6 ກຸ່ມຜະລິດກະສິກຳເປັນສິນຄ້າ ໄດ້ຮັບທຶນສະໜັບສະໜູນກວ່າ 900 ລ້ານກີບ.

ກົດແຊຣ໌

        ພິທີ ມອບ-ຮັບ  ກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ເມືອງຊຽງຮ່ອນ ໄດ້ຈັດຂື້ນໃນວັນທີ 1 ກໍລະກົດ 2021ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ ມີທ່ານ ບຸນເພັງ ແສນສະຫວັດ ຜູ້ປະສານງານໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປລາວ ຫຼື LACP ມີພາກສ່ວນຈາກຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ,ນັກທຸລະກິດ ຜູ້ປະກອບການ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ 25 ລ້ານໂດລາສະຫະລັດ ເຊິ່ງໄດ້ຮັບການເຊັນສັນຍາ ແລະ ອານຸມັດໃນເດືອນພຶດສະພາ 2018 ໄລຍະການປະຕິບັດ 6 ປີ ແຕ່ປີ 2018-2024 ມີພື້ນທີ່ຈັດຕັ້ງປະຕິ

ບັດຢູ່ 5 ແຂວງຄື: ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງ, ບໍລິຄໍາໄຊ ແລະ ຄຳມ່ວນ ພືດຫຼັກທີ່ໂຄງການໃຫ້ການສົ່ງເສີມເພື່ອການຜະລິດເປັນສິນຄ້າມີຄື: ເຂົ້າ, ສາລີ ແລະ ພືດຜັກ

ສຳລັບຢູ່ ເມືອງຊຽງຮ່ອນ ແມ່ນມີບ້ານເປົ້າໂຄງການ ຜະລິດກະສິກໍາເປັນສີນຄ້ານີ້ ທັງໝົດ 21 ບ້ານ ມີ 1.614 ຄອບຄົວມີ 37 ກຸ່ມຜະລິດຄື: ມີກຸ່ມຜະລິດແນວພັນເຂົ້າຈໍານວນ 3 ກຸ່ມ, ກຸ່ມຜະລິດເຂົ້າສະອາດເປັນສິນຄ້າຈໍານວນ 31 ກຸ່ມ ແລະ ກຸ່ມຜະລິດພືດຜັກສະອາດເປັນສິນຄ້າຈໍານວນ 3 ກຸ່ມ ມີເນື້ອທີ່ນາ ໃນລະດູຝົນ 1,452.19 ຮຕ ແລະ ລະດູແລ້ງ 800 ເຮັກຕາ, ນອນໃນ 6 ເຂດຊົນລະປະທານຄື: ນໍ້າມ່າວ, ນໍ້າງື່ມ ນໍ້າແໜ້ນ, ນໍ້າຄ່ອມ  ນໍ້າຄ່ອມ2 ແລະ ຊົນລະປະທານ ຮ່ອງຄໍ້າ

    ໃນການສະໜັບສະໜູນໃນຄັ້ງນີ້ ໄດ້ສະໜອງ ລົດໄຖໂຄບູຕາໃຫຍ່ ໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າບ້ານລັບ 2 ກຸ່ມ, ກຸ່ມຜະລິດເຂົ້າເປັນສິນຄ້າບ້ານດອນຕັນ 2 ກຸ່ມ ແລະ ກຸ່ມຜະລິດເຂົ້າບ້ານດອນເຟືອງ 2 ກຸ່ມ ລວມທັງໝົດ 6 ຄັນ ທາງໂຄງການໄດ້ມອບທຶນສົມທົບໃຫ້ກຸ່ມຜະລິດ ຈຳນວນ 16.000 ໂດລາ ຕໍ່ 1 ກຸ່ມ ລວມມູນຄ່າທັງໝົດ  96.000 ໂດລາສະຫະລັດ ຫຼື ( 900 ລ້ານກວ່າກີບ )ແລະ ທຶນສົມທົບຂອງ ກຸ່ມອິກຈຳນວນໜຶ່ງ  ຈຸດປະສົງຂອງໂຄງການ ກໍ່ເພື່ອເຮັດໃຫ້ເກີດມີສິ່ງປ່ຽນແປງທາງດ້ານຜົນຜະລິດຂອງຊາວກະສິກອນໃນພື້ນທີ່ການຜະລິດ, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນໃນເຂດເປົ້າໝາຍ  ເພື່ອເຮັດໃຫ້ ກຸ່ມຜະລິດກະສິກຳເປັນສິນຄ້າ ກາຍເປັນທ່າແຮງໃນການຂັບເຄື່ອນແຜນພັດທະນາວຽກງານກະສິກຳ ຂອງເມືອງມີຄຸນນະພາບດີກ່ວາເກົ່າ.

ໂດຍ: ດອນ ຂຽວພະນາ ຖວທ ເມືອງຊຽງຮ່ອນ 55443362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *