ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນກຳລັງ ປກສ ເມືອງຊຽງຮ່ອນ

ກົດແຊຣ໌

ກອງບັນຊາການປ້ອງກັນຄວາມສະຫງົບເມືອງຊຽງຮ່ອນໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກໍາລັງປ້ອງກັນຄວາມສະຫງົບ ເມືອງຊຽງຮ່ອນ ຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດການເລື່ອນຊັ້ນ ໄດ້ຈັດຂື້ນໃນວັນທີ 29 ມິຖຸນາ 2021ນີ້ ຢູ່ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມມຂອງ ສະຫາຍ ພັທ ຄຳສິນ ຜິວວັນນາ ຄະນະພັກ ຮອງກອງບັນຊາການ ປກສ ແຂວງໄຊຍະບູລີ ມີຫົວໜ້າກອງບັນຊາການ ປກສ ເມືອງ, ຄະນະພັກ ຄະນະບັນຊາ ບັນດາແຂກຖືກເຊີນ ນາຍ ແລະ ພົນຕຳຫຼວດ ຕະຫຼອດຮອດນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

    ໃນພິທີ ສະຫາຍ ຮອ ໄຊສີ ໄຊຍະລາດ ຮອງຫົວໜ້າພະແນກ ຈັດຕັ້ງ-ພະນັກງານ ຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຂື້ນຜ່ານຂໍຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບເລກທີ 984 ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຕ່ງຕັ້ງສະຫາຍ ພັທ ສົມພົງ ໃສສະອາດ ຫົວໜ້າພະແນກ ສັນຕິບານ ກອງບັນຊາການປ້ອງການ ປກສ ເມືອງຊຽງຮ່ອນ ຂື້ນເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ, ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1562  ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ໄດ້ຕົກລົງເລື່ອນຊັ້ນໃຫ້ຕຳຫຼວດພາຍໃນກອງບັນຊາການ ປກສ ເມືອງຊຽງຮ່ອນທັງໝົດ 4 ສະຫາຍຄື: ຮຕ ຂື້ນ ຮທ ຈຳນວນ 2 ສະຫາຍ ແລະ ວທ ຂື້ນ ຮຕ 2 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກຂອງກອງບັນຊາການ ປກສ ເມືອງຊຽງຮ່ອນ ຫົວໜ້າກອງບັນຊາການ ປກສ ແຂວງໄດ້ແຕ່ງຕັ້ງ ສະຫາຍ ຫວິນ ອິນທະວົງ ເປັນຫົວໜ້າພະແນກການເມືອງກອງບັນຊາການ ປກສ ເມືອງຊຽງຮ່ອນ.  

     ຕອນທ້າຍສະຫາຍ ກົງທອງ ສິດທິໄຊ ວ່າການເລຂາຄະນະບໍລິຫານງານພັກເມືອງຊຽງຮ່ອນ ໄດ້ໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ນາຍ ແລະ ພົນຕຳຫຼວດ ທີ່ໄດ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ແລະ ນະໂຍບາຍເລື່ອນຊັ້ນໃໝ່ໃນຄັ້ງນີ້ ກໍ່ແມ່ນອິກໜຶ່ງ ແລະ ໝາກຜົນສຳເລັດຂອງການຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ຈຶ່ງໄດ້ຈັດພິທີການເລື່ອນຊັ້ນຢ່າງເປັນທາງການ ແລະ ສະຫາຍ ຍັງໄດ້ເໜັ້ນໜັກໃຫ້ບັນດາສະຫາຍ ຄະນະພັກ ຄະນະບັນຊາ ແລະ ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ການເລື່ອນຊັ້ນໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງຂັ້ນເທິງ ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະໃຫ້ສູງຂື້ນ ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ ຕໍ່ການຈັດຕັ້ງ ແລະ ຕໍ່ປະຊາຊົນບັນດາເຜົ່າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນຈັດຕັ້ງປະຕິບັດວິຊາສະເພາະໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ ເຮັດໃຫ້ເມືອງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍດີ.

ໂດຍ: ດອນ ຂຽວພະນາ ຖວທ ຊຽງຮ່ອນ 020 5544 3362


ກົດແຊຣ໌

ຕອບກັບ

ເມວຂອງທ່ານຈະບໍ່ຖືກເຜີຍແຜ່ໃຫ້ໃຜຮູ້ ບ່ອນທີ່ຕ້ອງການແມ່ນຖືກຫມາຍໄວ້ *