ເມືອງຊຽງຮ່ອນ ຈັດພິທີປະກາດການຈັດຕັ້ງ ຍົກຍ້າຍພະນັກງານຫຼັກແຫຼ່ງຂອງເມືອງ

ກົດແຊຣ໌

ວັນທີ 24 ກຸມພາ 2025 ຜ່ານມາ ຢູ່ທີ່ສະໂມສອນເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດແຕ່ງຕັ້ງ-ຍົກຍ້າຍພະນັກງານຫຼັກແຫຼ່ງຂອງເມືອງ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເຍຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ, ບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສໍານັກງານ-ອົງການ, ກົມກອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານເທດສະບານເມືອງເຂົ້າຮ່ວມ. ໃນພິທີ ທ່ານ ສົມບູນ ຂຽວພະນາ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເມືອງ ສະບັບເລກທີ 194/ ຈມ ລົງວັນທີ 24 ກຸມພາ 2025 ວ່າດ້ວຍການຍົກຍ້າຍ ພະນັກງານໄປຮັບໜ້າທີ່ໃໝ່ ໂດຍໄດ້ຍົກຍ້າຍ ທ່ານ ພັນ ເລົາ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງຊຽງຮ່ອນ ໄປຮັບໜ້າທີ່ໃໜ່ຢູ່ຫ້ອງການຄະນະຈັດຕັ້ງເມືອງຊຽງຮ່ອນ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 195/ ຈມ ລົງວັນທີ 24 ກຸມພາ 2025 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ, ເຈົ້າເມືອງຕົກລົງແຕ່ງຕັ້ງ ທ່ານ ພັນ ເລົາ ຄະນະປະຈຳພັກເມືອງ ເປັນຫົວໜ້າຄະນະຈັດຕັ້ງເມືອງຊຽງຮ່ອນ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງຍົກຍ້າຍ ທ່ານ ບັນຊາ ເງິນງາມ ຊ່ວຍວຽກຫ້ອງວ່າການເມືອງ ໄປຮັບໜ້າທີ່ເປັນຫົວໜ້າຫ້ອງການພາຍໃນເມືອງຊຽງຮ່ອນ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຍົກຍ້ານ ທ່ານ ສົມນັດ ຍົດສະກຸນ ຮອງຫົວໜ້າຫ້ອງການພາຍໃນເມືອງ ໄປະປະຈຳການ ເປັນຮອງປະທານຄະນະກວດກາພັກ-ລັດເມືອງຊຽງຮ່ອນ. ໃນໂອກາດທີ່ທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ໄດ້ເຂົ້າຮ່ວມເປັນປະທານພິທີ ແຕ່ງຕັ້ງ, ຍົກຍ້າຍໜ້າທີ່ໃໝ່ໃນຄັ້ງນີ້ທ່ານໄດ້ກ່າວວ່າ: ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຍາວນານ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ແຕ່ງຕັ້ງ ໃນຄັ້ງນີ້ຕ້ອງໄດ້ເອົາໃຈໃສ່ຍົກສູງຄຸນທາດການເມືອງຄຸນສົມບັດສີນທຳປະຕິວັດ, ປະຕິບັດໜ້າທີ່ການເມືອງຕາມການມອບໝາຍໃຫ້ສຳເລັດຕາມຄາດໝາຍ, ຕ້ອງໄດ້ສືບຕໍ່ເພີ່ມທະວີຄວາມສາມັກຄີພາຍໃນພາຍນອກໃຫ້ແໜ້ນແຟ້ນ ມີຄວາມບຸກບືນຫ້າວຫັນໃນການຊອກຮູ້ຮ່ຳຮຽນ ເອົາໃຈໃສ່ສືບຕໍ່ປະຕິບັດໜ້າທີ່ວຽກງານຕາມທີ່ການຈັດຕັ້ງມອບໝາຍໃຫ້ມີຜົນສໍາເລັດຕາມລະດັບຄາດໜາຍທີ່ວາງໄວ້.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *