ເມືອງຊຽງຮ່ອນຈັດພິທີສອບເສັງນັກຮຽນເກັ່ງທົ່ວເມືອງປະຈຳສົກຮຽນ 2024-2025.

ກົດແຊຣ໌

ໃນວັນທີ 13 ກຸມພາ 2025ນີ້ ຢູ່ທີ່ສະໂມສອນຫ້ອງການສຶກສາທິການເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີສອບເສັງແຂ່ງຂັນນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງ ປະຈຳສົກຮຽນ 2024-2025 ຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ມີຄະນະຈາກຫ້ອງການສຶກສາທິການ ແລະ ກິລາເມືອງຊຽງຮ່ອນ, ຜູ້ອຳນວຍການໂຮງຮຽນ, ຄູ – ອາຈານ, ຄະນະກຳມະການຈັດການສອບເສັງ ແລະຕົວແທນນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ການແຂ່ງຂັນສອບເສັງ ນັກຮຽນເກັ່ງສາຍສາມັນສຶກສາທົ່ວເມືອງ ປະຈຳສົກຮຽນ 2024 – 2025 ມີຕົວແທນນັກຮຽນເກັ່ງຈາກໂຮງຮຽນປະຖົມ 6 ກຸ່ມໂຮງຮຽນ ແລະ ກຸ່ມມັດທະຍົມສຶກສາ 3 ແຫ່ງ ໃນນັ້ນມີນັກຮຽນເກັ່ງ: ຊັ້ນປະຖົມ ປ.5 ຈໍານວນ 18 ນ້ອງ, ຍິງ 13 ນ້ອງ, ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ຈໍານວນ 20 ນ້ອງ, ຍິງ 14 ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ຈໍານວນ 16 ນ້ອງ, ຍິງ 6 ນ້ອງ ວິຊາທີ່ສອບເສັງປະກອບມີ 7 ວິຊາຄື: ຊັ້ນປະຖົມມີ 3 ວິຊາ ວິຊາພາສາລາວ, ວິຊາຄະນິດສາດ, ວິຊາໂລກອອ້ມຕົວ, ຊັ້ນມັດທະຍົມຕອນຕົ້ນແລະ ຊັ້ນມັດທະຍົມຕອນປາຍ ມີ 4 ວິຊາ ຄື: ວິຊາ ພາສາລາວ – ວັນນະຄະດີ, ວິຊາ ຄະນິດສາດ, ວິຊາ ເຄມີສາດ, ວິຊາ ຟີຊິກສາດ, ການສອບເສັງແຂ່ງຂັນໃນຄັ້ງນີ້ຈະໄດ້ຄັດເລືອກເອົາຕົວແທນນັກຮຽນເກັ່ງຂອງເມືອງເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບແຂວງ ຈຳນວນ 11 ນ້ອງໃນນັ້ນ ຊັ້ນປະຖົມ 3 ນ້ອງ ຊັ້ນມັດທະຍົມຕອນຕົ້ນ 4 ນ້ອງ ແລະ ຊັ້ນມັດທະຍົມຕອນປາຍ 4 ນ້ອງ. ຜ່ານການສອບເສັງສາມາດສະຫຼຸບຜົນການສອບເສັງໄດ້ດັ່ງນີ້:
ຊັ້ນປະຖົມສຶກສາ ວິຊາຄະນິດສາດ ອັນດັບທີ 1 ນາງ ອັນນາ ຫອມຈັນ ກຸ່ມປະຖົມຊຽງຮ່ອນ
ຊັ້ນປະຖົມສຶກສາ ວິຊາພາສາລາວ ອັນດັບທີ 1 ນາງ ທິບດາວັນ ນັນຕະລັດ ກຸ່ມປະຖົມຊຽງຮ່ອນ
ຊັ້ນປະຖົມສຶກສາ ວິຊາໂລກອ້ອມໂຕ ອັນດັບທີ 1 ທ້າວ ສອນທະວີ ກຸ່ມປະຖົມລາວສະໂນ
ຊັ້ນມັດທະຍົມສຶກສາຕອນຕົ້ນ ວິຊາ ຄະນິດສາດ ອັນດັບທີ 1 ທ້າວ ນູຕົງ ເຮີ ມສ ທົ່ງກາບ
ຊັ້ນມັດທະຍົມສຶກສາຕອນຕົ້ນ ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ບຸນມີ ມສ ທົ່ງກາບ
ຊັ້ນມັດທະຍົມສຶກສາຕອນຕົ້ນ ວິຊາ ເຄມີສາດ ອັນດັບທີ 1 ທິບປະກາຍວັນ ປັນຍາແກ້ວ ມສ ຊຽງຮ່ອນ
ຊັ້ນມັດທະຍົມສຶກສາຕອນຕົ້ນ ວິຊາຟີຊິກສາດ ອັນດັບທີ 1 ນາງ ເພັດສະໜອນ ວົງສົມບັັດ ມສ ຊຽງຮ່ອນ
ຊັ້ນມັດທະຍົມສຶກສາຕອນປາຍ ວິຊາຄະນິດສາດ ອັນດັບທີ 1 ທ້າວ ຢີ ວ້າ ມສ ທົ່ງກາບ
ຊັ້ນມັດທະຍົມສຶກສາຕອນປາຍ ວິຊາພາສາລາວ ອັນດັບທີ 1 ນາງ ຈັນທະພອນ ຄອມລາດ ມສ ທົ່ງກາບ
ຊັ້ນມັດທະຍົມສຶກສາຕອນປາຍ ວິຊາເຄມີສາດ ອັນດັບທີ 1 ນາງ ເມດີ ສີທາລັກ ມສ ຊຽງຮ່ອນ
ຊັ້ນມັດທະຍົມສຶກສາຕອນປາຍ ວິຊາຟີຊິກສາດ ອັນດັບທີ 1 ທ້າວ ທາດແຈ້ງ ຊົງ ມສ ທົ່ງກາບ.
ທີ່ຈະເປັນຕົວແທນຂອງເມືອງເຂົ້າຮ່ວມການສອບເສັງແຂ່ງຂັນໃນລະດັບແຂວງ. ການແຂ່ງຂັນສອບເສັງ ນັກຮຽນເກັ່ງສາຍສາມັນສຶກສາ ໃນຄັ້ງນີ້ກໍ່ແມ່ນເພື່ອເປັນການສ້າງໂອກາດໃຫ້ນ້ອງນັກຮຽນໄດ້ສະແດງອອກທາງດ້ານພອນສະຫວັນ, ຄວາມຮູ້ຄວາມສາມາດ, ຫົວຄິດປະດິດສ້າງຂອງຕົນ, ເພື່ອສ້າງຂະບວນການແຂ່ງຂັນຮຽນດີ-ຮຽນເກັ່ງ, ເປັນການເປີດໂອກາດໃຫ້ ຄູອາຈານ – ນ້ອງນັກຮຽນເກັ່ງ ແຕ່ລະໂຮງຮຽນ ໄດ້ພົບປະແລກປ່ຽນບົດຮຽນ ດ້ານການສຶກສາຮໍ່າຮຽນ ລະຫວ່າງ ໂຮງຮຽນແຕ່ລະແຫ່ງທົ່ວເມືອງ ແລະ ທັງເປັນການປັບປຸງຄຸນນະພາບການສຶກສາໃຫ້ນັບມື້ນັບດີຂື້ນ.
ໂດຍ: ຖວທເມືອງຊຽງຮ່ອນ.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *