ເມືອງຊຽງຮ່ອນຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີີ 2024 ແລະ ແນະນໍາແຜນການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳປີ 2025




ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2024 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານປີ 2025 ຂອງເມືອງ ໄດ້ຈັດຂື້ນໃນ ວັນທີ 6 ກຸມພາ 2025ນີ້ ຢູ່ທີສະໂມສອນຂອງເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ສຸລະຈິດ ສິງຫາລາດ ຮອງຫົວໜ້າຫ້ອງການການເງິນເມືອງ ເປັນກຽດເຂົ້າຮ່ວມຂອງທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າການເຈົ້າເມືອງໆຊຽງຮ່ອນ ມີບັນດາທ່ານກຳມະການປະຈຳພັກເມືອງ ຫົວໜ້າຫ້ອງການ, ນັກທຸລະກິດ,ອຳນາດການປົກຄອງບ້ານ,ວິຊາການການເງິນສຳນັກງານຫ້ອງການກົມກອງ ຕະຫຼອດຮອດການເງິນຂັ້ນບ້ານພາຍໃນເມືອງເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ສຸລະຈິດ ສິງຫາລາດ ຮອງຫົວໜ້າຫ້ອງການການເງີນເມືອງໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານງົບປະມານແຫ່ງລັດປະຈຳປີ 2024 ແລະ ແນະນໍາການຈັດຕັ້ງປະຕິບັດແຜນງົບປະມານປີ 2025 ການຈັດຕັ້ງປະຕິບັດໃນສົກງົບປະມານຜ່ານມາ ໂດຍໄດ້ຮັບຕົວເລກແຜນງົບປະມານຈາກພະແນກການເງິນແຂວງ ຕາມແຜນທັງໝົດ 3.669.500.000 ກີບ ແຜນດັດແກ້ 3.662.135.000 ກີບ ທຽບໃສ່ແຜນການປີຜ່ານມາ ເພີ່ມຂື້ນ 5,56% ເປັນເງິນ 192.963.000 ກີບ ການຈັດຕັ້ງບັດຈັດເກັບລາຍຮັບໄດ້ທັງໝົດ 6.940.754.000 ກີບ ເທົ່າກັບ 189,15% ຂອງແຜນການເບື້ອງຕົ້ນ ໃນນັ້ນຮັບຈາກສວຍອາກອນ 3.569.500.000 ກີບ, ຈັດຕັ້ງປະຕິບັດໄດ້ 6.818.406.000 ກີບ ເທົ່າກັບ 191,02%, ຮັບຈາກການຄຸ້ມຄອງສັບສິນ ແຜນການ 100.000.000 ກີບປະຕິບັດໄດ້ 122.000.000 ກີບ ເທົ່າກັບ122,35% ສ່ວນແຜນລາຍຈ່າຍທົ່ວເມືອງທັງໝົດ 3.207.000.000 ກີບ ຈັດຕັ້ງປະຕິບັດໄດ້ 3.207.439.809 ກີບ ເທົ່າກັບ 100,17% ລາຍຈ່າຍພາກ 62 ເງິນບໍລິຫານລັດ ແຜນການ 2.631.120.000 ກີບ ຈັດຕັ້ງປະຕິບັດໄດ້ 2.623.755.000 ກີບ ເທົ່າກັບ 99,72% ,ລາຍຈ່າຍພາກ 63 ເງິນດັດສົມສົ່ງເສີມ ແຜນການ 570.760.000 ກີບຈັດຕັ້ງປະຕິບັດໄດ້ 583.648.809 ກີບ ເທົ່າກັບ 102,26% ແລະດ້ານການດຸນດ່ຽງຈາກແຂວງ 467.620.000 ກີບ. ພ້ອມກັນນັ້ນຍັງໄດ້ຍົກໃຫ້ເຫັນດ້ານດີດ້ານອ່ອນຂໍ້ຄົງຄ້າງ ແລະບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ. ຈາກນັ້ນຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເປັນຕົ້ນແມ່ນການຈັດເກັບລາຍຮັບຂອງງົບປະມານ ແລະ ລາຍຈ່າຍຂອງງົບປະມານແຫ່ງລັດປະຈຳເມືອງ ໃນສົກປີຜ່ານມາ ແລະ ຍັງໄດ້ວາງທິດທາງແຜນການການຈັດເກັບລາຍຮັບຂອງງົບປະມານໃນສົກຕໍ່ໄປໃຫ້ໄດ້ຕາມລະດັບຄາດໝາຍ.ໃນກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ບັນດາຫ້ອງການ, ອົງການ, ກົມກອງ ແລະ ບ້ານທີ່ຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນ ຈຳນວນ 12 ຫ້ອງການ ແລະ 13 ບ້ານ. ຕອນທ້າຍທ່ານ ແສງອາທິດ ລາວເບຼຍຢາທໍ່ ວ່າເຈົ້າເມືອງຊຽງຮ່ອນ ຍັງໄດ້ໂອ້ລົມໃຫ້ຄຳຄິດຄຳເຫັນໃນການຈັດຕັ້ງປະຕິບັດວຽກງານແຜນງົບປະມານຂອງເມືອງເພື່ອການພັດທະນາ ແລະ ການສະໜອງລາຍຮັບ-ລາຍຈ່າຍອັນຈຳເປັນໃນປະຈຸບັນໂດຍທ່ານໄດ້ເໜັນໜັກໃຫ້ຂະແໜງການທີ່ກ່ຽວຂ້ອງຕ້ອງໄດ້ພ້ອມກັນສຸມໃສ່ເປັນຕົ້ນແມ່ນການຂຸດຂົ້ນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ເພີ່ມຂື້ນ, ຕ້ອງໄດ້ເປັນເຈົ້າການຄົ້ນຄວ້າກຳແໜ້ນ ບັນດານິຕິກຳລະບຽບການຕ່າງໆເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ຊອດຄ່ອງ, ຫັນການຄຸ້ມຄອງການເກັບລາຍຮັບເຂົ້້າສູ່ລະບົບທັນສະໃໝ່ເຂົ້າໃນການຈັດເກັບລາຍຮັບເປັນກ້າວໆ, ເອົາໃຈໃສ່ເປັນເຈົ້າການຂອງຂະແໜງການຕ່າງໆທີ່ຮັບຜິດຊອບໃນການຈັດເກັບລາຍຮັບຕ່າງໆເຂົ້າງົບປະມານຢ່າງຄົບຖ້ວນ ແລະ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງລາຍຈ່າຍໃຫ້ຫັນເຂົ້າສູ່ລະບຽບການເທື່ອລະກ້າວ. ຂ່າວໂດຍ: ຖວທເມືອງຊຽງຮ່ອນ.