ເປົ້າໝາຍທີ 03: ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ
ຂໍ້ມູນ 6 ເດືອນ ຕົ້ນປີ 2021
1.ພັດທະນາຊິວີດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃຫ້ໄດ້ຮັບການປັບປຸງດີຂຶ້ນ.
ການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ເປັນວຽກງານ ໜຶ່ງທີ່ອົງການປົກຄອງເມືອງໄດ້ເອົາໃຈໃສ່ເປັນພິເສດ ໂດຍສະເພາະການຊຸກຍູ້ສົ່ງເສີມການຜະລິດ ເປັນສິນຄ້າໃຫ້ແກ່ປະຊາຊົນບັນດາເຜົ່າເພື່ອແກ້ໄຂຄວາມທຸກຫຍາກ ສັງລວມຂໍ້ມູນການລົງກວດກາປະເມີນມາດຖານຄອບຄົວພົ້ນທຸກ ແລະ ມາດຖານພັດທະນາຕາມດໍາລັດ 348/ລບ ຈໍານວນ 42 ບ້ານ ມີ 6.779 ຄອບຄົວ, ຈໍານວນພົນລະເມືອງ 34.627 ຄົນ, ຍິງ 17.086 ຄົນ, ຄອບຄົວພົ້ນທຸກ 5.689 ຄອບຄົວ, ຄອບ ຄົວບໍ່ພົ້ນທຸກ 1.096 ຄອບຄົວ, ບ້ານພັດທະນາ 25 ບ້ານ, ຄອບຄົວພັດທະນາ 4.999 ຄອບຄົວ, ຄອບຄົວບໍ່ພັດທະພັດນາ 1.780 ຄອບຄົວ ແລະ ບ້ານທຸກຍາກ 14 ບ້ານ; ຕິດຕາມ ຊຸກຍູ້ການເຄື່ອນໄຫວການຈັດຕັ້ງປະຕິບັດກອງທືນພັດທະນາບ້ານ ແລະ ກຸ່ມການຜະລິດ ເປັນປົກກະຕິ
2. ພື້ນຖານໂຄງລ່າງບໍລິການທາງດ້ານສາທາລະນຸປະໂພກ ໄດ້ຮັບການປັບປຸງ ແລະ ສະໜອງໃຫ້ປະຊາຊົນຢ່າງທົ່ວເຖິງ.
- ໂຄງການກໍ່ສ້າງເສັ້ນທາງແຕ່ບ້ານຫົວເມືອງຫາປາກເປັດ ລວມມູນຄ່າຂອງໂຄງການ 15,642 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 21,27% ;
- ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນເສັ້ນທາງຊອຍຜັງເມືອງ II ລວມມູນຄ່າຂອງໂຄງການ 6,506 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 29,88%;
- ໂຄງການກໍ່ສ້າງເສັ້ນທາງເບຕົງ ທາງຊອຍບ້ານປ່າຫວ້ານ ລວມມູນຄ່າຂອງໂຄງການ 483 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 70%;
- ໂຄງການກໍ່ສ້າງລະບົບນ້ຳປະປາພື້ນທີ່ທົງກາບ ລວມມູນຄ່າຂອງໂຄງການ 991 USD ມາຮອດປະຈຸບັນມີຄວາມຄືບໜ້າ 30,24%;
- ໂຄງການສ້ອມແປງຂົວເບເລ່ຂ້າມນ້ຳເປັດ ລວມມູນຄ່າຂອງໂຄງການ 633 ລ້ານກີບ ປະຈຸບັນແມ່ນກຳລັງເຮັດເອກະສານສັນຍາ;
- ໂຄງການກໍ່ສ້າງຂົວຂ້າມນ້ຳງື່ມບ້ານປ່າຫວ້ານໂດຍທຶນປະຊາຊົນ 100% ລວມມູນຄ່າຂອງໂຄງການ 130 ລ້ານກີບ ມາຮອດປະຈຸບັນມີຄວາມຄືບໜ້າ 85%;
- ໂຄງການກໍ່ສ້າງຂົວຂ້າມນ້ຳມ່າວບ້ານແກ່ນໂດຍທຶນປະຊາຊົນ 100% ລວມມູນຄ່າຂອງໂຄງການ 130 ລ້ານກີບ ມາຮອດປະຈຸບັນສຳເລັດ 100%;
- ໂຄງການກໍ່ສ້າງຍົກລະດັບວາງທໍ່ເສັ້ນທາງຜັງບ້ານແກສີພົມ ລວມມູນຄ່າຂອງໂຄງການ 344 ລ້ານກີບ ໃນນັ້ນທຶນຂອງປະຊາຊົນ 300 ລ້ານກີບ ແລະ ບໍລິສັດຊ່ວຍ 44 ລ້ານກີບ ມາຮອດປະຈຸບັນສຳເລັດ 100%
- ມີສະຖານີວິທະຍຸ 1 ແຫ່ງ, ມີໂທລະໂຄ່ງທັງໝົດ 48 ຊຸດ;
- ເຄື່ອນໄຫວເກັບກຳຂ່າວ ແລະ ຜະລິດຂ່າວໄດ້ທັງໝົດ 75 ຂ່າວ ;
- ທົ່ວເມືອງມີບ້ານວັດທະນະທຳ 32 ບ້ານ ມີຄອບຄົວວັດທະນະທຳ 933 ຄອບຄົວ ແລະ ປະເມີນກົມກອງວັດທະນະທຳໄດ້ 1 ກົມກອງ;
- ຂະຫຍາຍການບໍລິການ ການສື່ສານ ໂທລະສັບຕັ້ງໂຕະ ແລະ ມືຖື ບັນລຸອັດຕາສ່ວນຜູ້ຊົມໃຊ້ 100%;
- ປະຊາຊົນໄດ້ນໍາໃຊ້ນໍ້າປະປາແລ້ວ 7 ບ້ານ ເຊີ່ງມີໝໍ້ວັດແທກນໍ້າທັງໝົດ 714 ໜ່ວຍ ໃນນັ້ນປະເພດຄົວເຮືອນ 615 ໜ່ວຍ, ສໍານັກງານອົງການລັດ 42 ໜ່ວຍ, ທຸລະກິດການຄ້າ-ອຸດສາຫະກຳ 46 ໜ່ວຍ ແລະ ບໍລິການ 12 ໜ່ວຍ.
3. ປະຊາຊົນ ແລະ ຜູ້ອອກແຮງງານພາກລັດ-ເອກະຊົນເຂົ້າເຖິງການບໍລິການປະກັນສັງຄົມ ແລະ ສະຫວັດດີການສັງຄົມທີ່ດີຂຶ້ນ.
- ມອບເງີນອຸດໜູນບຳເນັດອອກລູກໃຫ້ພະນັກງານລັດຖະກອນ ຈໍານວນ 10 ທ່ານ, ອຸດໜູນເທື່ອດຽວໃຫ້ພະນັກງານລັດຖະກອນ ຈໍານວນ 1 ທ່ານ, ອຸດໜູນເສຍຊີວິດໃຫ້ພະນັກງານເສຍອົງຄະຮາກຖານ ຈໍານວນ 1 ທ່ານ, ໄດ້ສົ່ງແບບຟອມເຮັດບັດປະກັນສັງຄົມໃຫ້ຜູ້ເກີດສິດ ເພີ່ມໃໝ່ຈໍານວນ 3 ຄົນ, ຍີງ 15 ຄົນ;
- ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຄອບຄົວທຸກຍາກ ແລະ ນັກຮຽນ ມສ ມົກສະຕຸຄື: ຜ້າຫົມ, ເຄື່ອງນຸ່ງນັກຮຽນ ລວມມູນຄ່າ 36 ລ້ານກີບ, ມອບເຄື່ອງນຸ່ງຮົມ, ເຄື່ອງໃຊ້ຄົວເຮືອນຊ່ວຍເຫຼືອຄອບຄົວອັກຄີໄພຢູ່ບ້ານດອນປຸງ ມີຈໍານວນ 1 ຄອບຄົວ ມູນຄາ 600.000 ກີບ;
- ລົງເກັບກໍາຂໍ້ມູນຄອບຄົວ ແລະ ບ້ານທີ່ໄດ້ຮັບຜົນກະທົບ ສັດຕູພືດທໍາລາຍຜົນລະປູກຢູ່ 14 ບ້ານ;
- ລົງຕິດຕາມ ແລະ ຊຸກຍູ້ສັດລ້ຽງຢູ່ 3 ບ້ານ: ບ້ານລາວສະໂນ, ຫ້ວຍຮາກ ແລະ ບ້ານຫົວເມືອງ;
- ຮັບບໍລິຈາກເລືອດ ໄດ້ 94 ຖົງ.