ວິຊາການຂອງເມືອງ ເຂົ້າຮ່ວມຝຶກອົບຮົມການຄຸ້ມຄອງ ແລະ ການນໍາໃຊ້ລະບົບກອງປະຊຸມທາງໄກ

ກົດແຊຣ໌

.

ໃນຕອນເຊົ້າເວລາ 8 ໂມງ ຂອງວັນທີ 5-6 ກໍລະກົດ 2021 ນີ້ ຢູ່ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຝຶກອົບຮົມການຄຸ້ມຄອງ ແລະ ການນໍາໃຊ້ລະບົບກອງປະຊຸມທາງໄກ Video Conference ໃຫ້ພະນັກງານວິຊາການຫ້ອງວ່າການແຂວງ ແລະ ບັນດາເມືອງ 11 ເມືອງທົ່ວໄຊຍະບູລີ ໂດຍເປັນປະທານຂອງ ທ່ານ ນິລັນດອນ ຈິດຕະກອນ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີຫົວໜ້າຂະແໜງ ພະນັກງານວີຊາການພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 3 ທ່ານ.

ພາຍຫຼັງສຳເລັດການຝຶກອົບຮົມແລ້ວ ທາງພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ເຊັນບົດບັນທຶກມອບຮັບເຄື່ອງອຸປະກອນ Video Conference ໃຫ້ພະແນກການ ແລະ ບັນດາ 11 ເມືອງໃຫ້ໄປຕິດຕັ້ງຢູ່ບັນດາເມືອງຂອງຕົນເພື່ອຮັບໃຊ້ເຂົ້າກອງປະຊຸມຕ່າງໆ ໃນຕໍ່ໜ້າ ທັງນີ້ເພື່ອເຮັດໃຫ້ມີຄວາມສະດວກ ປະຫຍັດເວລາ ຫຼຸດຜ່ອນຄ່າໃຊ້ຈ່າຍການເດີນທາງປະຊຸມຢູ່ແຂວງແຕ່ລະຄັ້ງ ແລະ ເພື່ອເປັນການສະກັດກັ້ນເຝົ້າລະວັງການແຜ່ລະບາດພະຍາດໂວິດ 19 ນໍາອີກ.

ຂ່າວ/ພາບ: ລ. ເມືອງເໜືອ


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *