ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນຄັ້ງທີ VIII ໄດ້ປະຊາມະຕິເລືອກເອົາສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເປັນເລຂາຄະນະບໍລິຫານງານພັກເມືອງ

ກົດແຊຣ໌

ກອງປະຊຸມໃຫຍ່ຄັ້ງທີ VIII ຜູ້ແທນອົງຄະນະພັກເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ອັດລົງດ້ວຍຜົນສໍາເລັດຢ່າງສະຫງ່າງາມ, ພາຍຫຼັງໄດ້ດໍາເນີນໃນລະຫວ່າງວັນທີ 30 – 31 ມັງກອນ 2025 ຢູ່ສະໂມສອນເມືອງ, ໂດຍການເປັນປະທານຂອງສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ, ມີຮອງເລຂາພັກແຂວງ, ມີກໍາມະການປະຈຳພັກແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ມີນັກທຸລະກິດ, ຜູ້ປະກອບການ, ແຂກເຊີນຈາກເມືອງອ້ອມຂ້າງ ແລະຜູ້ແທນສົມບູນຈໍານວນ 121 ສະຫາຍ, ທີ່ມາຈາກຄະນະພັກຮາກຖານ ແລະໜ່ວຍພັກທົ່ວເມືອງທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 1.532 ສະຫາຍ.
ກອງປະຊຸມຄັ້ງນີ້ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ VIII, ໂດຍມີຜູ້ອອກຮັບສະໝັກເລືອກຕັ້ງ 31 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 27 ສະຫາຍ, ຍິງ 4 ສະຫາຍ, ທັງປ່ອນບັດເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີVIII,ຈໍານວນ 17 ສະຫາຍ, ຍິງ 1 ສະຫາຍແລະຜູ້ແທນສໍາຮອງ 2 ສະຫາຍ, ຍິງ 1 ສະຫາຍ. ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກເມືອງຊຽງຮ່ອນສະໄໝທີ VIII ໄດ້ເປັນເອກະສັນຮັບຮອງເອົາຄະນະປະຈໍາພັກເມືອງ 9 ສະຫາຍ, ໂດຍເຫັນດີເລືອກເອົາສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ບຸນຈັນ ແກ້ວວິຊາ ແລະ ສະຫາຍ ສົມບູນ ຂຽວພະນາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາສະຫາຍ ບີ ທໍ່ ເປັນປະທານກວດກາພັກເມືອງ, ສະຫາຍ ຈຳປາ ທອງເທທາ ແລະ ສະຫາຍ ສົມນັດ ຍົດສະກຸນ ເປັນຮອງປະທານຄະນະກວດກາພັກເມືອງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊຽງຮ່ອນໃນຄັ້ງນີ້, ໄດ້ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງຊຸດທີVIII ໂດຍຕີລາຄາສູງຕໍ່ຄວາມເປັນເຈົ້າການໃນການເສີມຂະຫຍາຍມູນເຊື້ອແລະບົດຮຽນຂອງຄະນະພັກຊຸດຜ່ານມາ, ສາມາດນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີVII ຂອງຕົນໂດຍມີຜົນສໍາເລັດ ແລະຮັບຮອງເອົາຄາດໝາຍໃໝ່ທີ່ສໍາຄັນເພື່ອສູ້ຊົນຈັດຕັ້ງປະຕິບັດແຕ່ປີ 2025 ຮອດປີ 2029. ຮັບປະກັນສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສ້າງທຸກເງື່ອນໄຂເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວຕໍ່ເນື່ອງສະເລ່ຍໃນລະດັບ 6,21% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ສະເລ່ຍບັນລຸໄດ້ 1.221 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 31 ລ້ານກີບ ຫຼື ເທົ່າກັບ 1.481 ໂດລາສະຫະລັດ ໂຄງປະກອບເສດຖະກິດໃຫ້ຂະຫຍາຍຕົວດັ່ງນີ້: ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 9,66%ຕໍ່ປີ ກວມເອົາ 60,32%, ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 3,29% ຕໍ່ປີ ກວມເອົາ 20,36%, ຂະແໜງການບໍລິການ ຂະຫຍາຍຕົວສະເລ່ຍ 1,48% ຕໍ່ປີ ກວມເອົາ 19,32% ແລະສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ຕົວຊີ້ບອກ ແລະ ເປົ້າໝາຍສະຫັດສະຫັວດດ້ານດານພັດທະນາຂອງເມືອງໃຫ້ສຳເລັດ, ອາຍຸຍືນສະເລ່ຍຂອງປະຊາຊົນໃຫ້ໄດ້ສູງກວ່າ 68 ປີ, ສຸມທຸກເງື່ອນໄຂໃຫ້ເມືອງ ສືບຕໍ່ສ້າງເມືອງຊຽງຮ່ອນ ໃຫ້ເປັນເມືອງຜະລິດສະບຽງອາຫານ, ປູກພືດເປັນສິນຄ້າ, ປູກຢາງພາລາເປັນປາຍແຫຼມ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ ເປັນມິດກັບສິ່ງແວດລ້ອມ ແລະ ສົ່ງເສີມຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ໄດ້ຕາມລະດັບຄາດໝາຍ. ສືບຕໍ່ຫັນພະນັກງານນໍາພາ, ຄຸ້ມຄອງລົງກໍ່ສ້າງຮາກຖານການເມືອງໃຫ້ຫຼາຍຂື້ນ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງໄຊຍະບູລີ ກໍໄດ້ໃຫ້ກຽດໂອ້ລົມແລະຊີ້ທິດເຍືອງທາງຕໍ່ຄະນະບໍລິຫານງານພັກເມືອງຊຽງຮ່ອນຊຸດໃໝ່ ຕ້ອງໄດ້ເອົາໃຈໃສ່ເປັນຕົ້າແມ່ນ: ຄະນະພັກຂັ້ນຕ່າງໆ ຕ້ອງຖືສໍາຄັນໃນການຄົ້ນຄວ້າ, ເຊື່ອມຊຶມກໍາແໜ້ນ, ມີຄວາມເປັນເອກະພາບສູງ ແລະ ຮູ້ຜັນຂະຫຍາຍ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ນໍາພາຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ, ສືບຕໍ່ນໍາພາ-ຊີ້ນໍາໂດຍກົງຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ໂດຍການເອົາໃຈໃສ່ສຶຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍ່າຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ, ມີສະຕິຕໍ່ການປັ່ນປ່ວນມ້າງເພ ໂດຍການສວຍໃຊ້ບັນຫາຊົນເຜົ່າ, ບັນຫາສາສະໜາ, ຢາເສບຕິດ ແລະ ປະກົດການຫຍໍ້ທໍ້ອື່ນໆ, ສູ້ຊົນປະຕິບັດຍຸດທະສາດການພັດທະນາເມືອງ ໃນ 5 ປີຕໍ່ໜ້າທີ່ໄດ້ກໍານົດໄວ້ວ່າ” ສ້າງເມືອງຊຽງຮ່ອນໃຫ້ເປັນເມືອງຜະລິດສະບຽງອາຫານ, ປູກພືດເປັນສິນຄ້າ, ປູກຢາງພາລາເປັນປາຍແຫຼມ ຕິດພັນກັບການປຸງແຕ່ງເພື່ອສົ່ງອອກ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ສົ່ງເສີມຫັດຖະກຳທີ່ເປັນເອກະລັກຂອງທ້ອງຖິ່ນ ໃຫ້ປະກົດຜົນເປັນຈິງ, ສູ້ຊົນ ເຮັດໃຫ້ການເຕີບໂຕທາງດ້ານເສດຖະກິດສະເລ່ຍໃຫ້ໄດ້6,21% ຕໍ່ປີ ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ, ຮອດປີ 2029 ລາຍຮັບສະເລ່ຍໃສ່ຫົວຄົນໜື່ງໃຫ້ໄດ້31,11ລ້ານກີບຕໍ່ຄົນຕໍ່ປີ, ສືບຕໍ່ການປັບປຸງລະບົບການເມືອງ, ການສ້າງພັກ-ພະນັກງານເນັ້ນຄຸນນະພາບເປັນກົກຮັບເອົາຜູ້ທີ່ດີເດັ່ນ, ມີມາດຖານ ແລະ ມີເງື່ອນໄຂຄົບຖ້ວນເຂົ້າພັກ, ສ້າງໃຫ້ມີພະນັກງານຜູ້ຫ້າວຫັນ, ໜຸ່ມແໜ້ນ, ມີຄວາມຮູ້ຄວາມສາມາດ ສືບທອດປຽ່ນແທນ, ສືບຕໍ່ນໍາພາການພັດທະນາຊັບພະຍາກອນມະນຸດຖືເອົາວຽກງານການສຶກສາເປັນໃຈກາງ, ກໍ່ສ້າງ ແລະ ພັດທະນາຄົນເພື່ອຍົກສູງຄວາມສາມາດໃນທຸກດ້ານ; ສ້າງຄວາມສະເໝີພາບລະຫວ່າງບົດບາດຍິງ-ຊາຍໃຫ້ສູງຂຶ້ນ, ພ້ອມດຽວກັນນັ້ນກໍ່ຕ້ອງພັດທະນາວຽກງານສາທາລະນະສຸກໃຫ້ປະຊາຊົນໄດ້ຮັບການບໍລິການໃຫ້ທົ່ວເຖິງ, ວັດທະນະທຳຂອງເມືອງ ຍັງຄົງຮັກສາມູນເຊື້ອອັນດີງາມສົມທົບກັບການຮັບເອົາວັດທະນະທຳທີ່ກ້າວໜ້າ, ຮັກສາໄວ້ຄຸນຄ່າວັດທະນະທໍາແຫ່ງຊາດ ແລະ ສຸມໃສ່ພັດທະນາການທ່ອງທ່ຽວໃນເຊີງອານຸລັກແບບຍືນຍົງ, ສ້າງ ແລະ ພັດທະນາສີມືແຮງງານໃຫ້ເປັນມືອາຊີບ ແລະ ຕອບສະໜອງແຮງງານຢູ່ພາຍໃນໄດ້ຢ່າງພຽງພໍ.
ໂດຍ: ຖວທເມືອງຊຽງຮ່ອນ 55443362.


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *