໍ່ມາແມ່ນຝ່າຍຍິງຕອບ ຈຶ່ງໄດ້ຈັດໃຫ້ມີການໄຄວ່ຜີພ້ອມຊອກຫາລຶກງາມ ຍາມດີໃຫ້ທັງສອງຢູ່ກິນນຳກັນ. ການແຕ່ງດອງຈະຈັດຂຶ້ນແບບລຽບງ່າຍ ປະຢັດ ບໍ່ມີສິນສອດ ທອງໝັ້ນ ຄ່າແຕ່ງ ຄ່ານໍ້າ

      ຕູ້ນໍ້ານົມ ອາຫານລ້ຽງແຂກຝ່າຍຊາຍລ້ຽງແຂກຝ່າຍຊາຍ ແລະ ຝ່າຍຍິງກໍ່ແມ່ນຮັບລ້ຽງແຂກຝ່າຍຍິງ ຕາມປະເພນີ້ແລ້ວເມື່ອແຕ່ງດອງສຳເລັດສາວໄພ້ຕ້ອງໄປຕັກນໍ້າ ຫາຟືນໃຫ້ຍາດພີ່ນ້ອງຝ່າຍຊາຍໃຫ້ຄົບ.

  • + ລະດູເດືອນ.

ເດືອນກຽງປະເພນີລອຍກະໂທງ, ເດືອນຍີ່ ສູ່ຂວັນເຂົ້າ, ເດືອນສາມ ຕານດອຍເຂົ້າ, ເດືອນສີ່ຕານທຳ, ເດືອນຫ້ານະມັດສະການພະທາດຊຽງລົມ ແລະ ຮອຍຕີນພະບາດ ຢູ່ວັດລັບ, ເດືອນຫົກຕົບປີໃໝ່, ເດືອນ ເຈັດ ວິສາຄະບູຊາ, ເດືອນ ແປດ ລ້ຽງປູ່ບລ້ຽງຍ່າ, ເດືອນ ເກົ້າ ເຂົ້າພັນສາ, ເດືອນ ສິບ ຕານຕົ່ງ, ເດືອນ ສິບເອັດ ຕານເຂົ້າສະລາກ ແລະ ເດືອນ ສິບສອງ ອອກພັນສາ.

  • + ອາຫານ, ດົນຕີ ແລະ ການລ້ຽງແຂກດົນຕີມີ ປີນ (ພີນ) ທະລໍ້ (ສີຊໍ) ປະກອບສຽງຊໍ-ຈ້ອຍ

     ຍວນ, ອາຫານຫຼັກນິຍົມກິນ ປາ, ຊິີ້ນໝູ ເຮັດລາບໝູ, ລາບງົວຄວາຍໃສ່ເລືອດໃສ່ເພ້ຍ, ຮ້າປາ ຮ້າໝູ ແລະ ນໍ້າປູ. ການຮັບແຂກມີນໍ້າດື່ມ, ຢາດູດ ແລະ ໝ້ຽງສົ້ມ.

  • + ສິນຄ້າທີ່ນິຍົມ. ເຂົ້າ, ຝ້າຍ, ແຜ່ນແຜໝໍ້ຫ້ອມ ແລະ ໝ້ຽງ.
  • + ລະບຽບວິໄນ. ຫ້າມຫຼິ້ນຊຼ້ເຂົາ ເມົາເມຍທ່ານ, ຫ້າມລັກໂກງທີ່ດິນນາ, ງົວ, ຄວາຍ
  • + ການເຮັດນາ ເຮັດສວນ. ແມ່ນໄດ້ອີງໃສ່ຟ້າ ຝົນຕາມລະດູການ ການເຮັດນາແມ່ນລະດູດຽວ, ເຮັດສວນຝ້າຍ, ສວນຫ້ອມ, ສວນຫມາກເພັດ ໝາກເຂືອ ແລະ ໄຮ່ເຂົ້າ.

+ ຄວາມເຊື່ອ.

        ຕາມທຳນຽມໂດຍປະຕິບັດກັນມາ ຄົນຍວນມັກເຊື່ອຜີຕະກຸນເປັນບ່ອນເພິ່ງທາງໃຈ ຜີຕະກຸນໄດ້ແກ່ຜີພໍ່ ແມ່ ຄົນຮຸ່ນກ່ອນ ຫຼືກໍ່ມັກເຄົາລົບຜີເຮືອນ, ຜີຍ່າໝໍ້ໜຶ່ງນິຍົມເຮັດຫໍໄວ້ນອກບ້ານ, ໄວ້ໃນປ່າ ເອີ້ນວ່າຜີເຈົ້າບ້ານ, ຜີຫໍແນ່ນ, ຜີຫໍຊາວ ດັ່ງນີ້ເປັນຕົ້ນ.

  + ພາສາ.

        ຄົນເຜົ່າຍວນມີພາສາປາກເວົ້າເປັນເອກະລັກຂອງຕົນເອງ ທຳນອງພາສາອ່ອນຊ້ອຍບາງຄຳເວົ້າຕ່າງໄປຈາກພາສາວລາວ ຫຼືພາສາເຜົ່າອື່ນໆເຊັ່ນ: ປໍ່ອຸ້ຍ=ພໍ່ເຖົ້າ, ແມ່ອຸ້ຍ=ແມ່ເຖົ້າ, ຈາຍ=ເຂີຍ, ໄປ້=ໄພ້, ຍະການ=ເຮັດວຽກ, ຈຸ໊=ຕົວະ, ແອ່ວຜໍ່=ໄປຍາມ, ກຶດເຕິງ=ຄິດຮອດ, ຄິງ=ເຈົ້າ, ຮາ=ຂ້ອຍ, ຫຼົ້ງ= ໝົດ ແລະ ອື່ນໆ

ຕອນທີ 5: ເຜົ່າຕ່າງໆໃນເມືອງຊຽງຮ່ອນ.

        ຈາກນັ້ນມາເຜົ່າຕ່າງໆຈຶ່ງໄດ້ເຄື່ອນຍ້າຍມາສ້າງຖິ່ນຖານບ້ານເຮືອນ ຢູ່ພາຍໃນເມືອງເພີ້ມຂຶ້ນ ສັນນິຖານໄດ້ວ່າ ເປັນເພາະຍ້ອນການມາແຕ່ຕົ້ນນັ້ນປະກອບມີຕາງໜ້າເຜົ່າຕ່າງໆ ອັນມີ ຂາກ່ານ ຄົນເຜົ່າຍວນ, ທ້າວກໍ່ຄົນເຜົ່າກຶມມຸ, ທ້າວເກົາເວົາ ເປັນຄົນມົ້ງ, ທ້າວສ່ຽວອ່ອນ ເປັນຄົາເຜົ່າ ລື້ ແລະ ທ້າວໜໍ່ແກ້ວເປັນຄົນເຜົ່າຍວນ. ດັ່ງນັ້ນ, ຈຶ່ງເປັນທີ່ມາຂອງເຜົ່າ ປະກອບມີ ເຜົ່າຍວນ, ເຜົ່າລື້, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄປຣ ແລະ ເຜົ່າລາວລຸ່ມທີ່ໂຮມກັນຢູ່ຈົນເທົ່າທຸກວັນນີ້.

       + ວັນນະຄະດີຂອງບັນດາເຜົ່າຢູ່ເມືອງຊຽງຮ່ອນ.

        ເຜົ່າຍວນ: ມີບົດກອນຊໍ, ກອນຈ້ອຍ; ຈ້ອຍຄ່າວ ເປັນສຳນຽງທີ່ອ່ອນຊ້ອຍ ມີເອກະລັກສະເພາະ ປະກອບເຄື່ອງດົນຕີມີ ພິນ( ປີນ ) ສີຊໍ (ສະລໍ້) ຄ້ອງ ແລະ ແຊ່ງ.

        ເຜົ່າລື້:ມີຂັບລື້, ຟ້ອນນາງນົກ, ຟ້ອນເຈິງ, ດົນຕີປະກອບມີຄັດຕະປີ່, ຄຸ່ນ, ຄ້ອງ ແລະແຊ່ງ ມັກປະກອບການສະແດງບຸນສຳຄັນຕ່າງໆຂອງເຜົ່າ.

        ເຜົ່າກຶມມຸ: ແມ່ນສິລະປະຂັບເຈີມ (ເຕີມອ້າຍ) ດົນຕີປະກອບມີແຄນ, ປີ່ເຮັດດ້ວຍໄມ້ປ່ອງ ປະກອບກັບການຟ້ອນດາບ, ຟ້ອນເຫຼົ່າໄຫ, ທັ່ງບັ້ງ, ຕີບັ້ງໄມ້ເປັນສຽງດົນຕີ ຄູ່ກັບເຫຼົ້າໄຫ.

        ເຜົ່າມົ້ງ: ມົ້ງຈະໂດດເດັ່ນໄປກັບເຄື່ອງແຕ່ງກາຍດ້ານການນຸ່ງຖືປະກອບລວດລາຍຫຼາກຫຼາຍສີສັນດຍສະເພາະແມ່ນເພດຍິງ ສິລະປະແມ່ນເປົ່າແຄນປະກອບທ່າຕ່າງໆ ຂັບມົ້ງ ສະແດງໃນວັນບຸນກິນຈຽງ ນໍເປເຈົາ.

        ເຜົ່າໄປຣ:ສິລະປະແມ່ນ ສະເລາະ, ດົນຕີມີວາກ ຫຼືເກິງ ໃຊ້ໄມ້ປ່ອງແປງ ສະແດງໃນວັນບຸນສຳຄັນຕ່າງໆຂອງເຜົ່າ.

 ຕອນທີ 6: ການນຳພາຕໍ່ຕ້ານຂອງແນວລາວອິດສະຫຼະ ກັບພວກລ່າເມືອງຂຶ້ນຝຣັ່ງ ຄສ 1944-1951
ພາຍໃຕ້ການນຳພາຂອງ ທ່ານພູມີ ວົງວິຈິດ.

        ສະພາບການຢູ່ພາຍໃນປະເທດນັບຕັ້ງແຕ່ ເຈົ້າອຸ່ນຄຳ ໄດ້ຍອມມອບດິນລາວໃຫ້ຢູ່ໄຕ້ອາລັກຂາລ່າເມືອງຂຶ້ນຝລັ່ງ 1887 ຫຼັງຈາກນັ້ນຝລັ່ງພ້ອມກັບສະຫຍາມ ຕັດແບ່ງດິນລາວອອກເປັນສອງຕອນ ຕອນທີ່ຢູ່ທາງຝັ່ງຂວາຂອງແມ່ນໍ້າຂອງຂຶ້ນກັບສະຫຍາມ ໂດຍມີລ່າເມືອງຂຶ້ນອັງກິດຢູ່ເບື້ອງຫຼັງເວລານີ້ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງຈາກສອງແອກລ່າເມືອງຂຶ້ນ ເຂົາໄດ້ບົງການຂູດຮີດແຮງງານ, ເກັບພາສີອາກອນ, ຜູ້ຊາຍອາຍຸແຕ່ 18-60 ປີຕ້ອງໄປອອກແຮງງານໃຫ້ຝລັ່ງ ຢ່າງນ້ອຍແມ່ນ 100 ວັນຕໍ່ປີໂດຍບໍ່ໄດ້ຄິດໄລ່ຄ່າຈ້າງແຮງງານ ຢູ່ເມືອງຊຽງຮ່ອນພວກເຂົາໄດ້ເກນພັນທະແປງສະໜາມບີນ ບົກທາງ ແປງຄ້າຍໃຫ້ພວກເຂົາເພື່ອອຳນວຍຄວາມສະດວກໃນການຂົນສົ່ງອາວຸດສົງຄາມ.

        ທົນຕໍ່ສະພາບການຂູດຮີດຂອງພວກເຂົາບໍ່ໄດ້ ຈິ່ງເກີດມີຂະບວນການຕໍ່ສູ້ຂຶ້ນຢ່າງລຽນຕິດເຊິ່ງຈາກຂະບວນການໃຫຍ່ໆຂອງພໍ່ກະດວດ, ອົງແກ້ວ, ພະຍາຂອມກົມມະດຳ, ນາຍຄູຄຳ ແລະ ຄົນອື່ນໆໃນທົ່ວປະເທດ ສຳລັບຢູ່ເມືອງຊຽງຮ່ອນ ເຊິ່ງນຳໂດຍທ່ານ ພູມີ ວົງວິຈິດ, ທ່ານ ມະຫາສໍາພັນ ວໍລະຈິດ, ທ່ານ ອຸດຕະມະ ແລະ ທ່ານ ມະຫາສົມບຸນ ວົງໜໍບຸນທໍາ ພ້ອມດ້ວຍປັນຍາຊົນຜູ້ຮັກຊາດຫຼາຍທ່ານ ເປັນຕົ້ນແມ່ນ ພຣະຄູສອນ ໄດ້ປຸກລະດົມນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນຂອງຕົນ ຕີຕ້ານກັບພວກລ່າເມືອງຂື້ນຝຣັ່ງ.ຂະບວນການດັ່ງກ່າວເກີດຂຶ້ນໃນສະພາບທີ່ບໍ່ເອື້ອຍອຳນວຍ, ບໍ່ທັນມີແນວທາງ ແລະ ພັກນຳພາທີ່ຖືກຕ້ອງຈຶ່ງບໍ່ໄດ້ຮັບໄຊຊະນະ. ມາຮອດກາງປີ 1959ທ່ານ ພູມີ ວົງວິຈິດ, ທ່ານ ທໍ່ຕູ ຢາໄຊຈູ ພ້ອມດ້ວຍການນຳ ບັນຊາການນໍາເອົາກອງພັນທີ ສອງຂອງຝ່າຍປະເທດລາວຜ່າວົງປິດລ້ອມຂອງສັດຕູອອກຈາກທົ່ງໄຫຫີນຊຽງຂວາງມາໄດ້ຢ່າງມີໄຊ. ຈາກນັ້ນ, ສະພາບການຕໍ່ສູ້ໃນທົ່ວປະເທດໄດ້ຝົດເດືອດຂຶ້ນ ມາຮອດປີ 1947-1951 ທ່ານ ພູມີ ວົງວິຈິດ ຈຶ່ງໄດ້ຮັບການແຕ່ງຕັ້ງຈາກກຳມະການສູນກາງພັກໃຫ້ນຳພາຂະບວນການຕໍ່ສູ້ຢູ່ພາກເໜືອຂອງລາວ ເອີ້ນວ່າເຂດ 2 ຮ່ວມກັບທ່ານ ມະຫາຄຳພັນ ວິລະຈິດ, ຮ້ອຍໂທ ກາຍອ້ວນ, ເຊິ່ງໃນນີ້ແມ່ນໄດ້ຊີ້ນຳ ບັນຊາໂດຍກົງ ຂອງການປະຕິວັດຢູ່ ເມືອງ ຊຽງຮ່ອນ ຊຽງລົມແຂວງ ໄຊຍະບູລີ ແຕ່ບັດນັ້ນເປັນຕົ້ນມາ.

        ທ້າຍປີ 1949 ທ່ານພູມີ ວົງວິຈິດ ພ້ອມດ້ວຍຄະນະໄດ້ເຄື່ອນຍ້າຍຂ້າມພູອູ່ຟ້າເຂົ້າມາເຄື່ອນໄຫວປິດລັບຢູ່ຕາແສງຊຽງລົມ ເມືອງຊຽງຮ່ອນ ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ເວົ້າວ່າ: ທ່ານ ພູມີ ວົງວິຈິດ ໄດ້ໃສ່ຊື່ນ້ອຍວ່າ ນ້ອຍ ແປກ ໄດ້ມາຕັ້ງສຳນັກຢູ່ກ້ອງກົກງິ້ວໃຫຍ່ ປ່າບົງໃຫຍ່ ( ປະກອບຮູບ ປ່າບົງ ແລະ ທ່ານ ພູມີ )ຫົວທົ່ງ ປາກຫ້ວຍຕອງ ແລະ ນ້ຳງື່ມເຂດບ້ານແກສີພົມ ຫ່າງຈາກເທສະບານເມືອງ ປະມານ 4 ກິໂລແມັດ.ໃນເວລານັ້ນໄດ້ໂຄສະນາປຸກລະດົມກຳລັງ ແລະ ຈັດຕັ້ງເປັນສອງກອງຮ້ອຍຄື: ກອງຮ້ອຍ 18 ແລະ ກອງຮ້ອຍ 19 ເຄື່ອນໄຫວສະກັດກັ້ນລັດຕີທະຫານຝຣັ່ງ ແລະ ທະຫານຫຸ່ນຂາຍຊາດ. ສືບຕໍ່ດັບສູນກຳລັງຂອງສັດຕູພາຍໄຕ້ການຊີ້ນຳຂອງຄະນະເຂດ ເໜືອກຳລັງທ້ອງຖິ່ນຂອງພວກເຮົາຍັງໄດ້ຈັດຕັ້ງກັນອອກໄປລັດດັກສະກັດຍິງທຳລາຍເຮືອຂົນສົ່ງ, ເຮືອລາດຕະເວນທີ່ພວກເຂົາຂົນເອົາອາວຸດ, ສະບຽງອາຫານ ແລະ ກຳລັງທະຫານຂຶ້ນມາພາກເໜືອຢູ່ຕາມລຳແມ່ນ້ຳຂອງແຕ່ ໄຊຍະບູລີ ຮອດຫ້ວຍຊາຍ ໄດ້ຫຼາຍຄັ້ງສ້າງຄວາມເສຍຫາຍ, ເສບຂວັນ ແລະ ເສຍກຳລັງໃຈ ໃຫ້ທະຫານຫຸ່ນຂອງພວກເຂົາ ມີຄວາມຢ້ານກົວຕໍ່ກັບກຳລັງແຮງຂອງທ້ອງຖິ່ນເຂດເໜືອ ທີພວມເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ໄປພ້ອມໆກັບການໃຊ້ກຳລັງບຸກໂຈມຕີໃນທຸກຮູບແບບ, ທຸກເງື່ອນໄຂ ໄຕ້ການຊີ້ນຳ ຂອງທ່ານ ພູມີ ວົງວິຈິດ ຜູ້ຕາງໜ້າລັດຖະບານລາວຕໍ່ຕ້ານ ( ແນວລາວອິດສະຫຼະ) ໄດ້ເດັດດ່ຽວເປີດບັ້ນປຸກລະດົມຂົນຂວາຍ ແລະ ກໍ່ສ້າງຂະບວນການປະຕິວັດ ຂອງມະຫາຊົນຂຶ້ນອີກຄັ້ງໃໝ່ຢູ່ທົ່ວພາກເໜືອ ໂດຍສະເພາະແມ່ນເລັ່ງໃສ່ເຂດເໜືອຂອງແຂວງໄຊຍະບູລີ.

        ກາງຄືນຂອງວັນທີ 31 ທັນວາ 1950 ທ້າວ ອ້ວນ ລາທິກຸນ ( ຮ້ອຍເອກກາຍອ້ວນ)ສັງກັດຢູ່ນໍາຝ່າຍແນວລາວອິດສະຫຼະ ເວລາໄດ້ຮັບການແຕ່ງຕັ້ງເຮັດໜ້າທີເປັນຜູ້ບັນຊາການທະຫານຮັບຜິດຊອບທັງວຽກພາລາທິການ ໄດ້ຍົດນາຍຮ້ອຍເອກ ໄປຍອມຈໍານົນຕໍ່ພວກລ່າເມືອງຂື້ນຝຣັ່ງຢູ່ທີ່ ບ້ານທາດ ໃນວັນທີ 1 ມັງກອນ 1950ໃນວັນສະຫຼອງປີໃໝ່ສາກົນ ໄດ້ເປັນເຫດການໜຶ່ງທີ່ເຮັດໃຫ້ກໍາລັງຮັກຊາດທີ່ນໍາໂດຍ ທ່ານ ພູມີ ວົງວິຈິດ ພ້ອມດ້ວຍຄະນະຕ້ອງໄດ້ເດີນທາງໜີອອກຈາກ ເມືອງຊຽງຮ່ອນ ໃນຕອນຄໍ່າຄືນ ວັນທີ 1 ມັງກອນ 1950 ໄປຜ່ານ ຈັງຫວັດນ່ານ ປະເທດໄທ ຮອດຊຽງຂອງ ແລະ ຂ້າມນໍ້າຂອງໄປ ແຂວງຫຼວງນໍ້າທາ ເພື່ອວາງແຜນຫັນທິດຕໍ່ສູ້ຂອງສູນກາງແນວລາວອິດສະຫຼະ.

        ມີບາງຕອນຂອງຄວາມສົງຈຳ ທ່ານ ພູມີ ວົງວິຈິດ ໄດ້ຂຽນໄວ້ວ່າ: ຕົ້ນເດືອນມັງກອນ ປີ 1950 ສະພາບການໃນເຂດ 2 ເກີດມີຄວາມເຂັ່ງຕຶງຂຶ້ນ ກອງທະຫານຝຣັ່ງ ແລະ ລູກມືຕັ້ງຢູ່ຄ້າຍປາກຄອບ ໄດ້ອອກມາເຮັດການກວາດລ້າງໃນເຂດເມືອງຄອບ ແລະ ເມືອງຊຽງຮ່ອນ ພວກເຂົາປ່າວຂ່າວວ່າຈະມາເຮັດເຂດຊຽງລົມບ່ອນພວກເຮົາເຄື່ອນໄຫວຢູ່. ທ່າທີຂອງທ້າວ ອ້ວນ ລາທິກຸນ ແລະ ພັກພວກຂອງເຂົາມີຫຼາຍອັນຜິດປົກກະຕິ, ພວກເຂົາລະເມີດລະບຽບວິໄນດ້ວຍການໄປຂູ່ເອົາໝູ, ໄກ່ ແລະ ຊັບສົມບັດຂອງປະຊາຊົນໄປກິນ ແລະ ໃຊ້ທ່າທີຄືກັນກັບທະຫານເລວຮັບຈ້າງຂອງພວກລ່າເມືອງຂຶ້ນຝຣັ່ງ. ພວກເຮົາໄດ້ເອີ້ນເອົາພວກເຂົາມາສຳຫຼວດ ແລະ ຕັກເຕືອນຫຼາຍເທື່ອ, ພວກເຂົາຮັບສາລະພາບວ່າໄດ້ເຮັດຜິດ ແຕ່ບາດກັບຄືນເມືອບ່ອນຢູ່ຂອງພວກເຂົາ ຊ້ຳພັດເຮັດຜິດຫຼາຍກວ່າເກົ່າ, ພວກເຂົາຮ້າຍກາດໃສ່ປະຊາຊົນ, ກອງຫຼອນ ແລະ ທະຫານອາສາສະໝັກຫວຽດນາມທີ່ເຄີຍຮ່ວມມືກັບພວກເຂົາ ແຕ່ເຫິງນານແລ້ວ ແລະ ທີບໍ່ເຫັນດີກັບທ່າທີ ແລະ ການກະທຳທີຜິດພາດຂອງພວກເຂົາ ກາງຄືນຂອງວັນທີ 31 ທັນວາ 1949 ໃນເວລາຮ່ວມກັນມ່ວນຊື່ນເພື່ອຕ້ອນຮັບວັນປີໃໝ່ສາກົນຢູ່ບ້ານທາດ (ຕາແສງຊຽງລົມ) ພວກເຂົາໄດ້ເອົາກຳລັງໄປປົດອາວຸດກອງຫຼອນ ແລະ ທະຫານອາສາສະໝັກຫວຽດນາມທີ່ໄປຮ່ວມມ່ວນຊື່ນນຳກັນນັ້ນ ທ້າວອ້ວນລາທິກຸນ ແລະ ພັກພວກກຽມຕ້ອນຮັບ ແລະ ຮ່ວມມືນຳກອງຝຣັ່ງເຮົາໄດ້ເອີ້ນເອົາຄະນະຮັບຜິດຊອບທີ່ໄວ້ວາງໃຈໂຮມກັນແລ້ວພາກັນໜີອອກຈາກບ້ານດອນໄຈໄປນອນຢູ່ກາງປ່າໄກ້ຊາຍແດນໄທເພື່ອຖ້າຟັງຂ່າວຕົວຈິງຂອງພວກ ທ້າວ ອ້ວນ ລາທິກຸນ ສະພາບການເປັນໄປຕາມກະຕວງຂອງພວກເຮົາແທ້ ກາງຄືນນັ້ນເອງ ທ້າວ ອ້ວນ ລາທິກຸນ ແລະ ພັກພວກໄດ້ເຕົ້າໂຮມທະຫານ ແລ້ວເປີຍແຜ່ແຜນການຂອງພວກເຂົາທີ່ກຽມໄປຍອມຝຣັ່ງ.

        ເຖິງວັນທີ 12 ຕຸລາ 1954 ປະເທດລາວໄດ້ຮັບເອກະລາດຈາກພວກລ່າເມືອງຂື້ນຝຣັ່ງ ແລ້ວຂະບວນການດັ່ງກ່າວໄດ້ກັບໄປທ້ອນໂຮມຢູ່ສູນກາງແນວລາວສ້າງຊາດເພື່ອວາງແຜນຕໍ່ສູ້ປົກປັກຮັກສາເອກະລາດ ກໍ່ຄືໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງ.

        ໃນປີ 1960 ຈັກກະພັດອາເມລິກາໄດ້ເຂົ້າມາຮຸກຮານປະເທດລາວຢ່າງຮ້າຍກາດ ແລະ ເປີດແປນຢູ່ເມືອງຊຽງຮ່ອນ, ມັນໄດ້ເອົາໃຈໃສ່ສ້າງຖານທັບ ແລະ ໄດ້ແຕ່ງຕັ້ງນາຍພົນອ້ວນ ລາທິກຸນ ມາສ້າງຄ້າຍທະຫານຮຸ່ນຢູ່ທີ່ບ້ານດອນຕັນ ເມືອງຊຽງຮ່ອນ ຈຶ່ງໄດ້ໃສ່ຊື່ວ່າ ຄ້າຍລາທິກຸນ. ປະຈຸບັນແມ່ນກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ.

        ໃນປີ 1969 ຈັກກະພັດອາເມລິກາ ແລະ ນາຍພົນວັງປາວ ໄດ້ສ້າງຄ້າຍໃຫຍ່ກ່ວາເກົ່າຢູ່ຄ້າຍລາທິກຸນ ພວກອາເມລິກາ ໄດ້ນໍາເອົາທະຫານໄທ ທີ່ຮັບຈ້າງພວກເຂົາມີຫຼາຍກອງພັນເຂົ້າມາຕັ້ງຖານທັບຢູ່ເມືອງຊຽງຮ່ອນ ເພື່ອປາບປາມຂະບວນການປະຕິວັດຢູ່ຮາກຖານທ້ອງຖິ່ນຕ່າງໆຢູ່ເຂດເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ຢ່າງໃຫຍ່ເຊິ່ງພວກເຂົາໄດ້ໃຊ້ການບຸກໂຈມຕີທາງອາກາດ ແລະ ທາງພື້ນດິນ ເຊິ່ງເຂົາເອີ້ນວ່າລ້ອງແຈ້ງທີ 2, ເຊິ່ງຊີວິດ ແລະ ຊັບສົມບັດ ຂອງຊາວເມືອງຊຽງຮ່ອນໄດ້ຖຶກທໍາລາຍ, ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາວເມືອງຊຽງຮ່ອນ ໄດ້ຖຶກທໍາລາຍມ້າງເພເປັນຈໍານວນຫຼວງຫຼາຍ.

        ເມື່ອເປັນແນວນັ້ນ ປະຊາຊົນຊາວເມືອງຊຽງຮ່ອນ ຈຶ່ງເກີດຄວາມເບື່ອໜ່າຍ ບໍ່ໄວ້ວາງໃຈລະບົບການປົກຄອງແບບໂຫດຮ້າຍ ປ່າເຖື່ອນ, ສັງຄົມວຸ້ນວາຍ, ປະຊາຊົນຖຶກກົດຂີ່ຂູດຮີດ, ບໍ່ມີປະຊາທິປະໄຕ  ການດໍາລົງຊີວິດຂອງປະຊາຊົນແບບສ່ຽງໄພອັນຕະລາຍຈາກສົງຄາມ, ຍ້ອນປະຊາຊົນຊາວເມືອງຊຽງຮ່ອນ  ມີຄວາມເຈັບປວດ, ຄຽດແຄ້ນ ແລະ ທົນບໍ່ໄຫວຕໍ່ການກະທໍາ ຂອງພວກຈັກກະພັດອາເມລິກາ, ປະຊາຊົນຈຶ່ງນໍາພາກັນລຸກຂື້ນປະທ້ວງ ເພື່ອກ່າວໂທດກໍາຂອງພວກຈັກກະພັດອາເມລິກາ ທີ່ກົດຂີ່ຂົ່ມເຫັງປະຊາຊົນຊາວເມືອງຊຽງຮ່ອນ ເຊິ່ງນໍາພາໂດຍ ທ່ານ ຊຽງສຸພັດ ເຊິ່ງເປັນພະນັກງານທີ່ມາຈາກສູນກາງແນວລາວອິດສະຫຼະ ( ແນວລາວຮັກຊາດ ) ລົງມາຊີ້ນໍາຂະບວນການປະທ້ວງດັ່ງກ່າວ ໃນເວລານັ້ນໄດ້ລວບລວມເອົາບັນດາເຫດການ ແລະ ການກະທໍາຂອງພວກເຂົາອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດອາເມລິກາ ແລະ ພວກຂາຍຊາດທີ່ມີຕໍ່ປະຊາຊົນຊາວເມືອງຊຽງຮ່ອນ ເປັນຕົ້ນແມ່ນການສໍ້ລາດບັງຫຼວງ, ການປຸ້ນລະດົມເອົາຊັບສົມບັດຂອງປະຊາຊົນ, ການເກນເອົາຊາວໜຸ່ມໄປເປັນທະຫານ, ການຈັບເອົາຜູ້ທີ່ມີຈິດໃຈຮັກຊາດໄປກັກຂັງຄຸກໃຕ້ດິນ ຫຼື ຈັບໄປຍິງເປົ້າຖິ້ມ ໂດຍບໍ່ມີຄວາມຜິດຫຍັງ ເຊິ່ງການກະທຳດັ່ງກ່າວຂອງພວກເຂົາແມ່ນຈຸດປະສົງເພື່ອປາບປາມຂະບວນການຮັກຊາດ, ຮັກລະບອບປະຊາທິປະໄຕຂອງປະຊາຊົນ.

+ ຄະນະຍຶດອໍານາດປະກອບມີ 6 ທ່ານຄື:
  1. ທ່ານ ຄໍາຜາຍ ພົມວິສອນ
  2. ທ່ານ ສະໄຫວ ເສນາຄໍາ
  3. ທ່ານ ສວຍ ສີພັນ
  4. ທ່ານ ຄໍາເລີຍ ໄຊຍະແກ້ວ
  5. ທ່ານ ບຸນເພັດ
  6. ທ່ານ ໜານຄໍາ

ໃນໄລຍະນີ້ ຂະບວນການຍຶດອໍານາດໄດ້ກະກຽມແບ່ງກັນລົງຊຸກຍູ້ປຸກລະດົມກ້ອນກໍາລັງຂອງປະຊາຊົນເຂົ້າຮ່ວມຂະບວນການຍຶດອໍານາດເຊິ່ງໄດ້ແບ່ງເປັນ 2 ເຂດຄື:

ເຂດທີ 1 : ເຂດຊຽງຮ່ອນ – ສີພົມ ມີພະນັກງານລົງນໍາພາ 3 ທ່ານ ຄື:

  1. ທ່ານ ສວຍ ສີພັນ
  2. ທ່ານ ຄໍາເລີຍ ໄຊຍະແກ້ວ
  3. ທ່ານ ຊຽງສະຫວັດ

ເຂດທີ 2 :ເຂດຊຽງລົມ-ດອນເຟືອງ ມີພະນັກງານລົງນໍາພາ 3 ທ່ານ ຄື:

  1. ທ່ານ ສະໄຫວ ເສນາຄໍາ
  2. ທ່ານ ບຸນເພັດ
  3. ທ່ານ ໜານຄຳ.

ວັນທີ 1 ສິງຫາ 1975 ເປັນມື້ກະກຽມຍຶດອໍານາດໄດ້ແບ່ງພະນັກງານລົງນຳພາ ເພື່ອນຳຂະບວນປະທ້ວງຂອງປະຊາຊົນເຂົ້າມາເຕົ້າໂຮມຢຸ່ຈຸດທີ່ນັດໝາຍ. ຕອນເຊົ້າຂອງວັນທີ 2 ພຶດສະພາ 1975 ຂະບວນປະທ້ວງແຕ່ລະເຂດໄດ້ມາເຕົ້າໂຮມຢູ່ທີຫ້ອງວ່າການປົກຄອງແຂວງຫົງສາວະດີ ( ບ້ານດອນຕັນ) ແລ້ວພິທີປະກາດຍຶດອຳນາດໄດ້ເປີດຂື້ນເວລາ 9 ໂມງ 30 ນາທີ ຂອງວັນທີ 2 ພຶດສະພາ 1975 ໂດຍແມ່ນທ່ານຊຽງ ສຸພັດ ໄຊຍະສິດ ເປັນຜູ້ຜ່ານຖະແຫຼງການກ່ຽວກັບການລົບລ້າງລະບອບລາຊາທິປະໄຕ ແລະ ປະກາດລະບອບໃໝ່ຂຶ້ນແທນ.

ພາຍຫຼັງຍຶດອຳນາດການປົກຄອງສຳເລັດແລ້ວ ໄດ້ປະກາດແຕ່ງຕັ້ງທ່ານ ຄຳຜາຍ ພົມວິສອນ ເປັນປະທານເມືອງຊຽງຮ່ອນ ຄົນໃໝ່ ປ່ຽນແທນ ທ່ານ ທອງສະຫວັນ ສີລິມະໂນທຳ ເຈົ້າເມືອງຊຽງຮ່ອນຄົນເກົ່າ.ພ້ອມທັງປະກາດຄະນະກໍາມະການປົກຄອງເມືອງຊຽງຮ່ອນຊຸດໃໝ່ຂື້ນຊຸດທໍາອິດຢ່າງເປັນທາງການ.ອໍານາດການປົກຄອງເມືອງຊຸດໃໝ່ໄດ້ຕົກລົງປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນຕາແສງ ແລະ ຂັ້ນບ້ານໃນທົ່ວເມືອງ ໄລຍະນັ້ນມີ 13 ຕາແສງ ແລະ 101 ບ້ານ ເຊິ່ງກວມເອົາເມືອງຄອບປະຈຸບັນ.

        ມາຮອດວັນທີ 2 ທັນວາ 1975 ປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນ, ເຊິ່ງພັກ-ລັດ ລະບອບໃໝ່ໄດ້ນໍາເອົາຄວາມສຸກ, ຄວາມປອງດອງຊາດ, ຄວາມສາມັກຄີພາຍໃນຊາດເປັນປຶກແຜ່ນແໜ້ນໜາ, ວັດທະນະທໍາ ແລະ ສິນລະປະວັນນະຄະດີ ທີ່ເປັນມູນເຊື້ອຂອງຊາດໄດ້ຮັບການຟື້ນຟູຂື້ນມາເປັນແຕ່ລະໄລຍະ.ການປົກຄອງລະບອບເກົ່າ ລະບອບລາຊາຢູ່ເມືອງຊຽງຮ່ອນ ໃນໄລຍະນັ້ນ ປະກອບມີ 4 ທ່ານ ຄື:

  1. ສະຫາຍ ທອງສະຫວັນ ສິລິມະໂນທໍາ ເຈົ້າເມືອງ
  2. ສະຫາຍ ສະໝຽນຜຸຍ ສຸຂະຜົນ ຮອງເຈົ້າເມືອງ
  3. ສະຫາຍ ສະໄຫວ ເສນາຄໍາ ເລຂານຸການ
  4. ສະຫາຍ ບຸນຍັງ ຍົດບຸນ ຜູ້ຊ່ວຍວຽກເຈົ້າແຂວງຫົງສາວະດີ.

ເຈົ້າເມືອງຊຽງຮ່ອນນັບແຕ່ ປີ 1975 ເຖິງປະຈຸບັນ.

  1. ທ່ານ ຄຳຜາຍ ພົມວິສອນ ປີ 1997ຫາ 1993
  2. ທ່ານ ສຸລິວັນ ຊື່ນດາວັນ ປີ 1993 ຫາ 1995
  3. ທ່ານ ວຽງຄຳ ເພັດລັງສີ ປີ 1995 ຫາ 2002
  4. ທ່ານ ກອງຄຳ ຫຸມພັນ ປີ 2002 ຫາ 2005
  5. ທ່ານ ດຣ ສົມລິດ ເປືອກແກ້ວ ປີ 2005 ຫາ 2009
  6. ທ່ານ ດວງຕາ ໄຊວຸດ ປີ 2009 ຫາ 2012
  7. ທ່ານ ທອງເລື່ອນ ອິນທະປັນຍາ ປີ 2012 ຫາ 2015
  8. ທ່ານ ສຳລານ ແປງສະຫວ່າງ ປີ 2015 ຫາ 2019
  9. ທ່ານ ບຸນລ້ວນ ຊົມສີຫາປັນຍາ ປີ 2019 ຫາ 2021
  10. ທ່ານ ກົງທອນ ສິດທິໄຊ ແຕ່ປີ 2021 ຮອດປັດຈຸບັນ

       ທຸກໄລຍະຂອງບາດຫຼ້ຽວປະຫວັດສາດຂອງການຕໍ່ສູ້, ປົກປັກຮັກສາ ແລະ ສ້າງສາພັດທະນາຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູລີຂອງພວກເຮົາລ້ວນແຕ່ເປັນເຫດການທີ່ມີຄວາມໝາຍ ຄວາມສຳຄັນທາງປະຫວັດສາດທີ່ໄດ້ຕິດພັນສະນິດແໜ້ນກັບປະຫວັດສາດຂອງຊາດລາວເຮົາ. ຄວາມສາມັກຄີເປັນປຶກແຜ່ນ, ຄວາມສັດຊື່ບໍລິສຸດ ແລະ ຄວາມມານະບາກບັ່ນໄດ້ກາຍເປັນພະລັງມະຫາສານເຂົ້າໃນການບູລະນະສ້າງສາພັດທະນາເຮັດໃຫ້ເມືອງຊຽງຮ່ອນສືບຕໍ່ກ້າວເດີນໄປໃນທິດທາງທີ່ກ້າວໜ້າສະຫວ່າງສະໄຫວຢ່າງບໍ່ຢຸດຢັ້ງ.



Facebook


Twitter


Youtube


ກົດແຊຣ໌

ກົດແຊຣ໌