ເມືອງຊຽງຮ່ອນຈັດກອງປະຊຸມອົງການປົກຄອງເມືອງ

ກົດແຊຣ໌

ກອງປະຊຸມອົງການປົກຄອງເມືອງປະຈໍາເດືອນພຶດສະພາ ແລະທິດທາງແຜນການເດືອນມິຖຸນາປີ 2024 ໄດ້ຈັດຂື້ນໃນວັນທີ 23 ພຶດສະພາ 2023ນີ້ ຢູ່ທີ່ສະໂມສອນຂອງເມືອງ ຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີຄະນະປະຈຳ ກຳມະການພັກເມືອງ ຫົວໜ້າຫ້ອງການ ກົມກອງອ້ອມຂ້າງເມືອງ ແລະ ອົງການປົກຄອງບ້ານທົ່ວເມືອງເຂົ້າຮ່ວມ.

ໃນໄລຍະ 1ເດືອນຜ່ານມາ ເຖິງແມ່ນວ່າເມືອງຊຽງຮ່ອນຂອງພວກເຮົາພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທັງທາງກົງ ແລະ ທາງອ້ອມ ເປັນຕົ້ນແມ່ນອັດຕາເງິນເຟີ້, ລາຄາສິນຄ້າສູງຂຶ້ນບວກກັບໄພພິບັດທໍາມະຊາດເຊິ່ງສົ່ງຜົນເສຍຫາຍຢ່າງໜັກໜ່ວງ; ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງອົງການປົກຄອງເມືອງຊຽງຮ່ອນ ເຮັດໃຫ້ເມືອງຍັງສາມາດຮັກສາສະຖຽນລະພາບທາງດ້ານການເມືອງໄວ້ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບັນດາຄາດໝາຍສູ້ຊົນຂອງຂະແໜງການຂັ້ນຕ່າງໆຈຳນວນໜຶ່ງ ໄດ້ບັນລຸຕາມແຜນທີ່ວາງໄວ້. ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:ທົ່ວເມືອງຊຽງຮ່ອນສາມາດຮັກສາໄດ້ຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປ້ອງກັນ ແລະ ສະກັດກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວຕາມແນວຊາຍແດນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຢ່າງແຂງແຮງ ໃນ 1 ເດືອນຜ່ານມາສາມາດກັກຕົວຜູ້ກະທຳຜິດທັງໝົດ 4ກໍລະນີ, ນໍາຕົວຜູ້ຖືກຫາມາດໍາເນີນຄະດີ 12ຄົນ, ໃນຂໍ້ຫາ: ເສບຢາເສບຕິດ 7ຄົນ, ດື້ດ້ານ 3 ຄົນ, ອາລະວາດຄອບຄົວ 1 ຄົນແລະ ລັກຊັບພົນລະເມືອງ1 ຄົນ. ວຽກງານເສດຖະກິດ.ໃນໄລຍະ 1 ເດືອນຜ່ານມາ ໄດ້ສຸມໃສ່ຈັດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ162.932.000ລ້ານກີບ, ເປັນລາຍຮັບສ່ວຍສາອາກອນ 147.060.000 ກີບ, ລາຍຮັບຊັບສິນຂອງລັດ 15.872.000ກີບ, ລວມລາຍຮັບມາຮອດປັດຈຸບັນໄດ້ທັງໝົດ2.769 ລ້ານກວ່າກີບເທົ່າກັບ 75,46% ຂອງແຜນການປີ; ປະຕິບັດຄຸ້ມຄອງລາຍຈ່າຍ 344.934.000 ກີບ. ໄດ້ຕິດຕາມຊຸກຍູ້ການຜະລິດສະບຽງອາຫານ, ການຜະລິດເປັນສິນຄ້າຂອງປະຊາຊົນ ຕິດພັນກັບການກະກຽມຕ້ານແລ້ງ-ຕ້ານຖ້ວມເຊິ່ງມາຮອດປັດຈຸບັນແມ່ນສາມາດເກັບກູ້ຜົນຜະລິດລະດູ ແລ້ງ ໄດ້ສໍາເລັດ 100% ໂດຍສະເພາະແມ່ນເຂົ້ານາແຊງ ໃນເນື້ອທີ່385,50 ເຮັກຕາ, ຜົນຜະລິດ 1.792,58 ໂຕນ ສະມັດຕະພາບ 4,65 ໂຕນ/ເຮັກຕາ. ພ້ອມນັ້ນ, ຊຸກຍູ້ຂະບວນການຜະລິດລະດູຝົນ ຄືສໍາເລັດການປູກມັນຕົ້ນ 40% ເທົ່າ 1.600 ເຮັກຕາ ແລະ ຕິດຕາມການຕົກກ້າເຂົ້ານາປີ ສໍາເລັດ 30% ເທົ່າກັບ 197,92 ເຮັກຕາ ຂອງເນື້ອທີ່ການຜະລິດ.ດ້ານວັດທະນະທໍາ-ສັງຄົມ ເອົາໃຈໃສ່ໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ຜ່ານສະຖານີວິທະຍຸ, ໂທລະໂຄ່ງ ແລະ ສື່ອອນລາຍຢ່າງກວ້າງຂວາງ ໄດ້ສົມທົບກັບ ປກສ ລົງກວດກາຮ້ານກິນດື່ມ ແລະ ຮ້ານບັນເທີງໄດ້ 04 ຮ້ານ ຈັດຕັ້ງການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນ ປະຖົມສາຍສາມັນສຶກສາ ພ້ອມທັງລົງຕິດຕາມການສອບເສັງຢູ່ແຕ່ລະໂຮງຮຽນ, ຈັດຕັ້ງການສອບເສັງຊັ້ນມັດທະຍົມ ເອົາໃຈໃສ່ສັກຢາກັນພະຍາດຮອບປົກກະຕິ, ດຳເນີນການສັກຢາກັນພະຍາດ ໝາກແດງນ້ອຍ ແລະ ໝາກແດງໃຫຍ່ ຢູ່ຂັ້ນເມືອງ ຢູ່ບັນດາໂຮງໝໍນ້ອຍພາຍໃນເມືອງ ແລະ ເອົາໃຈໃສ່ປັບປຸງການປິ່ນປົວ ແລະ ການບໍລິຫານດ້ານສາທາລະນະສຸກຢ່າງທົ່ວເຖິງ ພ້ອມກັນນັ້ນກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຕີລາຄາ 6 ບັນຫາຄື: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງງານແຜນການ ແລະ ການລົງທຶນ,ວຽກໂຍທາທິການ ແລະ ຂົນສົ່ງ, ວຽກງານກະສິກຳແລະ ປ່າໄມ້, ວຽກພະລັງງານ ແລະ ບໍ່ແຮ່, ວຽກງານສຶກສາທິການແລະ ກິລາ, ວຽກງານສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ການຈັດຕັ້ງປະຕິບັດຜ່ານມາແລະ ທິດທາງແຜນການໃນຕໍ່ໜ້າອິກດ້ວຍ.

ໂດຍ: ດອນ ຂຽວພະນາ ຖວທ ມ ຊຽງຮ່ອນ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *