ເມືອງຊຽງຮ່ອນຈັດກອງປະຊຸມສະມາຄົມບຳນານ ແລະ ເສຍອົງຄະທົ່ວເມືອງ ປະຈຳປີ2025





ກອງປະຊຸມສະມາຄົມບໍານານ ແລະ ເສຍອົງຄະ ທົ່ວເມືອງຊຽງຮ່ອນ ແຂວງໄຊຍະບູລີ ປະຈໍາປີ 2024-2025 ໄດ້ຈັດຂື້ນໃນວັນທີ 14 ພຶດສະພາ 2026 ນີ້ ໂດຍການເປັນປະທານຂອງທ່ານ ແສງເມືອງ ໄຊວຸດ ປະທານສະມາຄົມພະນັກງານບໍານານ-ເສຍອົງຄະເມືອງຊຽງຮ່ອນ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ມີທ່ານ ສົມນຶກ ສີພັນ ຫົົົົົົົົົົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ ສັງຄົມເມືອງ ມີແຂກເຊີນ ແລະ ສະມາຊິກພະນັກງານອາວຸດໂສບຳນານ-ພະນັກງານເສຍອົງຄະທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ມີການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສະມາຄົມບໍານານໃນໄລຍະ 2 ປີຜ່ານມາໂດຍໄດ້ຍົກໃຫ້ເຫັນ ພະນັກງານບຳນານຈຳນວນຫຼາຍຍັງຮັກສາໄດ້ທາດແທ້ຂອງນັກປະຕິວັດ ແລະ ເຄື່ອນໄຫວຕາມພາລະບົດບາດ ໜ້າທີ່ຂອງຕົນເປັນຕົ້ນແມ່ນການຊຸກຍູ້ ແລະ ເຕົ້າໂຮມຄວາມສາມັກຄີພາຍໃນຖັນແຖວພະນັກງານບໍານານ-ເສຍອົງຄະ ແລະ ປະຊາຊົນບັນດາເຜົ່າໃຫ້ມີແນວຄິດຫຼັກໝັ້ນ ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ. ປະຈຸບັນມີທົ່ວເມືອງພະນັກງານບໍານານ ແລະ ເສຍອົງຄະ ທັງໝົດ 138 ທ່ານ ຍິງ 21 ທ່ານ ປະກອບມີ 7 ຈຸຮ່ວມຊີວິດ. ນອກຈາກວຽກງານສຶກສາອົບຮົມການເມືອງແນວຄິດແລ້ວ ສະມາຄົມບຳນານພາຍໃນເມືອງຍັງໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາຮອດປະຈຸບັນມີທຶນທັງໝົດ 138.000.000 ກີບ ໂດຍໄດ້ປ່ອຍກູ້, ນະໂຍບາຍການປິ່ນປົວ ແລະ ນະໂຍບາຍການເສຍຊີວິດ ໃຫ້ສະມາຊິກຕາມລະບຽບການທີ່ໄດ້ກຳນົດໄວ້. ກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ກັບດ້ານອ່ອນ-ຂໍ້ຄົງຄ້າງ ແລະ ກຳນົດທິທາງແຜນການ ວຽກງານສະມາຄົມບຳນານໃນຕໍ່ໜ້າ ເພື່ອເຮັດໃຫ້ການເຄື່ອນໄຫວເປັນປົກກະຕິ ແລະ ຕໍ່ເນື່ອງ. ໃນໂອກາດທີ່ໄດ້ຈັດກອງປະຊຸມໃນຄັ້ງນີ້ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ຍັງໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຮັກແພງມາຍັງພະນັກງານອາວຸດໂສບຳນານ, ພະນັກງານເສຍອົງຄະ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍທີ່ທາງສະມາຄົມ ແລະ ພະນັກງານບຳນານທີ່ປະກອບສ່ວນໃນການປົກປັກຮັກສາ, ສ້າງສາ ແລະ ພັດທະນາພາຍໃນເມືອງໃນໄລຍະຜ່ານມາຢ່າງສຸດກົກສຸດປາຍ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ພະນັກງານບຳນານ-ເສຍອົງຄະພ້ອມກັນສືບຕໍ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ສືບຕໍ່ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ມີຄວາມແໜ້ນແຟ້ນ, ພ້ອມທັງໃຫ້ທິດຊີ້ທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂອບເຂດຄວາມຮັບຜິດຊອບຕົນ ແລະ ເອົາໃຈໃສ່ເປັນແບບຢ່າງໃນການດຳລົງຊີວິດໃຫ້ແກ່ມະຫາຊົນ ແລະ ສັງຄົມຮຸ່ນໜຸ່ມຕໍ່ໄປຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.
ໂດຍ: ຄ ອ ມ ເມືອງຊຽງຮ່ອນ 020 55443382
