ເມືອງຊຽງຮ່ອນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ກົດແຊຣ໌

ກອງປະຊຸມໃຫຍ່ຄັ້ງທີVIຂອງຜູ້ແທນແນວລາວສ້າງຊາດເມືອງຊຽງຮ່ອນໄດ້ໄຂຂື້ນໃນ ວັນທີ 5 ກຸມພາ2025ຢູ່ທີ່ຫ້ອງປະຊຸມ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ບຸນມີ ປັນຍາທອງ ກຳມະການປະຈຳພັກເມືອງ ວ່າການປະທານແນວງລາວສ້າງຊາດ ເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ກາວີ ເກດດົມລິ ຮອງປະທານແນວລາວສ້າງຊາດ ແຂວງໄຊຍະບູລີ ມີ ທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີແຂກຈາກແຂວງ ເມືອງອ້ອມຂ້າງ ແລະ ຜູ້ແທນເຂົ້າຮ່ວມທັງໝົດ 111 ທ່ານ,ຍິງ7 ທ່ານ,ພຣະສົງ 3 ອົງ ໃນນັ້ນມີຜູ້ແທນສົມບູນ 69 ທ່ານ,ຍິງ 4 ທ່ານ. ບັນດາແຂກຜູ້ແທນກອງປະຊຸມໄດ້ພ້ອມກັນສຸມທຸກສະຕິປັນຍາຂອງຕົນປະກອບຄໍາເຫັນຕໍ່ກອງປະຊຸມ,ພ້ອມທັງຄົ້ນຄ້ວາພິຈາລະນາຮັບຮອງເອົາບັນດາໜ້າວຽກທີ່ສໍາຄັນເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ ແລະ ສໍາເລັດລົງຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ເປັນຢ່າງດີ. ກອງປະຊຸມໄດ້ລົງປະຊາມະຕິຮັບຮອງເອົາບັນດາເນື້ອໃນດັ່ງນີ້: ກອງປະຊຸມໄດ້ຄົ້ນຄວ້າ ແລະປະກອບຄໍາເຫັນໃສ່ບົດລາຍງານການເມືອງທີ່ໄດ້ຕີລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVຂອງຜູ້ແທນແນວລາວສ້າງຊາດເມືອງແຕ່ປີ 2019-2024 ແລະ ທິດທາງ ແຜນການໃນ 5 ປີຕໍ່ໜ້າ 2025-2029 ແລະ ບົດສໍາຫຼວດການນໍາພາລວມຂອງຄະນະກໍາມະການແນວລາວສ້າງຊາດມືອງ, ທີ່ໄດ້ຕີລາຄາດ້ານດີ,ດ້ານອ່ອນ,ຂໍ້ຄົງຄ້າງ,ສາເຫດ ແລະບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດບັນດາມະຕິຕ່າງໆຂອງພັກ,ພ້ອມທັງຜັນຂະຫຍາຍຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຢູ່ພາຍໃນ 43ບ້ານໃນທົ່ວເມືອງ ເຮັດໃຫ້ປະຊາບັນດາເຜົ່າໃນທົ່ວເມືອງ,ມີແນວຄິດເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງແນວລາວສ້າງຊາດສູງຂື້ນກ່ວາເກົ່າ,ເຮັດໃຫ້ຜູ້ຊົງຄຸນວຸດທິ,ເຈົ້າກົກ,ເຈົ້າເຫຼົ່າໄດ້ມີຄວາມເອກອ້າງທະນົງໃຈຕໍ່ການເປັນຕົວແທນຂອງແຕ່ລະເຜົ່າ,ມີຄວາມເປັນເອກະພາບ ເປັນອັນໜຶ່ງອັນດຽວ,ມີຄວາມກະຕືລືລົ້ນ ໃນການແກ້ໄຂຊິວິດການເປັນຢູ່ ແລະຫຼຸດຜ່ອນຄວາມທຸກຍາກຂອງເຜົ່າຕົນ,ເຮັດໃຫ້ປະຊາຊົນບັນດາເຜົ່າ,ຊັ້ນຄົນ,ສາສະໜາ,ເພດ-ໄວພາຍໃນເມືອງມີຄວາມສາມັກຄີປອງດອງເປັນປຶກແຜ່ນແໜ້ນໜາມີສະຖຽນລະພາບທາງດ້ານການເມືອງໃນການພັດທະນາເສດຖະກິດ-ສັງຄົມ ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ. ກອງປະຊຸມໄດ້ປຶກສາຫາລືຢ່າງມີປະຊາທິປະໄຕເປັນເອກະພາບຮັບຮອງເອົາການສະເໜີແຕ່ງຕັ້ງປະທານ,ຮອງປະທານ ແລະຄະນະກໍາມະການແນວລາວສ້າງຊາດເມືອງຊຽງຮ່ອນຊຸດທີVIເຊິ່ງປະກອບດ້ວຍກໍາມະການ 69 ທ່ານ,ຍິງ 4 ທ່ານ,ພຣະສົງ 3 ອົງທີ່ເປັນຕົວແທນໃຫ້ແກ່ປະຊາຊົນຊັ້ນຄົນບັນດາເຜົ່າ,ສາສະໜາ,ເພດ-ໄວຢ່າງຄົບຖ້ວນ. ກອງປະຊຸມໃຫຍ່ຄັ້ງປະຖົມມະລຶກໄດ້ຄົ້ນຄ້ວາພິຈາລະນາຮັບຮອງເອົາປະທານ ແລະຮອງປະທານດັ່ງມີລາຍຊື່ລຸ່ມນີ້: ທ່ານ ບຸນມີ ປັນຍາທອງ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ ທ່ານ ນາງ ອ່ອນສີ ວິໄລຈິດ ແລະ ທ່ານ ເພັດ ສິລິວັນ ເປັນຮອງປະທານແນວລາວສ້າງຊາດເມືອງຊຽງຮ່ອນຮັບຮອງເອົາ ຕົວແທນຈາກອົງການພາຄີ ແລະ ຫ້ອງການອ້ອມຂ້າງເມືອງ 15 ທ່ານ,ຍິງ 3ທ່ານ,ຕົວແທນນັກທຸລະກິດ 2 ທ່ານ,ຍິງ 1 ທ່ານ,ຕົວແທນຈາກຮາກຖານບ້ານ 43 ທ່ານ ແລະ ຕົວແທນຈາກອົງການພຸດທະສາສະໜາຈຳນວນ 3 ອົງ.
ກອງປະຊຸມໃຫຍ່ໄດ້ຖືເປັນກຽດຢ່າງສູງທີ່ໄດ້ຮັບຟັງການໂອ້ລົມຂອງທ່ານ ກາວີ ເກດດົມລິ ກຳມະການພັກແຂວງ,ຮອງປະທານແນວລາວສ້າງຊາດແຂວງ ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງຊຽງຮ່ອນທີ່ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍ,ຄວາມສໍາຄັນອັນໝັກແໜ້ນເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະກໍາມະການແນວລາວສ້າງຊາດໃນໄລຍະໃໝ່ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍຕໍ່ການຊີ້ນໍາໆພາຂອງຄະນະພັກ,ຄະນະກໍາມະການແນວສ້າງຊາດຊຸດເກົ່າ,ທີ່ໄດ້ຊີ້ນໍາໆພາສະມາຊິກພັກຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ,ຈັດຕັ້ງປະຕິບັດແນວທາງການເມືອງ ແລະ ຍາດຜົນສໍາເລັດໄດ້ຫຼາຍດ້ານ,ພ້ອມດຽວກັນນັ້ນທ່ານກໍ່ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ ແລະຂໍ້ຄົງຄ້າງທີ່ພວກເຮົາຈະຕ້ອງໄດ້ແກ້ໄຂໃນທາງທີ່ສ້າງສັນ, ທ່ານມີຄວາມເຊື່ອໝັ້ນຕໍ່ຄະນະພັກຄະນະກໍາມະການແນວລາວສ້າງຊາດຊຸດໃໝ່ທີ່ຈະສືບຕໍ່ຊີ້ນໍາໆພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVIຂອງແນວລາວສ້າງຊາດເມືອງໃຫ້ມີຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວໂດຍ: ຖວທເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *