ກົດແຊຣ໌

ຂໍ້ມູນທາງດ້ານປະຊາກອນ ແລະ ຊົນເຜົ່າພາຍໃນເມືອງ

          ທົ່ວເມືອງມີ 6.787ຄອບຄົວ, ມີພົນລະເມືອງທັງໝົດ 34.627ຄົນ, ຍິງ 17.076ຄົນ; ປະກອບມີ 6 ເຜົ່າ ຄື: ເຜົ່າກຶມມຸ ກວມ 31,83%,ເຜົ່າລື້ ກວມ 26,99%,ເຜົ່າຍວນ ກວມ 20,97%,ເຜົ່າມົ້ງ ກວມ 12,18%,ເຜົ່າໄປຼ່ ກວມ 4,28%,ເຜົ່າລາວ ກວມ 3,56% ແລະ ເຜົ່າອື່ນໆ 0,2% ຂອງພົນລະເມືອງທັງໝົດ.

     ເຊິ່ງປັດຈຸບັນທົ່ວເມືອງຊຽງຮ່ອນ ມີປະຊາກອນທີ່ເປັນເຜົ່າຍວນ ກວມເອົາປະມານ 20.97% ຂອງປະຊາກອນໃນທົ່ວເມືອງ.

ທົ່ງເມືອງ ປະກອບມີ 6 ເຜົ່າ ດັ່ງນີ້:

ເຜົ່າກຶມມຸ:

         ຊົນເຜົ່າກຶມມຸ ແມ່ນໜຶ່ງໃນວົງຄະນະຍາດແຫ່ງຊາດລາວ ໂດຍມີປະຫວັດຄວາມເປັນມາຍາວນານ ແລະ ສືບເຊື້ອສາຍພົວພັນກັບຊົນຊາດຂອມທີ່ມາຈາກເຜົ່າອິນເດຍບູຮານ. ປະມານສະຕະວັດທີ IV ໄດ້ຍົກຍ້າຍຖິ່ນຖານມາຕັ້ງຢູ່ເຂດໃຈກາງສຸວັນນະພູມ ແລ້ວເກີດເສິກຂຸນເຈືອງ, ຂຸນລໍ ຈຶ່ງເຮັດໃຫ້ຈຳນວນໜຶ່ງຕົກຄ້າງຢູ່ໃນປ່າ ແລະ ຂະຫຍາຍຕົວເຂົ້າໄປຕັ້ງຖິ່ນຖານໃນພື້ນທີ່ຕ່າງໆ.

          ຄຳວ່າ “ກຶມມຸ” ເປັນຄຳທີ່ໃຊ້ໃນທາງລັດຖະການ ມີຄວາມໝາຍວ່າ “ຄົນ” ແລະ ຄົນໃນທີ່ນີ້ກໍເຈາະຈົງສະເພາະແຕ່ຊົນເຜົ່າຂອງຕົນເອງເທົ່ານັ້ນ, ທັງຍັງປະກອບມີຫຼາຍແຊງ ແລະ ອາໄສຕັ້ງຖິ່ນລຳເນົາຕາມສະຖານທີ່ຕ່າງກັນ.

          ສະເພາະເມືອງຊຽງຮ່ອນພວກເຮົາ ສ່ວນໃຫຍ່ແມ່ນຈະດຳລົງຊີວິດຢູ່ເຂດຊົນນະບົດເຂດ ເຊັ່ນ: ເຂດປາກເປັດ, ເຂດມົກສະຕຸ ແລະ ເຂດຊານເມືອງຈໍານວນໜຶ່ງເຊັ່ນ: ບ້ານນໍ້າຄ່ອມ, ບ້ານປົ່ງແປ້ນ, ບ້ານຫ້ວຍຮາກ…. ເຊິ່ງເປັນຈຳນວນປະຊາກອນຫຼາຍທີ່ສຸດໃນເມືອງ ກວມເອົາ 31,83% ຂອງຈຳນວນປະຊາກອນທັງໝົດ.

ເຜົ່າລື້:

    ຊົນເຜົ່າ “ລື້” ໂດຍສ່ວນໃຫຍ່ມັກດຳລົງຊີວິດຢູ່ທາງພາກເໜືອຂອງ ສປປ ລາວ ມີພາສາ,ຮີດຄອງປະເພນີທີ່ເປັນເອກະລັກຂອງ ຕົນເອງ ເຊິ່ງໄດ້ມາຕັ້ງ ຖິ່ນຖານ ແລະ ທຳມາຫາກິນຢູ່ປະ ເທດລາວ ພ້ອມກັນກັບ ຊົນເຜົ່າໃນໝວດພາສາ ລາວ-ໄຕ ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກ ສ່ຽງໃຕ້ຂອງປະເທດຈີນ ບໍລິເວນ ເຂດປົກຄອງຕົນເອງ 12 ພັນນາ ເຂົ້າສູ່ບັນດາແຂວງພາກ ໜືອຂອງລາວເຮົາ ໃນຕອນທ້າຍສະຕະວັດທີ XIII ເປັນ ຕົ້ນມາ.

ສິລະປະທີ່ໂດດເດັ່ນ ຂອງ ເຜົ່າໄທລື້ໄດ້ແກ່ງານຜ້າຕ່ຳຫູກໄທລື້ ນິຍົມໃຊ້ຜ້າຝ້າຍ ຕ່ຳ ລວດລາຍທີ່ຮຽກວ່າ ລາຍນ້ຳໄຫລ ໂດຍໄດ້ມີການຟື້ນຟູ ແລະ ຖ່າຍທອດສິລະປະການຕ່ຳແຜ່ນແບບໄທລື້ ໃນຫລາຍຊຸມຊົນຂອງພາກເຫນືອ ຜູ້ຊາຍໄທລື້ສ່ວນໃຫຍ່ຈະນິຍົມ ສວມເສື້ອຂາວແຂນຍາວ ສວມທັບດ້ວຍເສື້ອກັ໊ກປັກລວດລາຍດ້ວຍເລື່ອມ, ນຸ່ງສົ້ງ ມໍ່ຮ່ອມ ຂາຍາວ ມັດຫົວດ້ວຍຜ້າ ສີຂາວ ຫລື ສີບົວ ສ່ວນຜູ້ຍິງໄທລື້ນິຍົມສວມເສື້ອປັ໊ດ (ເປັນເສື້ອທີ່ບໍ່ມີກະດຸມແຕ່ຈະພາຍສະລ່ຽງມາຜູກໄວ້ທີ່ແອວດ້ານຂ້າງ) ນຸ່ງສີ້ນລື້ ພາຍກະເປົ໋າ ແລະ ນິຍົມມັດຫົວ ດ້ວຍຜ້າຂາວ ຫລື ສີບົວເຫລື່ອງຂອງ ໄທລື້

ປັດຈຸບັນຊົນເຜົ່າລື້ ທີ່ອາໃສຢູ່ ສປປລາວນັ້ນ ສ່ວນ ຫລາຍມັກຈະຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ທາງພາກ ເໜືອຂອງລາວ ເຊັ່ນ: ແຂວງຜົ້ງ ສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ເປັນຕົ້ນ. ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວເຫັນວ່າຊົນເຜົ່າລື້ ມີອັດຕາສ່ວນກວມເອົາເກືອບ 3 %.

ສະເພາະເມືອງຊຽງຮ່ອນ ສ່ວນໃຫຍ່ຈະອາໄສຢູ່ໃນເຂດເທດສະບານເມືອງ ແລະ ເຂດຊານເມືອງຈໍາໜຶ່ງ ເຊິ່ງປະກອບມີຈຳນວນປະຊາກອນ ກວມເອົາ 26,99% ຂອງຈຳນວນປະຊາຊົນກອນທັງໝົດ.

ເຜົ່າຍວນ

         ຊົນເຜົ່າ “ຍວນ” ມີປະຫວັດຄວາມເປັນມາຄ້າຍຄືກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ທີ່ໄດ້ອົບພະຍົບ ແລະ ເຄື່ອນຍ້າຍຈາກພາກໃຕ້ ຫຼື ພາກຕະເວັນອອກສ່ຽງໃຕ້ຂອງປະເທດຈີນ ເຂົ້າສູ່ດິນແດນພາກເໜືອຂອງປະເທດລາວເຮົາໃນລະຫວ່າງສະຕະວັດທີ XIII ເປັນຕົົ້ນມາ

          ຄຳວ່າ “ຍວນ, ໄທຍວນ, ໄຕຍວນ, ໂຍນ, ໄຕໂຍນ, ໄທໂຍນ” ນີ້ເປັນຄຳເອີ້ນ ທີ່ສັນນິຖານວ່າເປັນການເອີ້ນຊື່ ທີ່ຄົນຊົນເຜົ່າອື່ນເອີ້ນຄົນໄຕຍວນ ເນື່ອງຈາກ ມີກົກເຄົ້າບັນພະບູລຸດມາຈາກອານາຈັກ “ໂຍນົກ” ບູຮານ ປະມານສະຕະວັດທີ IX

          ສໍາລັບການນຸ່ງຖື, ເອ້ຢ້ອງ ສ່ວນຫຼາຍແລ້ວ ແມ່ນມັກຕໍ່າຫູກ, ຖັກແສ່ວ ແລະ ອອກແບບທີ່ເປັນເອກະລັກຂອງຕົນ ໂດຍສະເພາະແມ່ນສິ້ນ, ເສື້ອຂອງແມ່ຍິງ ທີ່ຈະມີເອກະລັດໂດດເດັ່ນເປັນສະເພາະ

ເຜົ່າມົ້ງ
ເຜົ່າລາວ
ເຜົ່າໄປຣ່

ກົດແຊຣ໌