ເມືອງ ຊຽງຮ່ອນ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ – ພະນັກງານ ແລະປັບປຸງກົງຈັກ ການຈັດຕັ້ງໃນທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025

ກົດແຊຣ໌

ເມືອງຊຽງຮ່ອນ ແຂວງ ໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນທົ່ວເມືອງ ປະຈຳປີ 2024 ແລະ ທິດທາງແຜນການປະຈຳປີ 2025 ກອງປະຊຸມໄດ້ຈັດຂື້ນໃນວັນທີ 21 ພຶດສະພາ 2025ນີ້ ຢູ່ທີ່ສະໂມສອນຂອງເມືອງ. ພາຍໃຕ້ການເປັນປະທານຂອງ ສະຫາຍ ພັນ ເລົາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັັດຕັ້ງເມືອງ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງໆຊຽງຮ່ອນ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ສໍານັກງານ, ອົງການ, ກົມກອງ ແລະ ເລຂາໜ່ວຍພັກບ້ານ ພ້ອມດ້ວຍພະນັກງານຜູ້ເຮັດວຽກຈັດຕັ້ງ ສຳນັກງານ,ຫ້ອງການ ກົມກອງເຂົ້າຮ່ວມ.
ໃນກອງປະຊຸມສະຫາຍ ພັນ ເລົາ ຫົວໜ້າຄະນະຈັດຕັ້ງເມືອງຊຽງຮ່ອນ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ຈາກນັ້ນສະຫາຍ ສາຍຝົນ ສີຟອງ ຮອງຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນທົ່ວເມືອງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈຳປີ 2024 ຊຶ່ງສະຫາຍ ໃຫ້ຮູ້ວ່າ: ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ທາງຄະນະຈັດຕັ້ງເມືອງ ແມ່ນໄດ້ເອົາໃຈໃສ່ ເຄື່ອນໄຫວຢ່າງຕັ້ງໜ້າ ໂດຍໄດ້ຖືເອົາວຽກງານກໍ່ສ້າງພັກ ທາງດ້ານການເມືອງ – ແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ວິທີນໍາພາ ຜັນຂະຫຍາຍນັບແຕ່ຂັ້ນເມືອງລົງສູ່ຮາກຖານບ້ານ ອັນພົ້ນເດັ່ນແມ່ນຄະນະພັກ, ສະມາຊິກພັກ, ພະນັກງານ – ລັດຖະກອນ, ທະຫານ, ຕໍາຫຼວດ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມຈົ່ງຮັກພັກດີພາຍໃນພັກ, ມີຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມສາມັກຄີອັນໜັກແໜ້ນ ພ້ອມດຽວກັນີ້ກໍໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງພັກ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ. ປະຈຸບັນທົ່ວເມືອງຊຽງຮ່ອນມີຮາກຖານພັກທັງໝົດ 95ຮາກຖານ, ໃນນີ້: ມີຄະນະພັກຮາກຖານ5ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ95ໜ່ວຍພັກໃນນີ້: ໜ່ວຍພັກສໍານັກງານ-ອົງການ 27ໜ່ວຍ, ກໍາລັງປະກອບອາວຸດ10ໜ່ວຍ, ໂຮງຮຽນ 14ໜ່ວຍ, ໂຮງໝໍ2ໜ່ວຍແລະໜ່ວຍພັກຮາກຖານບ້ານ43ໜ່ວຍພັກ.ໄດ້ສໍາເລັດການລົງປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນຕິດພັນກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຈໍານວນ 95ໜ່ວຍພັກທົ່ວເມືອງສໍາເລັດ, ໄດ້ປະເພດແຂງແລະຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ88 ໜ່ວຍພັກ, ເທົ່າກັບ92,63% ປະເພດກາງ7ໜ່ວຍພັກເທົ່າກັບ7,37% ຕີລາຄາແບ່ງປະເພດສະມາຊິກພັກທັງໝົດ1.532ສະຫາຍ, ຍິງ439ສະຫາຍ; ໄດ້ປະເພດແຂງ 1.377ສະຫາຍ, ຍິງ394ສະຫາຍ, ເທົ່າກັບ89,89%, ປະເພດກາງ88ສະຫາຍ, ຍິງ 27ສະຫາຍເທົ່າກັບ 5,74 %, ປະເພດອ່ອນ2ສະຫາຍເທົ່າກັບ 0,13 % (ສາເຫດຍ້ອນ: ປະລະໜ້າທີ່.) ແລະບໍ່ໄດ້ແບ່ງປະເພດ65ສະຫາຍ, ຍິງ18 ສະຫາຍ. ໜື່ງປີຜ່ານມາໄດ້ຂະຫຍາຍມະຫາຊົນເຂົ້າຮຽນເອກະສານສະໜັບສະໜູນໄດ້ 28 ສະຫາຍ, ຍິງ8ສະຫາຍ, ເຂົ້າຮຽນກົດລະບຽບພັກ 19ສະຫາຍ, ຍິງ6ສະຫາຍ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າພັກສໍາຮອງ25ສະຫາຍ, ຍິງ 2 ສະຫາຍແລະເລື່ອນສໍາຮອງຂຶ້ນສົມບູນໄດ້18ສະຫາຍ, ຍິງ2ສະຫາຍ. ວຽກງານປັບປຸງກົງຈັກການຈັດຕັ້ງພັກ: ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງນັບແຕ່ຂັ້ນເມືອງລົງຮອດຮາກຖານບ້ານເພື່ອໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະຖືກຕາມກົດລະບຽບຂອງພັກສະໄໝທີXI. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບວຽກງານກໍ່ສ້າງພັກ – ພະນັກງານ ແລະປັບປຸງກົງຈັກ ການຈັດຕັ້ງໃນທົ່ວເມືອງຢ່າງກົງໄປກົງມາ ແລະ ກອງປະຊຸມຍັງໄດ້ເຜີຍແຜ່ເຊື່ອມຊືມນິຕິກຳຂອງຄະນະຈັດຕັ້ງສູນກາງພັກຈໍານວນໜຶ່ງ. ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນຕື່ມອິກ.
ໂດຍ: ຖວທເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *