ເມືອງຊຽງຮ່ອນຈັດພິທີໂຮມຊຸມນຸມເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII

ກົດແຊຣ໌

ເມືອງຊຽງຮ່ອນຈັດພິທີໂຮມຊຸມນຸມເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII ພິທີໄດ້ຈັດຂື້ນໃນວັນທີ 1 ກຸມພາ 2025ນີ້ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆ ຊຽງຮ່ອນ ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງຫົວໜ້າ, ຮອງຫົວໜ້າຫ້ອງການ ກົມກອງ, ອົງການປົກຄອງບ້ານ, ສະມາຊິກພັກ, ພະນັກງານ ທະຫານ, ຕຳຫຼວດ ແລະ ປະຊາຊົນບ້ານເທດສະບານເຂົ້າຮ່ວມ.
ໃນພິທີ ທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງໆຊຽງຮ່ອນ ໄດ້ຂື້ນກ່າວປາໃສ ເຜີຍແຜ່ຜົນສຳເລັດການດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ຄັ້ງທີ VIII ທ່ານໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 30-31 ມັງກອນ 2025 ຜ່ານມາ ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງເຂົ້າຮ່ວມທັງໝົດ121ສະຫາຍ, ຍິງ 11ສະຫາຍ, ທີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ1.532ສະຫາຍ, ຍິງ 439 ສະຫາຍໃນທົ່ວເມືອງຊຽງຮ່ອນ,ມີບັນດາແຂກທີ່ມາຈາກພະແນກການອ້ອມຂ້າງແຂວງ, ຕ່າງເມືອງ ແລະພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ,ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະມີຜົນສຳເລັດຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຄັ້ງທີ VIIIເມືອງຊຽງຮ່ອນໃນຄັ້ງນີ້ໄດ້ພ້ອມກັນສະຫຼູບສັງລວມຄືນຜົນງານທີ່ຍາດມາໄດ້ໃນໄລຍະ5ປີຜ່ານມາ; ເຊິ່ງສາມາດຍົກໃຫ້ເຫັນວ່າການນຳພາດ້ວຍຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວອົງຄະນະພັກເມືອງເຊິ່ງເຮັດໃຫ້ເມືອງຊຽງຮ່ອນມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການພັດທະນາເສດຖະກິດ – ສັງຄົມ ແມ່ນມີບາດກ້າວຂະຫຍາຍຕົວດີຂຶ້ນ, ເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດຫັນເປັນທັນສະໄໝຢ່າງຕັ້ງໜ້າ,ໄປຕາມທິດທາງທີ່ໄດ້ກຳນົດໄວ້. ລວມຍອດມູນຄ່າຜົນຜະລິດພາຍໃນບັນລຸ 873,37ຕື້ກີບ, ສະເລ່ຍໃສຫົວຄົນໜຶ່ງໄດ້ 24.467.793ລ້ານກີບ (ເທົ່າກັບ1.165ໂດລາສະຫະລັດ);
ໂຄງປະກອບເສດຖະກິດຂະຫຍາຍຕົວຕາມຂົງເຂດບັນລຸໄດ້ ດັ່ງນີ້:

  • ຂະແໜງກະສິກໍາຂະຫຍາຍຕົວ12,53%ກວມເອົາ44,47%ຂອງລາຍຮັບທັງໝົດ;
  • ຂະແໜງອຸດສາຫະກໍາຂະຫຍາຍຕົວ4,75%ກວມເອົາ26,07%ຂອງລາຍຮັບທັງໝົດ;
  • ຂະແໜງການບໍລິການຂະຫຍາຍຕົວ1,12%ກວມເອົາ29,45%ຂອງລາຍຮັບທັງໝົດ.
    ພ້ອມດຽວກັນນີ້ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ5ປີນັບແຕ່2024-2029ເຊິ່ງມີເນຶ້ອໃນຕົ້ນຕໍດັ່ງນີ້:
    ສືບຕໍ່ຍຶດໝັ້ນສ້າງເມືອງຊຽງຮ່ອນ ໃຫ້ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງທີ່ໝັ້ນຄົງ, ມີການພັດທະນາຮອບດ້ານ, ຮັບປະກັນໃຫ້ເສດຖະກິດ – ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຄວາມຢູດີກິນດີ, ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸດຕິທຳ ແລະ ມີຄວາມສີວິໄລ.ພາຍໃຕ້ວິໃສທັດທີ່ວ່າ:ສືບຕໍ່ສ້າງເມືອງຊຽງຮ່ອນ ໃຫ້ເປັນເມືອງຜະລິດສະບຽງອາຫານ, ປູກພືດເປັນສິນຄ້າ, ປູກຢາງພາລາເປັນປາຍແຫຼມຕິດພັນກັບການປຸງແຕ່ງເພື່ອສົ່ງອອກ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ສົ່ງເສີມຫັດຖະກໍາ ທີ່ເປັນເອກະລັກຂອງທ້ອງຖິ່ນ”
    ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່, ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 31 ສະຫາຍ, ຍິງ04ສະຫາຍ, ເລືອກເອົາ 27ສະຫາຍ, ຍິງ 04ສະຫາຍເຂົ້າເປັນຄະນະບໍລິຫານງານພັກເມືອງຊຽງຮ່ອນ ຄັ້ງທີVIIIຄື:
    ສະຫາຍ ແສງອາທິດ ລາວເບຼຍຢາທໍ່
    ສະຫາຍ ບຸນຈັນ ແກ້ວວິຊາ
    ສະຫາຍ ສົມບູນ ຂຽວພະນາ
    ສະຫາຍ ສົມບູນ ໄຊວຸດ
    ສະຫາຍ ຜ່ອງ ສິດທິໄຊ
    ສະຫາຍ ບີ ທໍ່
    ສະຫາຍ ພັນ ເລົ່າ
    ສະຫາຍ ບຸນມີ ປັນຍາທອງ
    ສະຫາຍ ພັທ ໄຊຄໍາ ຄອງຕີ
    ສະຫາຍ ໄຊ ແສງມະນີ
    ສະຫາຍ ນ.ບົວລະພອນ ວົງວັນ
    ສະຫາຍ ບຸນເພັງ ອ່ອນສົມລີ
    ສະຫາຍ ນູນ ສິງຄໍາ
    ສະຫາຍ ອິ່ນ ບຸນຍາວົງ
    ສະຫາຍ ອ່ອນແກ້ວ ພອນໄຊ
    ສະຫາຍ ດຣ ພູນສະຫັວນ ສ້ອຍອາລຸນ
    ສະຫາຍ ເບີ້ຍ ເກດສີທອງ
    ສະຫາຍ ພັທ ບຸນເລື່ອນ ແກ້ວເລົ່າວັນ
    ສະຫາຍ ນ.ຄໍາຜີວ ໄຊວຸດ
    ສະຫາຍ ສີເມືອງ ອິນທະວົງ
    ສະຫາຍ ສະຫງັດ ລືຊາ
    ສະຫາຍ ນ.ເໝືອຍ ໄຊວຸດ
    ສະຫາຍ ໝັ້ນ ຄົງໝັ້ນ
    ສະຫາຍ ສັງວານ ແສງຍອດ
    ສະຫາຍ ຈໍາປາ ທອງເທພາ
    ສະຫາຍ ບັນຊາ ເງິນງາມ
    ສະຫາຍ ນ.ສົມສາຍ ບຸດສິດ
    ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນແລະສຳຮອງໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີVIIIເຊິ່ງມີຜູ້ອອກສະໝັກ 21 ສະຫາຍ, ຍິງ 2ສະຫາຍ
    ເລືອກຕັ້ງກຳມະການປະຈຳພັກເມືອງ ມີຜູ້ອອກສະໝັກ 11 ສະຫາຍ ເລືອກເອົາ 9 ສະຫາຍຄື:
    ສະຫາຍ ແສງອາທິດ ລາວເບຼຍຢາທໍ່
    ສະຫາຍ ບຸນຈັນ ແກ້ວວິຊາ
    ສະຫາຍ ສົມບູນ ຂຽວພະນາ
    ສະຫາຍ ບຸນມີ ປັນຍາທອງ
    ສະຫາຍ ພັນ ເລົາ
    ສະຫາຍ ບີ ທໍ່
    ສະຫາຍ ພັທ ໄຊຄໍາ ຄອງຕີ
    ສະຫາຍ ສົມບູນ ໄຊວຸດ
    ສະຫາຍ ຜ່ອງ ສິດທິໄຊ
    ໄດ້ເປັນເອກະສັນລົງປະຊາມະຕິຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງດັ່ງນີ້:
    ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເປັນເລຂາຄະນະບໍລິຫານງານພັກເມືອງ
    ສະຫາຍ ບຸນຈັນ ແກ້ວວິຊາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
    ສະຫາຍ ສົມບູນ ຂຽວພະນາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ
    ເລືອກຕັ້ງປະທານແລະຮອງປະທານກວດກາຄື:
    ສະຫາຍ ບີ ທໍ່ ເປັນປະທານຄະນະກວດກາພັກເມືອງ
    ສະຫາຍ ຈໍາປາ ທອງເທພາ ເປັນຮອງປະທານຄະນະກວດກາພັກເມືອງ
    ສະຫາຍ ສົມນັດ ຍົດສະກຸນ ເປັນຮອງປະທານຄະນະກວດກາພັກເມືອງ
    ກອງປະຊຸມໃຫຍ່ຂອງພວກເຮົາໄດ້ຮັບຟັງການໂອ້ລົມຈາກສະຫາຍພົງສະຫວັນສິດທະວົງກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໄຊຍະບູລີ. ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ. ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກ, ພະນັກງານແລະປະຊາຊົນບັນດາເຜົ່າສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVIIແລະປະຕິບັດໜ້າທີ່ການເມືອງທັງຍາດໄດ້ຜົນສຳເລັດຫຼາຍດ້ານພ້ອມດຽວກັນນີ້; ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງແລະໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານໃນທາງທີ່ສ້າງສັນ. ທັງມີຄວາມເຊືຶ່ອໝັ້ນຕໍ່ຄະນະພັກຊຸດໃໝ່ທີ່ຈະສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVIIIໃຫ້ມີຜົນງານຢ່າງມີໄຊຍິ່ງໃຫຍ່ກວ່າເກົ່າ.
    ໂດຍ ຖວທເມືອງຊຽງຮ່ອນ

ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *